ຕອບຈົດໝາຍ: ວັນທີ 19 ສິງຫາ 2010

ຣາຍການ ຕອບຈົດໝາຍ ປະຈໍາ ສັປດານີ້ ເຊີນທ່ານຟັງ ຈົດໝາຍຂອງ (ລຸງຜູ້ສງວນນາມ ຈາກປະເທດລາວ) ຈົດໝາຍ ທ່ານ (Taxi) ຈົດໝາຍຂອງ ທ່ານ (ຄ.ຍົມມະຣາຊ) ແລະທ່ານ (ທະນຸ ສີວີໄຊ ຈາກປະເທດ ຝຣັງເສດ ຕິຕາມດ້ວຍເພງ (ເພາະນ້ອງນີ້ ລືມອ້າຍບໍ່ລົງ) ຈາກສຽງຮ້ອງ ຂອງ (ພອນ ພູມມີທອນ) … ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ໄມຊູລີ
2010.08.19

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ ຣາຍການ ຕອບຈົດໝາຍ ກໍວຽນມາ ຄົບຮອບ ອີກຕາມເຄີຍ  ຫວັງວ່າ ທ່ານທີ່ຍັງ ເປັນແຟນ ຂອງຣາຍການ ຄົງຕິດຕາມ ຮັບຟັງ… ຢ່າງໃດກໍຕາມ Maysoly ຈະບໍ່ເວົ້າ ໃຫ້ມັນຍຶດ ມັນຍາວ ຂໍເຊີນ ທຸກໆທ່ານ ເຂົ້າສູ່ ຣາຍການເລີຍ … ຈົດໝາຍ ສະບັບທຳອິດ ທີ່ຈະນຳມາ ອ່ານ ສູ່ທ່ານຟັງ ໃນມຶ້ນີ້ ຂຽນຈາກ ຜູ້ສງວນນາມ ທ່ານນື່ງ ໃນຈົດໝາຍ ຂຽນມາດັ່ງນີ້: ສະບາຍດີ Maysoly ຫລານ ທີ່ຮັກແພງ ລຸງໄດ້ມາຢາມ ພີ່ນ້ອງ ຢູ່ USA ແລະໄດ້ ຟັງສຽງຈາກ ວິທຍຸ ເອເຊັຍເສຣີ ຂອງພວກຫລານ ລຸງຖຶກອົກ ຖຶກໃຈຫລາຍ ລຸງກໍບໍ່ເຄີຍ ຟັງຈັກເທື່ອ ໃນຊີວິດ ເມື່ອໄດ້ຟັງ ເໝືອນກັບ ຕາຍແລ້ວເກິດໃໝ່.

ທີ່ຂຽນຫນັງສື ມາມຶ້ນີ້ ກໍ່ບໍ່ມີ ຫຍັງດອກ ນອກຈາກ ລຸງຢາກຂໍຮູບ ເຈົ້າຟ້າງຸ່ມ ແຜ່ນນື່ງ ຈະໄດ້ບໍ? ຖ້າໄດ້ ຂໍໃຫ້ສົ່ງ ໄປໃຫ້ລຸງແດ່ ຕາມທີ່ຢູ່ ໃນຈົດໝາຍ ເພາະອີກສອງ ເດືອນ ຂ້າງໜ້ານີ້ ລຸງກໍຈະ ກັບເມືອ ເມືອງລາວແລ້ວ ອີກດ້ານນື່ງ ຖ້າເວົ້າ ຮອດຢູ່ບ້ານ ເຮົາແລ້ວ ກໍຄືເອົາ ແພດຳມັດຕາ ປະຊາຊົນ ນັ້ນແຫລະ ພວກຫລານ ຄົງຮູ້ດີ!

ກ່ອນອື່ນ Maysoly ຂໍຂອບໃຈ ທີ່ລຸງ ຂຽນຈົດໝາຍ ເຖີງຣາຍການ ໃນມຶ້ນີ້ ເປັນແນວ ໃດມາ ອະເມຣິກາ ໄດ້ໄປທ່ຽວ ໃສແດ່ ຖ້າໄດ້ມາທາງ  Washington DC ເຊີນແວະ ສະຖານີ ວິທຍຸ ຂອງພວກເຮົາແດ່ ຍີນດີຕ້ອນຮັບ... ສ່ວນຮູບ ເຈົ້າຟ້າງຸ່ມ ທີ່ລຸງ ຂໍມານັ້ນ ທາງພີ້ ຈະຈັດສົ່ງໃຫ້ ຕາມທີ່ຢູ ໃນຈົດໝາຍ. ທ້າຍສຸດນີ້ ຂໍໃຫ້ລຸງ ໂຊກດີ ແລະເດີນທາງ ກັບເມືອງລາວ ດ້ວຍຄວາມ ປອດພັຍທຸກ ປະການເນາະ...

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກຜູ້ຟັງ ທີ່ໃຊ້ນາມວ່າ (Taxi) ເພີ່ນຂຽນມາທາງ email ຊື່ງມີຂໍ້ຄວາມ ດັ່ງນີ້:

ສບາຍດີ Maysoly ແລະ ຈະເຣີນສຸກ… ຂພຈເປັນແຟນ ຣາຍການ ອິກຄົນນື່ງ ທີ່ໄດ້ຕິດຕາມ ຮັບຟັງຣາຍການ ມາດົນເຕີບແລ້ວ ໂດຍສະເພາະ ແລ້ວແມ່ນ ຮັບຟັງ ຜ່ານທາງ Website ແລະ download ຟັງຣາຍການ ທີ່ໜ້າສົນໃຈ ໂດຍສະເພາະ ກໍແມ່ນຣາຍການ ຕອບຈົດໝາຍ ແລະ ປະກົດການ ຫຍໍ້ທໍ້ຂອງ ສັງຄົມ ທີ່ນຳມາຕີ ເຜີຍແພ່ໃນ web.  ຂພຈ ຢາກຈະປະກອບ ສ່ວນຈັກ1ເຣື້ອງ ໃນມື້ນີ້ ຄືເມື່ອສອງສາມ ອາທິດ ທີ່ຜ່ານມາ ມີການສເນີ ຂ່າວເຣື້ອງ ບັນຫາແຮງງານ ຢູ່ລາວ ໂດຍທ່ານ ກອບແກ້ວເວົ້າວ່າ ຕາມຄວາມ ເປັນຈິງແລ້ວ ແຮງງານລາວ ທີ່ມີສີມືດີໆ ຢູ່ລາວ ກໍມີຫລາຍ ແຕ່ພວກເພີ່ນ ບໍ່ຈ້າງຕາມ ແຮງງານ ທີ່ເໝາະສົມ ແລະ ບໍ່ເອົາໃຈໃສ່ ໃນການ ຊອກຫາ ຕໍ່ບັນຫານິ້ ແມ່ນມີ ຄວາມຈິງຫລາຍ ຍົກຕົວຢ່າງ ຂພຈ ເຮັດວຽກຢູ່ ບໍ່ແຮ່ແຫ່ງນື່ງ ເພີ່ນນຳໃຊ້ ແຮງງານ ຕ່າງປະເທດ ທີ່ບໍ່ເໝາະສົມ ຫລາຍຄົນ ເຊັ່ນ: ນາຍຊ່າງ ສ້ອມແປງຣົຖ ຊ່າງສ້ອມແປງ ແອເຢັນ ຜູ້ແຕ່ງກີນ ແລະວຽກ ທັມມດາອື່ນໆ ເງີນເດືອນຂອງ ເຂົາເຈົ້າ ລື່ນກັບເງີນເດືອນ ຂອງແຮງງານລາວ ທີ່ເຮັດວຽກ ສ່ຳກັນ ຫລາຍສິບເທົ່າ…. ເຊີ່ງຕໍ່ບັນຫານີ້ ຖືວ່າຂັດ ກັບກົດໝາຍ ແຕ່ກົດໝາຍ ລາວ ບໍ່ສັກສິດ ແລະບໍ່ມີ ການປະຕິບັດ ແລະ ກໍ່ເປັນອັນ ທີ່ບັນທອນ ກຳລັງໃຈ ເຮັດວຽກ ແກ່ຄົນລາວ. ເອົາລະ ຂໍປະກອບສ່ວນ ເທົ່ານີ້ກ່ອນ ມຶ້ໜ້າຈະ ປະກອບ ສ່ວນເພີ່ມເຕີມ ຕໍ່ເຣຶ້ອງນີ້ຕື່ມ ແລະກໍ ເຣຶ້ອງອື່ນໆ ນຳອິກ ຫວັງວ່າຈາກ ນີ້ໄປ ຈະໄດ້ເປັນ ແຟນປະຈຳ… ກ່ອນປິດທ້າຍນີ້ ມີເຣື້ອງຣົບກວນ ຄືຢາກໃຫ້ ທ່ານ scan ຮູບເຈົ້າຟ້າງຸ່ມ ສົ່ງທາງ email. ໃຫ້ແດ່ ແລະ ຂໍອວຍພອນ ໃຫ້ທິມງານ RFA ມີສຸຂພາບ ແຂງແຮງ!

Maysoly ຂໍຂອບໃຈ ທ່ານ (Taxi) ທີ່ໄດ້ສົ່ງ ຄວາມຄິດເຫັນ ກ່ຽວກັບ ເຣື້ອງນີ້ມາໃຫ້  ຟັງແລ້ວ ພາໃຫ້ ສະທ້ອນໃຈ. ຢ່າງໃດກໍຕາມ  ຫັວງວ່າ ໂອກາດໜ້າ ທ່ານຈະສົ່ງ ເຣື້ອງດີໆ ເຂົ້າມາ ປະກອບສ່ວນ ໃຫ້ຜູ້ຟັງ ໄດ້ຟັງນຳກັນ ສ່ວນວ່າ ຮູບເຈົ້າຟ້າງຸ່ມ ນັ້ນ Maysoly ໄດ້ສົ່ງ ໄປໃຫ້ແລ້ວເດີ ທາງ email ໄດ້ຮັບ ຫຼືບໍ່ເນາະ? ຖ້າບໍ່ໄດ້ຮັບ ຈະສົ່ງໄປ ໃຫ້ອີກ ພ້ອມກັນນີ້ ຂໍໃຫ້ທ່ານ (Taxi ຈົ່ງໂຊກດີ ໃນໜ້າທີ່ ການງານ ເຊັ່ນດຽວກັນ!)

ຈົດໝາຍ ສະບັບຕໍ່ໄປ ຄືຈົດໝາຍ ຂອງທ່ານ ຄ.ຍົມມະຣາຊ ສະບັບນີ້ ເພີ່ນຂຽນວ່າ ໄດ້ສົ່ງ ບົດກອນ (ທາງ ພຸທສາສນາ ມາໃຫ້) ເພີ່ນວ່າ ໂລກ ປັຈຈຸບັນນີ້ ຍັງຢູ່ໃນ ຍຸກ ຂອງພຍາມານ ມີອຳນາດ ຮູ້ພຽງແຕ່ ຕົວເຮົາຕົວເຂົາ ຄວາມເຫັນ ຂອງມະນຸສ ສ່ວນຫລາຍ ເປັນການສະແດງ ໃຫ້ເຫັນຢ່າງ ຈະແຈ້ງ ເຖີງຄວາມສຳຄັນ ຂອງກິເລດ ແລະຕັນຫາ ເວົ້າສະເພາະ ຢູ່ລາວແລ້ວ ບາງເທື່ອພັກ ນຳພາ ແບບສລາດ ທາງປີ້ນກໍມີ ຣັຖຄຸ້ມຄອງ ແບບຕົວະຢູ່ ຕົວະກີນ ປະຊາຊົນ ເປັນເຈົ້າມືນຕາ ບໍ່ເຫັນຮຸ່ງ ບໍ່ຮຸ້ວ່າ ເພີ່ນຈະກອບໂກຍ ໄປຮອດໃສ  ຈີ່ງຂໍຟາກ ກອນບົດນີ້ ເປັນເຄື່ອງເຕືອນໃຈ.

ມະນຸສເກິດມາ                      ກໍມາແຕ່ຕົວເປົ່າ

ເຫດໃດຈີ່ງເມົາ                      ຫລົງໂກດມີໂທດໃຫຍ່

ຈະລົບມາກ                        ກອບໂກຍໄປຮອດໃສ

ບໍ່ເຫັນໃຜ                          ເອົາໄປໄດ້ເມື່ອຕາຍໄປ

ສຸດທ້າຍນີ້ ຂໍພອນໄຊ ອັນປະເສິດ ຈາກ ພຣະພຸທອົງ ແລະ ສີ່ງສັກສິດ ໃນສາກົລ ຈົ່ງຄຸ້ມຄອງ ແລະ ບັນດານສຸກ ແດ່ຄນະທີມງານ ວິທຍຸ ເອເຊັຍເສຣີ ຕລອດ ໄປວ່າຊັ້ນ Masyoly ຂໍຂອບໃຈ ທ່ານ ຄ.ຍົມມະຣາຊ ທີ່ຂຽນ ຈົດໝາຍ ເຂົ້າມາຮ່ວມ ຣາຍການ ໃນມຶ້ນີ້.

Email ສະບັບຕໍ່ໄປ ຂຽນຈາກ ທ່ານ ທະນຸ ສີວິໄຊ ທີ່ປະເທດ ຝຣັງເສດ ບອກວ່າ ໄດ້ສົ່ງເພງ (ແຜ່ນດີນຕ່ອນ ສຸດທ້າຍ) ມາໃຫ້ ຖ້າເຫັນວ່າ  ເຫມາະສົມ ຂໍໃຫ້ນຳ ອອກອາກາດ ໃຫ້ແດ່ວ່າຊັ້ນ. ຂໍຂອບໃຈນຳ ທ່ານ ທະນຸ ສີວິໄຊ ທີ່ສົ່ງເພງມາໃຫ້ ແຕ່ເສັຍດາຍ ເປິດຟັງບໍ່ໄດ້ ຖ້າເປັນໄປໄດ້ ຢາກໃຫ້ທ່ານ ສົ່ງເປັນ CD ໄປໃຫ້ ຂໍຂອບໃຈ ອີກເທື່ອນື່ງ

ທ່ານຜູ້ຟັງທີ່ ເຄົາຣົບ ເວົ້າມາ ກໍຍຶດຍາວ ພໍສົມຄວນ ສະນັ້ນ ກ່ອນຈາກກັນໄປ ມື້ນີ້ Maysoly ຂໍຈັດເພງ ມ່ວນໆ ເພງນື່ງ ຂອງ ພອນ ພູມີທອນ ສູ່ທ່ານຟັງ ເພງ ນີ້ມີຊື່ວ່າ … (ເພາະນ້ອງນີ້ ລືມອ້າຍບໍ່ລົງ) ແຕ່ງໂດຍທ່ານ (ວໍຣະເດດ ດິທວົງ) ຂໍມອບ ເປັນຄວາມ ສຸກໃຈແດ່ ທຸກໆທ່ານ ທີ່ ມີຄວາມຮັກ ໃນຂນະນີ້ ເຊີນຮັບຟັງ ໄດ້ເລີຍ ....

ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ມາຮອດນີ້ ເວລາ ແຫ່ງຣາຍການ ຕອບຈົດໝາຍ ສຳຫລັບມື້ນີ້  ກໍໝົດລົງ ພຽງເທົ່ນີ້ Maysoly ຂໍເຊີນ ທ່ານຕິດຕາມ ຮັບຟັງໄດ້ໃໝ່  ໃນວັນພຣະຫັດ ໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.