ເຣື້ອງທີ່ເກັບບັນທຶກໄວ້
2024-08-31
ສອງໄວໜຸ່ມລາວ ທີ່ເຫຼື້ອມໃສ ໃນຄໍາສອນ ຂອງພຣະພຸດທະເຈົ້າ ແລະໄດ້້ສ້າງ App ໄວ້ສໍາລັບ ຜູ້ທີ່ສົນໃຈຢາກສຶກສາທໍາມະ.
2024-08-30
ມະຫາວິທະຍາໄລສະຫວັນນະເຂດ ໄດ້ທໍາການສອບເສັງເອົານັກຮຽນ ເຂົ້າຮຽນມະຫາວິທະຍາໄລຂອງຕົນ ໃນມື້ວັນທີ 20 ສິງຫາ 2024 ທີ່ສົກການສຶກສາປີ 2024-2025 ນີ້ ມີຄວາມຕ້ອງ ການນັກຮຽນ ເຂົ້າສຶກສາຕໍ່ ຈໍານວນ 1,500 ຄົນ ແຕ່ມີນັກຮຽນສະໝັກເຂົ້າສອບເສັງພຽງ 329 ຄົນເທົ່ານັ້ນ.
2024-08-30
ເມື່ອວັນທີ 26 ສິງຫາ 2024 ທີ່ຜ່ານມາເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ໄດ້ສຶກສາອົບຮົມຊາວບ້ານຈຳນວນ 21 ຄົນ ທີ່ລັກລອບຂຸດຄົ້ນແຮ່ຄຳໃນເຂດສຳປະທານ ຂອງບໍລິສັດ ເອທີໂອໂຕ້ ຈຳກັດ ຂອງນັກທຸລະກິດລາວຢູ່ ບ້ານພູກອງເຂົ້າ ເມືອງລ້ອງແຈ້ງ ເຊິ່ງເປັນການກະທຳຜິດຕໍ່ກົດໝາຍອາຍາມາດຕາ 40.
2024-08-30
ຄະນະເຮັດວຽກ ດ້ານການຖືກບັງຄັບໃຫ້ຫາຍສາບສູນ ຂອງສະຫະປະຊາຊາດ ກ່າວວ່າມີ 6 ກໍລະນີ ການຖືກບັງຄັບຫາຍສາບສູນ 6 ຄົນ ເຊິ່ງມີຄວາມກ່ຽວຂ້ອງກັບການທີ່ປະຊາຊົນລາວ ຖືກຈໍາກັດສິດ ເສລີພາບ ແລະ ພົບວ່າ ແມ່ນເຈົ້າໜ້າທີ່ລັດ ຫຼື ຄົນຂອງລັດກ່ຽວຂ້ອງ.
2024-08-30
ປະເທດລາວ ປະສົບບັນຫາເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ເຮັດໃຫ້ເງິນຄ່າຈ້າງທີ່ຄົນງານ ໄດ້ຮັບໃນແຕ່ລະເດືອນຫຼຸດລົງ ທ່າມກາງສິນຄ້າ ອຸປະໂພກ-ບໍລິໂພກ ທີ່ມີລາຄາເພີ່ມສູງຂຶ້ນ ແລະຜູ້ປະກອບການໃນຫຼາຍຫົວໜ່ວຍທຸລະກິດ ບໍ່ມີນະໂຍບາຍຊ່ວຍເຫຼືອເງິນອຸດໜູນໃຫ້ແກ່ຄົນງານເທື່ອ.
2024-08-29
ສະພາບຄຸກ ຢູ່ປະເທດລາວ ຍັງມີຄວາມແອອັດ ແລະ ຜູ້ຕ້ອງຫາ ຫຼາຍ 1,000 ຄົນ ຕ້ອງດໍາລົງຊີວິດຢູ່ດ້ວຍຄວາມແອອັດ ແລະ ຍາກລໍາບາກ.
2024-08-29
ການຄຸ້ມຄອງລົດຂອງລັດ ຢູ່ໃນຂອບເຂດທົ່ວປະເທດລາວ ຍັງພົບຄວາມຫຍຸ້ງຍາກ ຍ້ອນມີພະນັກງານລັດຈຳນວນໜຶ່ງ ເຮັດຜິດລະບຽບ ນໍາລົດປະຈຳຫ້ອງການ ໄປໃຊ້ເປັນລົດສ່ວນບຸກຄົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຕົນເອງ.
2024-08-29
ຊ່າງພາບ ແລະນັກອອກແບບ ງານສິນລະປະຊາວໄທ ອາຍຸ 42 ຖືກໄວລຸ້ນລາວ ອາຍຸ 17 ປີ ຂັບລົດຕຳ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ເສຍຊີວິດ ຂະນະທີ່ທາງຄອບຄົວ ຂອງຜູ້ກໍ່ເຫດ ທີ່ຍັງຂໍສະຫງວນຊື່ ແລະນາມສະກຸນ ພ້ອມທີ່ຈະຮັບຜິດຊອບທຸກຢ່າງ.
2024-08-29
ອັດຕາການປະລະການຮຽນ ຊັ້ນປະຖົມຍັງສູງ ແລະ ຫຼ້າສຸດນີ້ ເຈົ້າແຂວງເຊກອງໄດ້ອອກແຈ້ງການໃຫ້ບັນດາເຈົ້າເມືອງໃນ 4 ຕົວເມືອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນແຂວງປຸກລະດົມນັກຮຽນຕາມເກນອາຍຸເຂົ້າຮຽນໃນຊັ້ນຮຽນຕ່າງໆ ເພື່ອຫວັງວ່າສົກຮຽນໃຫມ່ຈະມີນັກຮຽນເພີ່ມຂຶ້ນ.
2024-08-29
6 ເດືອນຕົ້ນປີນີ້ ລັດຖະບານລາວໄດ້ອະນຸມັດໃຫ້ນັກທຸລະກິດຫວຽດນາມ ລົງທຶນມູນຄ່າ 339 ລ້ານໂດລ້າສະຫະລັດ ເຊິ່ງໃນນັ້ນ ລວມຂະແໜງການບໍ່ແຮ່ 1 ໂຄງການ, ຂະແໜງໄຟຟ້າ 1 ໂຄງການ ແລະຂະແໜງອື່ນໆ 4 ໂຄງການ ຊຶ່ງກະຈາຍການລົງທຶນຢູ່ຕາມແຂວງຕ່າງໆ ຂອງປະເທດລາວ.
2024-08-28
ເງິນກີບອ່ອນຄ່າ ຊາວລາວອ່ອນໃຈ ຫຼາຍຄົນເວົ້າວ່າ ທຸກຢ່າງຝືດເຄືອງ ຖົດຖອຍ ຕ່າງຈາກ 2-3 ປີ ທີ່ຜ່ານມາ ທີ່ພໍອ້າປາກຫາຍໃຈໄດ້ ແຕ່ທຸກມື້ນີ້ ຄືນໍ້າຖ້ວມປາກ ຫາກຂຶ້ນຖ້ວມດັງເມື່ອໃດ ແມ່ນດັບເຊື້ອສູນພັນ.
2024-08-28
ປ້າຍໂຄສະນາຜິດລະບຽບ ທີ່ຕິດຊະຊາຍຢູ່ເມືອງແບງ ແຂວງອຸດົມໄຊ ສ່ວນໃຫຍ່ເປັນຂອງຈີນ ທີ່ມີທັງເອົາພາສາຕ່າງປະເທດ ຂຶ້ນເທິງພາສາລາວ, ຂຽນໂຕໜັງສືລາວໜ້ອຍກວ່າໂຕຕ່າງປະເທດ.
2024-08-28
ຜູ້ປົກຄອງນັກຮຽນ ຕ້ອງຊື້ຂຸດນັກຮຽນ ແລະ ອຸປະກອນການຮຽນໃນລາຄາທີ່ແພງຂຶ້ນ ສໍາລັບສົກສົກຮຽນໃໝ່ ທີ່ເປີດໃນເດືອນກັນຍານີ້.
2024-08-28
ບໍລິສັດຕ່າງປະເທດຢູ່ລາວ ຈໍານວນນຶ່ງ ຍັງຈ່າຍຄ່າແຮງງານຕາມອັດຕາເງິນເດືອນຂັ້ນຕໍ່າ ໃຫ້ຄົນງານລາວຢູ່.
2024-08-28
ໃນວັນທີ 26 ສິງຫາ ເຈົ້າໜ້າທີ່ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ ກວາດລ້າງ ແກ້ງຄໍເຊັນເຕີ ໄດ້ 16 ບໍບິສັດ ແລະ ຈັບຜູ້ຕ້ອງສົງໄສຊາວຈີນໄດ້ອີກ 60 ຄົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ. ເຈົ້າໜ້າທີ່ຕໍາຫຼວດລາວ ສົມທົບກັບ ພາກສ່ວນກ່ຽວຂ້ອງ ທັງໝົດ 250 ຄົນ.