ເຣື້ອງທີ່ເກັບບັນທຶກໄວ້
2024-11-11
ແກ້ງສະແກມເມີ້ ໃນອາຊີຕາເວັນອອກສຽງໃຕ້ ຫັນມານໍາໃຊ້ ເຕັກໂນໂລຊີ AI ໃນການຄ້າມະນຸດ ແລະ ກໍ່ອາດຊະຍາກໍາ ຂ້າມຊາດ.
2024-11-08
ຊາວລາວ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄໍາມ່ວນ ຫຼາຍຄົນຍັງຄົງພົບການເຈັບເປັນຍ້ອນກິ່ນຂີ້ວຈາກໂຮງງານຂຸດຄົ້ນບໍ່ເກືອກາລີ ຫຼື ໂປຕາສ ຂອງ ບໍລິສັດ ຊີໂນ ອາກຣີໂປຕາສ ຈໍາກັດຂອງຈີນທີ່ມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ ແລະ ຍັງປະສົບກັບຜົນກະທົບ ອື່ນໆ ອີກຫຼາຍແນວອັນເກີດຈາກການຂຸດຄົ້ນເກືອກາລີ ດັ່ງກ່າວ.
2024-11-06
ເຖິງປັດຈຸບັນ ຢູ່ຫຼາຍດ່ານສາກົນ ຂອງລາວ ກໍຍັງບໍ່ມີ ເຄື່ອງກວດສານເຄມີ ທີ່ນໍາເຂົ້າມາ ຈາກຕ່າງປະເທດ ແລະ ບໍ່ມີຊ່ຽວຊານ ດ້ານນີ້ນໍາດ້ວຍ. ເຮັດໃຫ້ເຈົ້າໜ້າທີ່ ປະຈໍາດ່ານ ໄດ້ກວດແຕ່ ໃບຢັ້ງຢືນ ອະນຸຍາດ ການນໍາເຂົ້າ ເທົ່ານັ້ນ.
2024-11-06
ຊາວກະສິກອນ ຫຼາຍແຂວງ ຈະປູກເຂົ້ານາແຊງ ແລະ ພືດຜັກ - ໝາກໄມ້ລະດູແລ້ງບໍ່ໄດ້ເຕັມເມັດເຕັມໜ່ວຍ ຍ້ອນ ລະບົບຊົນລະປະທານ ເສຍຫາຍຈາກໄພນໍ້າຖ້ວມ 300 ໂຄງການ ລວມເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 14,826 ເຮັກຕາ ໃນນັ້ນເສຍຫາຍຢ່າງຮ້າຍແຮງ 7,838 ເຮັກຕາ ມູນຄ່າເສຍຫາຍທັງໝົດ 592 ຕື້ກີບ.
2024-11-06
ການເລືອກຕັ້ງ ປະທານາທິບໍດີ ຂອງສະຫະລັດ ອາເມຣິກາ ໄດ້ດຳເນີນມາເຖິງໂຄ້ງສຸດທ້າຍ ໃນມື້ວັນທີ 5 ພະຈິກ ປີ 2024 ທີ່ຜ່ານມານີ້ເຊິ່ງນອກຈາກຊາວອາເມຣິກາທີ່ໃຫ້ຄວາມສົນໃຈແລ້ວພົນລະເມືອງຈາກຫຼາຍປະເທດທົ່ວໂລກກໍຕິດຕາມການເລືອກຕັ້ງຄັ້ງນີ້ຢ່າງໃກ້ຊິດເຊັ່ນດຽວກັນ. ລວມເຖິງປະຊາຊົນລາວນຳຍ້ອນການເລືອກຕັ້ງຜູ້ນຳອາເມຣິກາຄັ້ງນີ້ອາດສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ຫຼາຍປະເທດທົ່ວໂລກ.
2024-11-05
ທາງການ ມີນະໂຍບາຍ ຂາຍລົດລັດ ໃຫ້ພະນັກງານບໍານານ ຢູ່ແຂວງຈໍາປາສັກ 7 ຄັນ ໃນລາຄາພິເສດຕາມຂໍ້ຕົກລົງ ຂອງນາຍົກ ລັດຖະມົນຕີ.
2024-11-05
ສໍານັກງານ ອົງການບໍລິຫານຕ່າງໆ ຂອງລັດ ຮວມທັງໜ່ວຍງານ ຊົນລະປະທານ ຢູ່ແຂວງສາລະວັນ ຍັງເປັນໜີ້ຄ່າໄຟຟ້າ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງສາລະວັນ ຮວມທັງ ໜີ້ເກົ່າ ຫຼາຍກວ່າ 21.3 ຕື້ກີບ ຍ້ອນບໍ່ມີ ງົບປະມານ ພຽງພໍ ທີ່ຈະຊໍາລະ ຄ່າໄຟຟ້າ. ໃນຈໍານວນໜີ້ ທີ່ວ່ານີ້ ເປັນໜີ້ ຂອງໜ່ວຍງານ ຊົນລະປະທານ 4.7 ຕື້ກີບ
2024-11-05
ປັດຈຸບັນ ຢູ່ແຂວງຫຼວງພຣະບາງ ມີຄົນຈີນ ຈໍານວນຫຼາຍ ເຂົ້າມາເຮັດ ທຸລະກິດ ດ້ານການທ່ອງທ່ຽວ ແບບຜິດກົດໝາຍ ໃນລັກສະນະ ເຊົ່າເຮືອນພັກ ຕໍ່ຈາກຄົນລາວ ແລ້ວເປີດ ໃຫ້ບໍລິການເອງ ແບບບໍ່ໄດ້ຮັບ ອະນຸຍາດ, ແຕ່ຍັງບໍ່ສາມາດ ລະບຸໄດ້ວ່າ ມີຈັກແຫ່ງ, ລວມທັງມີ ພະນັກງານນໍາທ່ຽວຊາວຈີນ ອີກຈໍານວນໜຶ່ງ ທີ່ນໍາພານັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ໃນລັກສະນະພະນັກງານ ນໍາທ່ຽວເຖື່ອນ.
2024-11-05
ປັດຈຸບັນບໍລິສັດຕອບແຊດຈີນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເລີ່ມກັບມາເປີດທໍາການອີກຄັ້ງຫຼາຍບໍລິສັດ ຫຼັງຈາກເຈົ້າໜ້າທີ່ ລາວ-ຈີນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມເທື່ອໃຫຍ່ ເມື່ອເດືອນສິງຫາ ປີ 2024 ທີ່ຜ່ນມາ. ແລະສາມາດຈັບໄດ້ຜູ້ຖືກຫາທັງໝົດ 2,160 ຄົນ ເຊິ່ງການກັບມາເປີດທໍາການຂອງບໍລິສັດຕອບແຊດໃນເທື່ອນີ້ແມ່ນປັບປ່ຽນແຜນງານ ໂດຍຮັບຄົນອິນເດຍ ແລະຄົນຈາກທະວີບອາຟຣິກາ ທີ່ເວົ້າພາສາອັງກິດໄດ້ມາເຮັດວຽກເປັນສະແກມເມີເປົ້າໝາຍເພື່ອຕົວະຍົວະເອົາເງິນຄົນທົ່ວໂລກ
2024-11-04
ນັກວິຊາການ ແລະ ພາກປະຊາສັງຄົມໃນໄທຈັດກອງປະຂຸມເສວະນາເຂື່ອນປາກແບງໃນວັນທີ່ 1 ພະຈິກ ທີ່ຜ່ານມາ ທີ່ນະຄອນຫຼວງບາງກອກ ຍູ່ປະເທດໄທ ເພື່ອສະແດງຄວາມກັງວົນຕໍ່ຜົນກະທົບຈາກເຂື່ອນປາກແບງເນື່ອງຈາກ ໂຄງການດັ່ງກ່າວຂາດການຄຸ້ມຄອງທີ່ດີ ບໍ່ວ່າຈະເປັນເລື່ອງສິ່ງແວດລ້ອມ, ວິຖີຊີວິດລວມໄປເຖິງເຂດແດນລະຫວ່າງໄທ-ລາວ.
2024-11-03
ປະຊາຊົນ ຮຽກຮ້ອງ ໃຫ້ມີການແກ້ໄຂ ບັນຫາເສດຖະກິດ ຢ່າງຮີບດ່ວນ ໃນກອງປະຊຸມສະພາແຫ່ງຊາດ ຈະຈັດຂຶ້ນ ໃນກາງເດືອນນີ້.
2024-11-03
ສປປລາວ ພວມດຳເນີນການ ໃຫ້ສໍາປະທານ ເນື້ອທີ່ດິນ 400 ເຮັກຕາຣ໌ ແກ່ບໍລິສັດຈີນ ດຳເນີນໂຄງການຂຸດຄົ້ນຖ່ານຫິນ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ.
2024-11-02
ບົດສໍາພາດ ດຣ. ບຸນທອນ ຈັນທະວົງ-ວິເຊີ ປະທານ ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່ຽວກັບເລື່ອງ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ໄດ້ຖືກປ່ອຍອອກຈາກຄຸກບັງລຽງ ແຂວງຈໍາປາສັກ, ແຕ່ສັງເກດເຫັນວ່າ ນາງຍັງຖືກທາງການຕິດຕາມ ສິ່ງຊອມເອົາຄວາມຜິດຢູ່ ຊຶ່ງອົງການສິດມະນຸດ ແລະປະຊາທິປະໄຕຮຽກຮ້ອງ ໃຫ້ທາງການລາວ ປ່ອຍໃຫ້ນາງ ມີອິດສະຫຼະ ເສລີໃນການເປັນຢູ່ ແລະທໍາມາຫາກິນ.
2024-11-02
ເຈົ້າໜ້າທີ່ ແຂວງຊາຍແດນ ລາວ-ໄທ ຈະຮ່ວມມືກັນ ເພີ່ມການປາບປາມ ການຄ້າມະນຸດ ແລະ ຊ່ອຍເຫຼືອ ຜູ້ເຄາະຮ້າຍ ກັບປະເທດ.