ເຣື້ອງທີ່ເກັບບັນທຶກໄວ້
2021-09-22
ຄົນງານລາວ ປະມານ 20 ປາຍຄົນ ທີ່ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ເຂດນະຄອນຫຼວງວຽງຈັນ ໄດ້ເງິນເດືອນ ຈາກນາຍຈ້າງຈີນແລ້ວ ພາຍຫຼັງ ທີ່ບໍໍ່ໄດ້ມາ ເປັນເວລາ ເດືອນປາຍ ຈົນເຮັດໃຫ້ ມີການຊຸມກັນ ທວງຖາມເງິນ ກັບນາຍຈ້າງຈີນ ຢູ່ເຂດກໍ່ສ້າງ.
2021-09-21
ຄົນງານລາວ ປະສົບບັນຫາ ຂາດລາຍໄດ້ ແລະ ວ່າງງານ ໃນໄລຍະລ໊ອກດາວ ນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ ເພື່ອປ້ອງກັນ ການຣະບາດ ຂອງໂຄວິດ-19 ໃນເຂດຊຸມຊົນ.
2021-09-21
ຍັງມີເດັກນ້ອຍ ຈຳນວນນຶ່ງ ຢູ່ແຂວງອຸດົມໄຊ ໄຮ້ທີ່ຢູ່ ອາສັຍ ແລະ ຖືກປ່ອຍປະ ລະເລີຍ ຍ້ອນຄວາມທຸກຍາກ ໃນຄອບຄົວ ແລະ ຢາເສບຕິດ ພໍ່ແມ່ ບໍ່ມີ ວຽກເຮັດ ບໍ່ມີລາຍໄດ້ ສ່ວນຫຼາຍ ແມ່ນເດັກນ້ອຍ ຊົນເຜົ່າ.
2021-09-21
ການປາບປາມ ແລະ ຄວບຄຸມ ການແລກປ່ຽນ ເງິນຕຣາ ນອກລະບົບ ຍັງເປັນໄປ ໄດ້ຍາກ ໃນປະເທດລາວ ຍ້ອນເຈົ້າຂອງຮ້ານ ແລກປ່ຽນເງິນ ກຳນົດ ອັດຕຣາ ດ້ວຍຕົນເອງ.
2021-09-21
ທາງການລາວ ອະນຸຍາດ ໃຫ້ບໍຣິສັດ ພົງຊັບທະວີ ກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະຊົລປະທານຈໍາກັດ ສໍາຣວດ ໂຄງການ ສ້າງເຂື່ອນໄຟຟ້າ 4 ແຫ່ງ ຢູ່ແຂວງພາກກາງ ແລະ ພາກໃຕ້, ໂດຍສະເພາະ ໃນແຂວງ ບໍຣິຄຳໄຊ ແລະ ເຊກອງ.
2021-09-20
ເພັ້ຽຈັກຈັ່ນ ທຳລາຍເຂົ້ານາປີ ຂອງປະຊາຊົນ ໃນເມືອງຫ້ວຍຊາຍ ຮວມທັງ ບ້ານປາກງາວ ແລະ ບ້ານດອນຄູນ ເຮັດໃຫ້ຜົລເສັຽຫາຍ 129.5 ເຮັກຕ້າຣ໌ ຕົກເປັນ 72 ຄອບຄົວ ແລະ ເສັຽຫາຍໜັກ 2 ຄອບຄົວ.
2021-09-20
ນະຄອນຫຼວງວຽງຈັນ ສັ່ງໃຫ້ລ໊ອກດາວ ນະຄອນຫຼວງຕື່ມ ຍ້ອນການຣະບາດ ຂອງໂຄວິດ-19 ຫຼາຍ, ໃນຂະນະທີ່ ມີຜູ້ຕິດເຊື້ອໃໝ່ ໃນວັນທີ 19 ກັນຍາ ທົ່ວປະເທດ 214 ຄົນ, ໃນນັ້ນ ຕິດໃນຊຸມຊົນ 162 ຄົນ ແລະ ນຳເຂົ້າ 52 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 19,399 ຄົນ.
2021-09-20
ພະຍຸ, ພັຍແຫ້ງແລ້ງ ແລະ ພັຍນໍ້າຖ້ວມ ຍັງເປັນ ພັຍທີ່ຂົ່ມຂູ່ ການດຳລົງຊີວິດ ຂອງ ປະຊາຊົນລາວ. ແນວໂນ້ມ ພັຍພິບັດ ທາງທັມມະຊາດ ອາດຈະເພີ່ມ ຄວາມຮຸນແຮງ ຂຶ້ນໄປ ເລື້ອຍໆ.
2021-09-20
ບັນຫາອັນເກີດຈາກ ການທີ່ ຄນະ ຜູ້ຕ່າງໜ້າລາວ ໃນກອງປະຊຸມ ວ່າດ້ວຍ ບັນຫາ ສົງຄາມ ໃນອິນດູຈີນ ນະຄອນ ເຊີແນວ “Genève” ໄປຮັບປະທານ ອາຫານ ກັບນາຍົກ Chou En Lai ແຫ່ງຈີນແດງ ແລະ ນາຍົກ Pham Van Dong ແຫ່ງວຽຕນາມເໜືອ.
2021-09-20
ຊາວຄຣິສຕຽນ ເມືອງຕະໂອ້ຍ ຍັງບໍ່ໄດ້ຮັບ ການຊ່ອຍເຫຼືອໃດໆ ພາຍຫຼັງ ທີ່ອຳນາດ ການປົກຄອງ ມ້າງເຮືອນ ຂອງເຂົາເຈົ້າຖິ້ມ ແລະ ສັນຍາວ່າ ປຸກໃຫ້ໃໝ່.
2021-09-19
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ຄົນງານຣົດໄຟ ລາວ-ຈີນ ບໍ່ໄດ້ ເງິນເດືອນ, ນັກສຶກສາລາວ ທຸກຊັ້ນ ຕັ້ງໃຈຮຽນ ພາສາຈີນ ແລະ ອົງການສາກົລ ສືບຕໍ່ຮຽກຮ້ອງ ໃຫ້ປ່ອຍ ນາງໝວຍ.
2021-09-18
ນາຍຈ້າງຈີນ ຍັງບໍ່ທັນ ຈ່າຍເງິນເດືອນ ໃຫ້ຄົນງານລາວ ທີ່ສ້າງ ທາງຣົດໄຟ ລາວ-ຈີນ ໃນເຂດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຖິງຈະມີການເຈຣະຈາກັນແລ້ວ ກໍຕາມ.
2021-09-18
ປະຊາຊົນ ຢູ່ຫຼາຍແຂວງ ຂາດເຂີນ ສະບຽງອາຫານ ໃນຂະນະທີ່ ຕລາດສົດ, ຮ້ານຂາຍອາຫານ ແລະ ຮ້ານຂາຍເຄື່ອງຍ່ອຍ ປິດກິຈການ ຊົ່ວຄາວ ຍ້ອນມາຕການ ລ໊ອກດາວ ໂຄວິດ-19.
2021-09-17
ອົງການຊ່ອຍເຫຼືອສະຫະຣັດ ໄດ້ມອບ ອຸປກອນ ການແພດ ປ້ອງກັນ ໄຂ້ປ່າ ມາລາເຣັຽ ໃນມູນຄ່າ 5 ແສນປາຍໂດລາຣ໌ ແລະ ໃນມື້ວັນທີ 14 ກັນຍານີ້ ກໍໄດ້ມອບເງິນ 2 ລ້ານໂດລາຣ໌ ເພື່ອໃຊ້ໃນການ ບໍຣິການ ສັກວັກຊິນ ປະຊາຊົນ ທົ່ວປະເທດ ໃຫ້ແກ່ ກະຊວງ ສາທາຣະນະສຸຂລາວ.
2021-09-17
ຄົນງານລາວ ທີ່ສ້າງທາງຣົດໄຟ ລາວ-ຈີນ ພາກັນຮຽກຮ້ອງ ເອົາຄ່າແຮງງານ ຈາກບໍຣິສັດຈີນ ພາຍຫຼັງ ທີ່ບໍ່ໄດ້ຮັບເງິນຄ່າຈ້າງ ມາໄດ້ເດືອນປາຍແລ້ວ ທັ້ງໆທີ່ພວກຕົນ ກໍເຮັດວຽກສໍາເຣັດ ຕາມໜ້າວຽກ ທີ່ໄດ້ຖືກມອບໝາຍໃຫ້.