ເດືອນເມສາປີນີ້ ທາງຣົຖໄຟຈະເຣີ້ມສ້າງ

ໂຄງກາຣຮ່ວມມື ສ້າງທາງ ຣົຖໄຟ ຄວາມໄວສູງ ຣະຫວ່າງ ລາວ-ຈີນ ຈະເຣີ້ມລົງມື ໃນເດືອນ ເມສາ ປີນີ້.


ກົດຟັງສຽງ

ໂຄງກາຣຮ່ວມມື ສ້າງທາງຣົຖໄຟ ຄວາມໄວສູງ ຈາກ ນະຄອນຂຸນຫມິງ ເມືອງເອກຂອງ ແຂວງ ຢຸນນານ ຢູ່ທາງຕາເວັນ ຕົກສ່ຽງໃຕ້ ຂອງຈີນ ລົງມາເຖິງ ນະຄອນຫລວງ ວຽງຈັນ ຈະໄດ້ເຣີ່ມ ລົງມືກາຣ ກໍ່ສ້າງ ໃນມື້ວັນທີ່ 25 ເມສາ 2011 ນີ້.

ທາງກອງປະຊຸມ ສມັຍສາມັນ ຄັ້ງທີ່ 10 ຂອງສະພາ ແຫ່ງຊາຕຊຸດທີ່ 6 ຂອງ ສປປລາວ ທີ່ຫາກໍ ສິ້ນສຸດລົງ ໃນຣະຍະ ທ້າຍເດືອນ ທັນວາ ຜ່ານມານີ້ນັ້ນ ກໍມີກາຣ ຮັບຮອງເອົາແຜນ ກາຣກໍ່ສ້າງ ທາງຣົຖໄຟ ສາຍປວັຕສາຕ ຂອງລາວ ທີ່ມີຄວາມຍາວ ທັງໝົດ 421 ກິໂລແມ໊ຕ ແລະຈະຕ້ອງ ໃຊ້ເງິນທຶນ ກາຣກໍໍ່ສ້າງ ປະມານ 7 ຕື້ ດອລລາຣ໌ ສະຫະຣັຖ ພ້ອມກັບຄາດວ່າ ຈະສ້າງໃຫ້ ແລ້ວສຳເຣັຈ ພາຍໃນປີ 2015 ໂດຽແມ່ນທາງ ກາຣຈີນ ເປັນຜູ້ຖືຫຸ້ນ 70% ແລະ ອີກ 30% ແມ່ນພາຄສ່ວນ ຮັບຜິດຊອບ ຂອງທາງກາຣລາວ ເອງ.

ຢ່າງໃດກໍຕາມ ໂຄງກາຣສ້າງ ທາງຣົຖໄຟ ຄວາມໄວສູງ ຈາກຊາຍແດນຈີນ ລົງສູ່ນະຄອນ ຫລວງວຽງຈັນ ດັ່ງກ່າວ ເປັນພຽງສ່ວນໜືຶ່ງ ຂອງໂຄງກາຣ ເຊື່ອມໂຍງ ທາງຣົຖໄຟ ຣະຫວ່າງ ຈີນກັບບັນດາ ປະເທສ ສະມາຊິກ ອາຊ໊ຽນ ຊຶ່ງກໍມີແຜນ ທີ່ຈະເຊື່ອມຕໍ່ ຜ່ານນະຄອນຫລວງ ວຽງຈັນ ໄປບາງກອກ ແລ້ວຜ່ານຕໍ່ໄປ ຍັງກຸງ ກົວລາລັມເປີຣ໌ ປະເທສ ມາເລເຊັຽ ກ່ອນທີ່ຈະ ລົງໄປ ເຖິງສິງຄະໂປ ພາຍໃນປີ 2020 ເປັນຢ່າງຊ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org