ຕອບຈົດໝາຍ: ວັນທີ 5 ສິງຫາ 2010
2010.08.05
ສະບາຍດີ ທ່ານ ຜູ້ຟັງ ທີ່ເຄົາຣົບ: ຂໍຕ້ອນຮັບ ທຸກທ່ານ ເຂົ້າສູ່ຣາຍການ ຕອນຈົບໝາຍ ປະຈໍາສັປດາ ຊຶ່ງ ຂ້າພະເຈົ້າ ຈະເຣີນສຸກ ຍັງຮັບໜ້າທີ່ ແທນ ໄມໂຊລີ ຢູ່
ຫວັງວ່າ ທຸກໆທ່ານ ຄົງສະບາຍ ແລະ ກໍຕິດຕາມ ຮັບຟັງ ຣາຍການ ຂອງພວກເຮົາ ເປັນປະຈໍາ... ບັດນີ້ ມາຕອບຈົດໝາຍ ກັນເລີຍ..
ຈົດໝາຍ ສະບັບ ທໍາອິດ ແມ່ນຈົດໝາຍ ທ່ານ ລຸງເກົ່າ... ລຸງເກົ່າ ຂຽນມາວ່າ ສະບາຍດີ ໄມໂຊລີ ພ້ອມກັບ ຈົດໝາຍ ສະບັບນີ້ ລຸງໄດ້ຝາກ ຮູບແຕ້ມ ຕົວຈິງ ຂອງພຣະເຈົ້າ ຟ້າງຸ່ມ ມາໃຫ້ຫລານ ຂໍໃຫ້ຫລານ ຈົ່ງເອົາຮູບ ນີ້ ປະກາດ ໃຫ້ຄົນລາວ ເຮົາ ຮູ້ຈັກ ອາດຈະມີ ຄົນສົນໃຈ ຢາກໄດ້ ຂໍໃຫ້ຫລານ ແຈກ ໃຫ້ລຸງດ້ວຍ. ລຸງໄດ້ຮູບນີ້ ມາຈາກ ມະຫາວິທະຍາລັຍ ກຸງພະນົມເປັນ ປະເທດຂເມນ ໃນປີ 1991 ເພາະຕອນນັ້ນ ລຸງເຮັດການ ຢູ່ສະພາກາຊາດ ສາກົນ. ຜູ້ໃດໄດ້ ເຫັນຮູບນີ້ແລ້ວ ໃຫ້ສັນນິຖານ ເບິ່ງວ່າ ຮູບປັ້ນ ທີ່ພັກ ແລະ ຣັຖ ເຮັດຂຶ້ນ ແລ້ວຕັ້ງໄວ້ ຫລັກສອງ ວຽງຈັນນັ້ນ ມັນຄືກັນບໍ? ລຸງໄປເຫັນແລ້ວ ມັນແມ່ນ ຄົນລະຄົນ ບໍ່ຮູ້ວ່າ ເພິ່ນໄປເອົາ ຂໍ້ມູນ ແລະ ຮູບມາຈາກໃສ. ເປັນຮູບແຕ້ມ ໃຫ້ທ່ານຄິດ ເອົາເອງ ວ່າ ໃນສມັຍ ເຈົ້າຟ້າງຸ່ມ ຄົງຈະບໍ່ມີ ກ້ອງຖ່າຍດອກ. ແຕ່ລຸງເດັຍ ທີ່ລຸງ ເອົາໄປ ຄັອບປີ ຂນາດ 8x10 ເລີຍບໍ່ໄດ້ຕີນ. ລຸງຈະເວົ້າ ໃຫ້ຟັງກໍໄດ້ ຕີນໃສ່ເກີບ ໃຫຍ່ຍາວ ປາຍເກີບ ສ້ວຍແຫລມງໍ ແລ້ວຕິດເພັດ ຂອບຂ້າງເກີບ ຕິດແກ້ວດອກ ຄ້າຍຄຶກັນກັບ ກະສັດ ອິນເດັຍ. ສໍາລັບ ຊົງແຕ່ງ ນັ່ງບັນລັງ ໂດຍສະເພາະ ເທົ່ານັ້ນ. ລຸງໄດ້ ສັນນິຖານ ເບິ່ງແລ້ວວ່າ ເຈົ້າຟ້າງຸ່ມ ຄົງຈະເປັນ ຄົນຮູບຮ່າງ ໃຫຍ່ສູງ ໜ້າຕາ ຄື ຂຶມ ເປັນໜ້າ ເກງຂາມ ເປັນຍິ່ງໜັກ.
ຂອບໃຈ ກັບລຸງເກົ່າ ຫລາຍໆ ທີ່ໄດ້ສົ່ງຮູບ ທີ່ຢືນຢັນ ວ່າ ເປັນຮູບຕົວຈິງ ຂອງເຈົ້າຟ້າງຸ່ມ ພ້ອມກັບ ອະທິປາຍ ໃຫ້ຟັງຕື່ມ....
ສະບັບຕໍ່ໄປ ແມ່ນ ຂໍ້ຄວາມ ຂອງທ່ານ ກອບແກ້ວ ທີ່ຂຽນລົງທາງ ອິນເທີແນັດ ເພື່ອອອກຄວາມເຫັນ ກ່ຽວກັບ ຂ່າວ ທີ່ພວກເຮົາ ພິມເຜີຍແພ່ ໃນເວັບໄຊທ໌ ທີ່ວ່າ ສະພາແຫ່ງຊາດ ສເນີ ຣັຖບານລາວ ແກ້ໄຂ ບັນຫາ ແຮງງານພາຍ ໃນປະເທດ ຢ່າງຮີບດ່ວນ. ໃນນັ້ນ ຄໍາເວົ້າ ຂອງເຈົ້າໜ້າທີ່ ລາວ ເວົ້າໃນຕອນນຶ່ງ ວ່າ ອອກມາຕຣາການ ຄຸ້ມຄອງຄົນ ແລະ ແຮງງານຕ່າງ ປະເທດ ທີ່ມາ ທໍາມາຫາກິນ ຢູ່ສປປລາວ ຢ່າງເຂັ້ມງວດ ພ້ອມກັນນັ້ນ ກໍເອົາໃຈໃສ່ ພັທນາ ສົ່ງເສີມຝີມື ແຮງງານ ພາຍໃນ ແລະ ຈັດຫາ ວຽກເຮັດງານທໍາ ໃຫ້ຕົນລາວ ຫລາຍຂຶ້ນ.
ກ່ຽວກັບ ຂ່າວດັ່ງກ່າວ ທ່ານ ກອບແກ້ວ ສະແດງຄວາມເຫັນ ວ່າ ມັນບໍ່ແມ່ນວ່າ ແຮງງານລາວ ມັນບໍ່ມີ ມີຫລາຍ ແຕ່ຄ່າ ແຮງງານຕໍ່າ ແລະ ທາງຂັ້ນເທິງ ຍັງບໍ່ກວດກາ ແຮງງານ ຕ່າງດ້າວນັ້ນ ວ່າ ມີຄວາມສາມາດ ເທົ່າທຽມກັນ ຫລືບໍ່? ຊໍ້າບໍ່ພໍ ຄົນຂັບຣົຖ ກໍນໍາເຂົ້າ ຈາກຕ່າງປະເທດ ຊ່າງສ້ອມແປງ ກໍນໍາເຂົ້າ ຈາກຕ່າງປະເທດ ຊ່າງໄມ້ ກໍນໍາເຂົ້າ ຈາກຕ່າງປະເທດ ແລະ ໜ້າວຽກອື່ນໆ ຄົນລາວ ເຮົາ ກໍລ້ວນແຕ່ ເຮັດໄດ້.
ນັ້ນ ກໍແມ່ນ ຄວາມຄິດເຫັນ ຂອງທ່ານ ກອບແກ້ວ ທີ່ຂຽນລົງ ທາງເວັບໄຊທ໌ ຂອບໃຈ ນໍາທ່ານ ຫລາຍໆ.
ຈົດໝາຍ ສະບັບຕໍ່ໄປ ແມ່ນຂອງທ່ານ ອະນຸສັກ ທັມມະວົງສາ ຈາກປະເທດ ການາດາ ທ່ານ ອະນຸສັກ ຝາກຖາມ ສະບາຍດີ ມາຍັງທິມງານ ຂອງພວກເຮົາ ໝົດທຸກຄົນ... ຂອບໃຈ ຫລາຍໆ. ເພິ່ນຂຶ້ນຕົ້ນ ຈົດໝາຍວ່າ:
ດົນນານແລ້ວ ບໍ່ໄດ້ຍື້ ເປີດໜ້າຕ່າງ ໄຂຂານ
ບໍ່ລືມສຽງກັງວານ ກ່ອມຄົນໄກບ້ານ
ເລີກວຽກງານ ກັບມາຫັ້ນ ປະຈໍາວັນ ເປີດຟັງຂ່າວ
ເອເຊັຍເສຣີລາວ ບັນທຶກໄວ້ ໄຂສູ່ໂລກ ວັທນາ
ຍັງຄິດເຖິງ ຖ້ວນໜ້າ ມວນນັກຂ່າວ ສຽງເສຣີ
ໄປປັບປຸງສະຖານີ ເວັບໄຊທ໌ ດີ ເດີນກ້າວ
ໃຫ້ຊາວລາວ ຊົມໃຊ້ ທັງ ນອກ-ໃນ ວັຍແຕກຕ່າງ
ຊອກ ຊ່ອງທາງ ຕ່ອມເຕົ້າ ນໍາລາວ ພົ້ນ ສິ້ນເວນ ... ຊອບແລ້ວ...
ເພິ່ນຂຽນຕື່ມວ່າ: ຄິດວ່າ ທິມງານ RFA ຄົງສະບາຍດີ ທຸກໆທ່ານ ນໍ? ໂອກາດດີ ຣະຍະນີ້ ເປັນຣະຍະ ພັກຮ້ອນ ພໍດີ ໄດ້ຮັບປຶ້ມ ກາບກອນລາວ ເຣື້ອງ ”ກຸນແຈໃຈ” ຍາວ 155 ໜ້າ ຝາກມາເປັນ ຂອງຂວັນ ຈາກນ້ອງຊາຍ ຂຽດຂາຄໍາ ສ. ທັມມະວົງສາ. ຂອບໃຈນໍາ ຂຽນຂາຄໍາ ທີ່ North Carolina ເປັນຢ່າງສູງ. ຂໍສັນລະເສີນ ນໍ້າໃຈຮັກ ຂີດຂຽນ ກາບກອນ ທີ່ໃຊ້ເວລາ ຫລາຍໆປີ ຈຶ່ງສໍາເຣັດລົງ ຢ່າງໜ້າພູມໃຈ ດີໃຈ ນໍາຫລາຍ ທີ່ສຸດ ເນີ...
ທ່ານ ອະນຸສັກ ຂຽນຕື່ມວ່າ: ປຶ້ມນີ້ ເປັນກອນ ແບບມະຫາກາບ ຄືກັບ ປຶ້ມ ທ້າວຮຸ່ງ ທ້າວເຈືອງ ຂອງອາຈານ ມະຫາ ສີລາ ວິຣະວົງສ໌ ທີ່ຣິຈນາໄວ້. ມີຫລາຍເຣື້ອງ ສັ້ນ ປະສົມປະສານ ກັນ ອ່ານແລ້ວ ຄິດຮອດບ້ານເຮົາ. ຂໍອວຍພອນ ໃຫ້ນ້ອງຊາຍ ຂຽດຂາຄໍາ ຈົ່ງປະສົບຜົນ ສໍາເຣັດດີ ແລະ ມີສຕິປັນຍາ ຂຽນກາບກອນ ໄວ້ເປັນມູນມັງ ໃຫ້ຊົນຊາຕ ລາວ ດ້ານວັນນະຄະດີ ຕລອດໄປ.
ສຸດທ້າຍນີ້ ຂໍຝາກບົດກອນ ໃຫ້ຂຽດຂາຄໍາ ທັມມະວົງສາ ຜ່ານມ RFA ນີ້ ດ້ວຍ ຖ້າບໍ່ເປັນການຣົບກວນ….
ຂຽດຂາຄໍາ ຂວ່າຍຄວດ ໄຂຂອດກຸນແຈໃຈ
ບັນຍາຍ ເປັນກາບກອນ ລຽງສລອນ ເຕັມປຶ້ມ
ຢືມຕໍາຣາ ໂຄງເຄົ້າ ນັກປຼາຕລາວ ຜູ້ຊົງຄ່າ
ມະຫາສີລາ ເລີດລໍ້າ ແປງທາງ ໃຫ້ລູກລາວ
ໄດ້ອ່ານປຶ້ມ ກອນເຈົ້າ ຣະຫັສ ຊື່ ”ກຸນແຈໃຈ”
ໄຂໂດຍ ຂຽຕຂາຄໍາ ທັມມະວົງສາ ໝາຍໄວ້
ສຸດແສນ ພູມໃຈລໍ້າ ວັນນະກັມ ດີເດັ່ນ
ເປັນຂອງຂວັນ ຄ່າກ້ອງ ຂອບໃຈນ້ອງ ທີ່ຫ່ວງຫາ
ມານະສູງ ຄິດຄົ້ນຄ້ວາ ຂຽນກອນເກັ່ງ ຜຍາໄກ
ຊ່າງມີ ນໍ້າໃຈຮັກ ອັກສອນລາວ ໃຫ້ຍືນຢັ້ງ
ຫາກໄດ້ ຟັງກອນ ຈົ່ງໂຊຄດີ ປັນຍາເດັ່ນມວນເຄາະເຂັນ ໂຣຄຮ້າຍ ໃຫ້ໄກນ້ອງ ຂຽຕຂາຕໍາ ຊອບແລ້ວ...
ນັ້ນ ກໍແມ່ນ ບົດກອນ ທີ່ທ່ານ ອະນຸສັກ ຂຽນມອບ ໃຫ້ແກ່ ທ່ານ ຂຽດຂາຄໍາ... ຜູ່ທີ່ຂຽນປຶ້ມ ຂອບໃຈ ນໍາທ່ານ ອະນຸສັກ ຫລາຍໆ