ຕອບຈົດໝາຍ: ວັນທີ 29 ກໍຣະກະດາ 2010
2010.07.29
ສະບາຍດີ ທ່ານຜູ່ຟັງ ທີ່ເຄົາຣົບ
ຂໍຕ້ອນຮັບ ທຸກທ່ານ ເຂົ້າສູ່ຣາຍການ ຕອບຈົດໝາຍ ປະຈໍາສັປດາ ຊຶ່ງ ຂ້າພະເຈົ້າ ຈະເຣີນສຸກ ຍັງຮັບໜ້າທີ່ ແທນ ໄມໂຊລີ ຢູ່ ...
ໃນສັປດານີ້ ... ພວກເຮົາ ໄດ້ຮັບ ຈົດໝາຍ ຫລາຍໆສະບັບຮວມທັງ ອີເມວ ແລະ ຄວາມຄິດເຫັນ ທີ່ຂຽນລົງ ໃນຂ່າວ ແລະ ສາຣະຄະດີ ...
ບັດນີ້ ມາຕອບຈົດໝາຍ ກັນເລີຍ... ທ່ານ ທີ່ໃຊ້ນາມ ປາກກາ ວ່າ ລູກຫລານລາວ ທີ່ຕ່າງແດນ ຊຶ່ງເພິ່ນຂຽນ ຖາມຂ່າວຄາວ ທິມງານ ວິທຍຸ ເອເຊັຍເສຣີ. ທ່ານຂຽນ ຕື່ມວ່າ ຂໍຂອບພຣະຄຸນ ທີ່ພວກທ່ານ ເປັນປາກ ເປັນສຽງ ໃຫ້ແກ່ ຄົນລາວ ໝົດທຸກຄົນ ຢູ່ໃນໂລກ ເມື່ອໄດ້ຍິນ ຂ່າວແລ້ວ ມີຄວາມເສົ້າ ສະຫລົດໃຈຫລາຍ ໃນການ ປົກຄອງ ຂອງປະທານ ປະເທດລາວ ທີ່ເຮັດໃຫ້ ປະເທດລາວ ສູນເສັຍ ຊັພຍາກອນ ຂອງຊາຕ ຊາວໜຸ່ມ ຕິດຢາບ້າ ຜູ່ຍິງລາວ ໄປຂາຍ ປະເວນີ ຢູ່ປະເທດໄທ. ເມື່ອໄດ້ຍິນແລ້ວ ນໍ້າຕາໄຫລອອກ ບໍ່ຮູ້ສຶກຕົວ ເຖິງເວລາ ກັບບ້ານແລ້ວ ຂໍໃຫ້ພີ່ນ້ອງ ຊາວລາວ ໝົດທຸກຄົນ ຈົ່ງຮັກແພງກັນ ສາມັກຄີກັນ ຮ່ວມໃຈກັນ ກັບບ້ານເຮົາ ເທີດ. ນັ້ນກໍແມ່ນ ຄວາມຄິດເຫັນ ຂອງທ່ານ ລູກຫລານລາວ ທີ່ຕ່າງແດນ... ຂອບໃຈນໍາ ທ່ານຫລາຍໆ ທີ່ໄດ້ຟັງຂ່າວ ຈາກພວກເຮົາ ແລ້ວກໍສົ່ງ ຄວາມເຫັນ ແລະ ເປັນຫ່ວງ ໄປຍັງພີ່ນ້ອງ ຊາວລາວ ໂດຍສະເພາະ ຜູ້ທີ່ໄດ້ຮັບ ຄວາມລໍາບາກ.
ສະບັບ ຕໍ່ໄປ ແມ່ນຂອງທ່ານ ຈັນທະບຸນ ມະນີວົງສ໌,ຈາກ ເມືອງ Fresno, ຣັຖ ແຄລີຟໍເນັຍ.. ທ່ານ ຈັນທະບຸນ ໄດ້ສົ່ງອີເມວລ ຝາກຄວາມ ສະບາຍດີ ມາຍັງ ທິມງານ ຂອງພວກເຮົາ ແລະ ຢາກຮູ້ວ່າ ອາກາດ ທາງ ວໍຊິງຕັນ ດີຊີ ພີ້ເປັນແນວໃດ ວ່າຊັ້ນ ຢູ່ທາງພີ້ ອຸນນະພູມ ປະມານ 79 ຫາ 93 ອົງສາ ຟາເຣັນຮາຍ ຊຶ່ງຖືວ່າ ຮ້ອນ ພໍສົມຄວນ.... ທ່ານ ຈັນທະບຸນ ຂຽນວ່າ ເປັນເວລາ ຫລາຍເດືອນເເລ້ວ ທີ່ ຂ້ອຍບໍ່ໄດ້ຂຽນ ຈົດໝາຍ ມາເຖິງ ທາງວິທຍຸ ເອເຊັຽເສຣີ ເເຕ່ຂ້ອຍກໍໄດ້ຮັບຟັງ ທຸກໆມື້ ບໍ່ໄດ້ຂາດເລີຍ. ການທີ່ຂ້ອຍຂຽນ e-mail ມາມື້ນີ້ ກໍບໍ່ມີ ຫຍັງຫລາຍ ມີເເຕ່ ຂ້ອຍຢາກມາບອກ ເຖິງຄວາມຮູ້ສຶກ ຂອງຂ້ອຍ ກ່ຽວກັບ ການດຳເນີນ ຣາຍການ ຂອງ ຄນະທິມງານ ເອເຊັຽເສຣີ ເທົ່ານັ້ນ. ເເຕ່ຖ້າ ຂ້ອຍບໍ່ກ່າວມາ ທາງທິມງານ ກໍອາດຈະຮູ້ສຶກ ໂຕເອງດີ ຢູ່ເເລ້ວເນາະ. ຂ້ອຍວ່າ ນັບມື້ ຍິ່ງຮັບຟັງ ກໍຮູ້ສຶກວ່າ ນັບມື້ ທາງທິມງານ ໄດ້ມີ ຄວາມກ້າວໜ້າ ໃນການ ບໍຣິການ ຂ່າວສານ ເເລະ ສາຣະຄະດີ ຂຶ້ນຢ່າງຕໍ່ເນື່ອງ.
ດຽວນີ້ ຂ້ອຍເຫັນວ່າ ມີເເຕ່ ຂ່າວສານ ທີ່ທັນເຫດການ ເເລະ ສາຣະຄະດີ ທີ່ເປັນປໂຍດ ຕົວຢ່າງ ສາຣະຄະດີ ເຣື້ອງ ການເເຕ່ງງານ ຂອງຜູ່ຍິງເອເຊັຽ ກັບຄົນຕ່າງ ປະເທດ ທີ່ເອື້ອຍ ມະນີຈັນ ເອົາມາອອກນັ້ນ. ຂ້ອຍຄິດວ່າ ຖ້າມີຍິງນື່ງ ທີ່ ກຳລັງ ຈະຕັດສິນໃຈ ເເຕ່ງງານ ກັບຄົນຕ່າງ ປະເທດຢູ່ ຖ້າໄດ້ຟັງເເລ້ວ ລາວກໍຄົງ ຄິດໃຫ້ມັນດີ ອີກເທື່ອນື່ງ.
ໃນຄວາມຄິດ ຂອງຂ້ອຍເເລ້ວ ຂ່າວສານ ເເລະ ສາຣະຄະດີ ຂອງທາງຣາຍການ ເອົາມາອອກ ເປັນ ສ່ວນນຶ່ງ ທີ່ເຮັດໃຫ້ ຄຸນນະພາບ ເເລະ ຖານະ ຂອງການເປັນຢູ່ ຂອງພີ່ນ້ອງ ລາວເຮົາ ສູງຂຶ້ນ ດັ່ງຄົນ ໃນປະເທດ ອື່ນເຂົາ. ເອົາລະມື້ນີ້ ຂ້ອຍຂໍເວົ້າ ເເຕ່ພຽງເທົ່ານີ້ເນາະ. ທ້າຍນີ້ ຂ້ອຍຂໍ ສັລເສີນ ໃນຜົນງານ ອັນດີຂອງ ທາງທີມງານ ໝົດທຸກທ່ານ. ຂໍຂອບໃຈ ໃນຄວາມ ອຸດສາມານະ ຂົນຂວຍ ຊອກຫາ ສາຣະຄະດີ ເເລະ ຂ່າວສານ ມາສເນີ ເເລະ ຂໍອວຍໄຊໃຫ້ພອນ ທຸກທ່ານ ຈົ່ງມີເເຕ່ ຄວາມຈະເຣີນ ຜາສຸກ ເດີນທາງໄປຫາ ຂ່າວຢູ່ໄສ ກໍຂໍໃຫ້ເດີນທາງ ດ້ວຍຄວາມປອດພັຍ.
ນັ້ນ ກໍແມ່ນ ຄວາມຄິດເຫັນ ຂອງທ່ານ ຈັນທະບຸນ ທີ່ໄດ້ສົ່ງ ອີ່ເມວລ ມາຮ່ວມ ໃນຣາຍການ ຂອງພວກເຮົາ ໃນສັປດານີ້. ຂອບໃຈ ກັບທ່ານ ຫລາຍໆ... ຈົດໝາຍ ສະບັບຕໍ່ໄປ ແມ່ນຂອງທ່ານ ສາຍ ນໍ້າຍົມ ຊຶ່ງເພິ່ນໄດ້ສົ່ງ ບົດກະວີ ມາຮ່ວມ ຣາຍການ ຂອງພວກເຮົາ ແລະ ບອກຕື່ມວ່າ ບົດກາວີນີ້ ເຄີຍໄດ້ສົ່ງມາ ອອກອາກາດ ຄັ້ງນຶ່ງແລ້ວ ແຕ່ວ່າ ຖືກຜູ່ອ່ານ ດັດແປງຢ່າງ ຫລວງຫລາຍ ສະນັ້ນ ຈຶ່ງໄດ້ສົ່ງ ມາອີກ ເພື່ອຢາກໃຫ້ ທ່ານຜູ່ຟັງ ເຂົ້າໃຈ ໃນເນື້ອໃນ ຂອງບົດກະວີ ຊຶ່ງຜູ່ຂຽນ ກໍຂຽນຂຶ້ນມາ ດ້ວຍຄວາມ ພຍາຍາມ ຕັ້ງໃຈ ຢາກໃຫ້ທຸກ ຄົນຊາບ ແລະ ເຂົ້າໃຈ ໃນນະໂຍບາຍ ເປີດກວ້າງ ດີກວ່າ ທີ່ຈະປົກປິດໄວ້ ຄິດວ່າ ສະຖານນີ ແຫ່ງນີ້ ເປັນບ່ອນເປີດເຜີຍ ຂ່າວຈິງ ບໍ່ແມ່ນ ຈະບິດເບືອນ ຂ່າວຈິງ. ພ້ອມນີ້ ສາຍນໍ້າຍົມ ຢາກຂໍເຕືອນ ເພື່ອນພີ່ນ້ອງລາວ ຜູ່ທີ່ມີລູກເຕົ້າ ຮຽນສູງ ຈົບປຣິນຍາ ທີ່ຢາກໄປ ທັສນະສຶກສາ ຢູ່ເມືອງລາວນັ້ນ ຂໍໃຫ້ທ່ານ ສົ່ງລູກຂອງທ່ານ ໄປທັສນະສຶກສາ ຢູ່ບ່ອນອື່ນ ຈະດີກ່ວາ ສ່ວນຢູ່ເມືອງລາວ ພວກເຮົາ ຮູ້ດີ ແລ້ວວ່າ ຜະເດັດການ ເສືອມັນ ມັກກິນຊີ້ນ ມັນບໍ່ປ່ຽນ ມາກິນຫຍ້າດອກ. ສະນັ້ນ ຖ້າຂ້າພະເຈົ້າ ເວົ້າຜິດ ກໍຂໍອະພັຍ...
ນັ້ນກໍແມ່ນ ຄວາມຄິດເຫັນ ຂອງທ່ານ ສາຍ ນໍ້າຍົມ ທີ່ໄດ້ສົ່ງມາຮ່ວມ ໃນຣາຍການ ຂອງພວກເຮົາ ໃນສັປດານີ້. ຄວາມຄິດຄວາມເຫັນ ດັ່ງກ່າວ ເປັນຂອງທ່ານ ສາຍ ນໍ້າຍົມ ພຽງຜູ້ດຽວ ຊຶ່ງຂ້າພະເຈົ້າ ມີໜ້າທີ່ ອ່ານອອກອາກາດ ເທົ່ານັ້ນ ສ່ວນເນື້ອໃນ ຈະແທ້ຈິງ ຫລື ຖືກຕ້ອງ ຢ່າງໃດນັ້ນ ຂໍໃຫ້ທ່ານ ຜູ່ຟັງ ນໍາໄປ ພິຈາຣະນາ ເອົາເອງ ກໍແລ້ວກັນ.
ບັດນີ້ ມາຟັງ ບົດກະວີ ຂອງທ່ານ ສາຍ ນໍ້າຍົມ ທີ່ມີຊື່ວ່າ ”ທິສດີ ເປີດກ້ວາງ”
ຟັງເດີ ຝູງພີ່ນ້ອງ ເພື່ອນຮ່ວມຊາຕ ທັງຫລາຍບ
ຂ້ອຍຊິບັນລະຍາຍ ເຣື້ອງແຜນການ ເປີດກ້ວາງ
ທັງຂັ້ນເທິງ ບົ່ງໄວ້ ວ່າລາວໃນລາວນອກ
ໃຫ້ລືມ ຄວາມຄຽດແຄ້ນ ທີ່ຝັງແໜ້ນ ຢູ່ໃນ
ເຊີນເຢີ້! ເຊີນທຸກຄົນ ຄືນເມືອສ້າງ ເມືອງລາວ ໃຫ້ເຮືອງຮຸ່ງ
ທາງການ ເພິ່ນຮັບຮູ້ ເປັນລາວແທ້ ຄູ່ຄົນ
ຄວາມຈິງ! ພັກ ແລະ ຣັຖ ເຊື່ອງສົ້ນ ປ່ຽນໂສມໜ້າ ຈາກສີແດງ
ແຕ້ມແຕ່ງ ເປັນສີຂາວ ຫລອກຊາວລາວ ຕ່າວຄືນບ້ານ
ໃຊ້ແຜນການ ເປີດກ້ວາງ ທິສດີ ຕົວະຫລອກ
ຕົວະລາວນອກ ແລ່ນຮັບໃຊ້ ແຜນວາງໄວ້ ຢ່າງແນບນຽນ
ທາດແທ້! ທິສດີ ເປີດກ້ວາງ ແມ່ນພັກ-ຣັຖ ວາງແຜນ
ເປີດຊາຍແດນ ໃຫ້ວຽດນາມ ໄທ ຈີນ ມາປຸ້ນບ້ານ
ຕົວະວ່າ ເຂົາມາສ້າງ ເມືອງວຽງຈັນ ໃຫ້ເຮືອງຮຸ່ງ
ສ້າງຕຶກສູງ ຄຸງຟ້າ ທໍາການຄ້າ ແມ່ນເຈັກແກວ
ສຽງແຊວໆ ຄຸຍໂມ້ ລາວສລາດ ໂສກັນ
ວ່າ ວຽງຈັນ ຮຸ່ງຈເຣີນ ເກີນຄາດໝາຍ ທີ່ວາງໄວ້
ເຈັກ ແກວ ມາສ້າງໃຫ້ ໄດ້ສົມໃຈ ທຸກສິ່ງຢ່າງ
ແປນຈ່າງປາງ ມວນໝູ່ໄມ້ ຢືນຕົ້ນ ຈົນບໍ່ມີ
ເວົ້າແຈ້ງ! ທິສດີ ເປີດກ້ວາງ ບໍ່ມີຫ່ວງ ໃຫ້ຊາດເຮົາ
ເພິ່ນໃຫ້ຊາວ ຕ່າງແດນ ເປັນຜູ່ແທນ ເມືອງບ້ານ
ສັມປະທານ ໜອງນໍ້າ ບໍ່ເງິນ ຄໍາ ອັນລໍ້່າຄ່າ
ໄລ່ ປະຊາ ໜີຈາກບ້ານ ໃຜຄັດຄ້ານ ລະແມ່ນຕາຍ ແທ້ໃດ໋!
ເປັນຈັ່ງໃດ ທ່ານຜູ້ຟັງ ບົດກະວີ ຂອງທ່ານ ສາຍ ນໍ້າຍົມ... ຟັງແລ້ວ ມີຄວາມຮູ້ສຶກ ແນວໃດ? ຂອບໃຈ ທ່ານ ສາຍ ນໍ້າຍົມ ຫລາຍໆ ທີ່ໄດ້ສົ່ງ ຈົດໝາຍ ພ້ອມ ບົດກະວີ ມາຮ່ວມ ຣາຍການ ຂອງພວກເຮົາ. ພ້ອມດຽວກັນນີ້ ຂ້າພະເຈົ້າ ຂໍອະທິບາຍ ໃຫ້ທ່ານ ສາຍ ນໍ້າຍົມ ແລະ ອີກຫລາຍໆ ຄົນ ທີ່ເຮົາ ບໍ່ໄດ້ອ່ານ ຈົດໝາຍ ດັດແປງ ຫລືວ່າ ປ່ຽນຄໍາເວົ້າ ໃນຈົດໝາຍ ບົດກະວີ ຫລື ກອນ ກໍດີ... ເນື່ອງຈາກວ່າ ຄໍາເວົ້າ ຫລື ຄໍາສັບ ບາງຄໍາ ບໍ່ເໝາະສົມ ໃນການອ່ານ ອອກອາກາດ ຫລືວ່າ ເປັນຄໍາທີ່ ບໍ່ສຸພາບ. ອີກຢ່າງນຶ່ງ ຄໍາສັບ ແລະ ພາສາ ເປັນສື່ ຫລືວ່າ ເປັນພາຫະນະ ໃນການນໍາ ຂໍ້ມູນ ແລະ ຄວາມໝາຍ ຂອງຜູ່ທີ່ຂຽນ. ດັ່ງນັ້ນ ຖ້າໃຊ້ ຄໍາສັບ ທີ່ບໍ່ເໝາະສົມ ຫລືວ່າ ແບບສຽດສີ ຜູ່ອື່ນ ຈະໄປເຮັດໃຫ້ ຄວາມໝາຍ ນັ້ນ ບໍ່ມີຄຸນຄ່າ. ພ້ອມດຽວກັນນີ້ ກໍຫວັງວ່າ ຫລາຍໆທ່ານ ຄົງເຂົ້າໃຈ ຕາມນີ້ດ້ວຍ.
ທ່ານ ຜູ້ຟັງທີ່ເຄົາຣົບ ກ່ອນຈາກກັນ ມື້ນີ້ ມາຟັງຜົນ ງານເພງ ຂອງທ່ານ ພົມມະ ພິມມະສອນ, ມາໃນເພງ ທີ່ມີຊື່ວ່າ ດາວຕົກ ....