ຣົຖໄຟຄວາມໄວສູງ ຍັງຕ້ອງດັດແປງສັນຍາ

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເລື່ອນເວລາ ເນື່ອງຈາກ ສັນຍາ ຄວາມຮ່ວມມື ກ່ຽວກັບ ການຣົຖໄຟ ໃນບາງຕອນ ຍັງຈະໄດ້ ແກ້ໄຂ ດັດແປງ.


ກົດຟັງສຽງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປລາວ ເປີດເຜີຍວ່າ ຄວາມຄືບຫນ້າ ໂຄງການ ຣົຖໄຟ ຄວາມໄວສູງ ຈາກແຂວງ ຢູນານ ຂອງຈີນ ເຂົ້າຫາ ນະຄອນຫລວງ ວຽງຈັນ ຄາດວ່າ ຈະເລີ້ມ ລົງມື ວັນທີ 25 ເມສາ ປີນີ້ ນັ້ນ ຕ້ອງໄດ້ເລື່ອນ ເວລາ ອອກໄປ ເພາະໂຄງການ ດ່ັງກ່າວ ຍັງຢູ່ໃນ ຂັ້ນຕອນ ການສຳຣວດ ແລະ ດັດແປງ ສັນຍາ ບາງຕອນ ກ່ອນຈະລົງມື ໄດ້. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ:

"ຍັງບໍ່ທັນ ໄດ້ສ້າງນະ ຂະເຈົ້າ ເລື່ອນ ໄປກ່ອນ ເມື່ອໃດ ຂະເຈົ້າ ຈີ່ສ້າງ ຍັງບໍ່ຮູ້ນະ ຂະເຈົ້າຍັງ ບໍ່ທັນພ້ອມ ຍັງປັບປຸງ ສັນຍາຢູ່ນະ ເມື່ອໃດ ຂະເຈົ້າ ຊີ່ສ້າງ ຂະເຈົ້າຊີ່ ແຈ້ງມາ ຕາມຫລັງ".

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຈາກແຂວງ ຢູນານ ເຂົ້າຫາ ນະຄອນຫລວງ ວຽງຈັນ ກ່ອນຫນ້ານີ້ ມີກຳນົດ ຈະລົງມື ສ້າງ ໃນວັນທີ 25 ເມສາ ແຕ່ຕ້ອງ ເລື່ອນເວລາ ອອກໄປກອ່ນ ເຖິງແມ່ນວ່າ ໃນວັນທີ 20 ເມສາ ຜ່ານມາ ໄດ້ມີ ຕົວແທນ ຈາກ ທະນາຄານ ພັທນາ ຂອງຈີນ ທ່ານ ຈຽງ ຈາວລີງ ເດີນທາງ ມາພົບ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ເພື່ອເຈຣະຈາ ຂໍ້ຕົກລົງ ໃນການ ຮ່ວມທືນ ສ້າງເສັ້ນທາງ ຣົຖໄຟ ສາຍນີ້ ກໍ່ຕາມ.

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານດຽວກັນ ນັ້ນ ກ່າວເພີ້ມວ່າ ການສຳຣວດ ເສັ້ນທາງ ມີການ ຫລ້າຊ້າ ກວ່າກຳນົດ ຈື່ງໄດ້ເລື່ອນ ເວລາ ໃນການສ້າງ ສົ່ງຜົລເຮັດໃຫ້ ສັນຍາ ການກໍ່ສ້າງ ແລະ ຄວາມຮ່ວມມື ກ່ຽວກັບ ການຣົຖໄຟ ຕ້ອງໄດ້ ດັດແປງ ແກ້ໄຂ.

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ທະນາຄານ ພັທນາ ແຫ່ງຊາດຈີນ ຈະລົງທືນ 70% ສ່ວນເຫລືອ 30% ແມ່ນ ສປປລາວ. ເຈົ້າຫນ້າທີ່ລາວ ທ່ານນີ້ ຍັງບໍ່ສາມາດ ບອກເວລາ ທີ່ແນ່ນອນ ໄດ້ວ່າ ເມື່ອໃດ ຈີນ ຈະລົງ ມືສ້າງ ແຕ່ຄາດວ່າ ຈະມີຂື້ນ ໃນໂອກາດ ອັນໃກ້ໆນີ້ ເພື່ອໃຫ້ ສຳເຣັດ ໃນປີ 2015 ຕາມທີ່ ຄາດໄວ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org