ໂຄງກາຣທາງຣົຖໄຟ ຈາກຈີນສູ່ລາວເຂົ້າໄທ
ຈີນ ສເນີໃຫ້ ທາງກາຣໄທ ພິຈາຣະນາ ຮັບຜ່ານ ໂຄງກາຣສ້າງ ທາງຣົຖໄຟ ເຊື່ອມຕໍ່ຈາກ ລາວ ລົງໄປທາງໃຕ້ ເຖິງຊາຍແດນ ມາເລເຊັຽ ໃນໄວໆນີ້.
-
ຫວາດ ສີມູນ
2010-12-15 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານ ສຸເທພ ເທືອກສຸບັນ ຮອງນາຍົກ ຣັຖມົນຕຣີໄທ ໄດ້ແຈ້ງຕໍ່ ສື່ມວລຊົນ ທີ່ບາງກອກ ພາຍຫລັງທີ່ ເດີນທາງ ກັບຈາກຢ້ຽມຢາມ ປະເທສຈີນ ໃນມື້ວັນຈັນ ຜ່ານມານີ້ ວ່າ ທາງກາຣຈີນ ຕ້ອງກາຣ ຢາກໃຫ້ຝ່າຍໄທ ພິຈາຣະນາ ແລະ ຮັບຜ່ານ ໂຄງກາຣສ້າງ ທາງຣົຖໄຟ ສາຍໃໝ່ ຈາກໜອງຄາຍ ເຖິງບາງກອກ ແລະ ຕໍ່ລົງໄປຍັງ ເຂຕຊາຍແດນ ຕິດກັບ ມາເລເຊັຽ ໃນໄວໆນີ້.
ໃນຂນະດຽວກັນ ທ່ານ ສຸເທພ ກໍວ່າ ທ່ານໄດ້ສເນີ ກາຣກູ້ຢືມເງິນ ຈາກທາງກາຣ ຈີນ ສໍາລັບໂຄງກາຣ ສ້າງທາງຣົຖ ໄຟດັ່ງກ່າວ ໂດຽກາຣຈ່າຍ ຄ່າດອກເບັ້ຽຕໍ່າ ຄ້າຍໆຄືກັນ ກັບທີ່ ຈີນ ຈະໃຫ້ ທາງກາຣລາວ ກູ້ຢືມນັ້ນ ແລະ ຄາດວ່າໂຄງກາຣ ສ້າງທາງຣົຖໄຟ ໃນພາຄສ່ວນ ຂອງໄທ ຈະໃຫ້ສ້າງ ແລ້ວສຳເຣັຈ ພາຍໃນຣະຍະ 4 ປີ.
ຢ່າງໃດກໍຕາມ ທາງກາຣຈີນ ມີຄວາມຫວັງ ທີ່ຈະສາມາດ ລົງນາມ ໃນຂໍ້ສັນຍາ ຮ່ວມກັບ ໄທ ພາຍໃນເດືອນ ມີນາ ຫລື ເມສາ ທີ່ຈະມາ ເຖິງນີ້ ເປັນຢ່າງຊ້າ ເພື່ອຈະໃຫ້ ເຣີ່ມລົງມີ ກາຣກໍ່ສ້າງໄດ້ ພາຍໃນທ້າຍ ປີ 2011 ຢ່າງ ແນ່ນອນ.
ທ່ານ ສຸເທພ ໄດ້ເນັ້ນເພີ່ມ ອີກວ່າສໍາລັບ ໂຄງກາຣ ສ້າງທາງຣົຖໄຟ ຄວາມໄວສູງ ຈາກ ຊາຍແດນຈີນ ລົງມາເຖິງ ນະຄອນຫລວງ ວຽງຈັນ ທີ່ມີຣະຍະ ທາງ 480 ກິໂລແມ໊ຕ ນັ້ນ ຈະຕ້ອງໄດ້ ລົງທຶນສູງ ໃນຣາຄາ ບໍ່ຕໍ່າກວ່າ 450 ລ້ານບາທ ຕໍ່ 1 ກິໂລແມ໊ຕ ເພາະຕ້ອງໄດ້ ມີກາຣ ເຈາະພູ ເປັນອຸໂມງ ຫລາຍແຫ່ງ ທີ່ມີຄວາມຍາວ ທັງໝົດ ບໍ່ຕໍ່າກວ່າ 190 ກິໂລແມ໊ຕ ພ້ອມກັບສ້າງ ຂົວ ຫລາຍຈຸດ ໂດຽມີຄວາມຍາວ ທັງໝົດ ປະມານ 90 ກິໂລແມ໊ຕ ຕື່ມອີກ. ສະນັ້ນ ໂຄງກາຣສ້າງ ທາງຣົຖໄຟ ໃນພາຄສ່ວນ ຢູ່ເມືອງໄທ ຄົງຈະ ສະດວກກວ່າ ເພາະສ່ວນຫລາຍ ຈະຜ່ານຕາມເຂຕ ທົ່ງທີ່ຮາບພຽງ ເທົ່ານັ້ນ.
ຢ່າງໃດກໍຕາມ ນອກຈາກ ທາງຣົຖໄຟ ຄວາມໄຟສູງ ຈາກໜອງຄາຍ ເຖິງບາງກອກ ແລະ ລົງໄປເຖິງ ພາຄໃຕ້ຂອງໄທ ທີ່ຕິດກັບ ຊາຍແດນ ມາເລເຊັຽ ແລ້ວນັ້ນ ທາງກາຣໄທ ຍັງຕ້ອງກາຣ ກູ້ຢືມເງິນ ຈາກຈີນ ຕື່ມອີກ ສຳລັບສ້າງ ທາງຣົຖໄຟ ຄວາມໄວສູງ ຂຶ້ນໄປຊຽງໃໝ່ ໄປຮອດ ອຸບົລຣາຊທານີ ແລະ ແຂວງຣະຍອງ ໃນພາຄໃຕ້ ຂອງໄທ ນຳດ້ວຍ.