ນັກການຄ້າຈາກຢຸນນານ ໄປເມືອງຕົ້ນເຜີ້ງ

ທິມງານ ການລົງທຶນ ແລະ ການຄ້າ ຈາກແຂວງ ຢຸນນ່ານ ຂອງຈີນ ຢ້ຽມຢາມ ເຂດ ເສຖກິດ ທີ່ເມືອງ ຕົ້ນເຜິ້ງ ຂອງລາວ ແລະ ມີກໍານົດ ເດີນທາງ ໄປ ປະຊຸມ ຕໍ່ທີ່ ແຂວງ ຊຽງຮາຍ ຂອງໄທ.
ຈະເຣີນສຸກ
2011.06.10
F-tonh-pheung ງານທ່ອງທ່ຽວ ເທສການ ດອກງີ້ວບານ ຄັ້ງທີ 11 ທີ່ເມືອງ ຕົ້ນເຜີ້ງ ປີ 2011
RFA

ກົດຟັງສຽງ

ເຈົ້າໜ້າທີ່ ສະຖານທູດ ຈີນ ປະຈໍາ ປະເທດໄທ ນໍາພາ ຕົວແທນ ຈາກຫລາຍ ໜ່ວຍງານ ຈາກ ມົນທົນ ຢຸນນ່ານ ໄປຕາມ ເສັ້ນທາງ R3a ຜ່ານແຂວງ ຫລວງນໍ້າທາ ເຂົ້າ ແຂວງ ບໍ່ແກ້ວ, ເພື່ອຢ້ຽມຢາມ ກຸ່ມລົງທຶນ       ດອກງິ້ວຄໍາ ຂອງ ບໍຣິສັດ ຈີນ ໃນເຂດ ເສຖກິດ, ກ່ອນກໍານົດ ອອກເດີນທາງ ຕໍ່ໄປຍັງ ເມືອງຊຽງແສນ ຂອງໄທ. ອີງຕາມ ຣາຍງານ ຂອງ ໜັງສືພິມ ຜູ້ຈັດການ ຂອງໄທ ໃນມື້ວັນ ທີ 9 ມິຖຸນາ ນີ້.

ກຸ່ມລົງທຶນ ດອກງິ້ວຄໍາ ເປັນກຸ່ມທີ່ ດໍາເນີນການ ໂດຍ ບໍຣິສັດ ຈີນ ມູ່ເໝິນຈໍາກັດ, ຈາກປະເທດຈີນ, ພາຍໃຕ້ ຊື່ Kings Roman of Laos Asian & Tourism Development Zone, ເພື່ອສ້າງ ໂຮງແຮມ ກາຊີໂນ ເຂດການຄ້າ, ທ່າເຮືອ, ອຸດສາຫະກັມ ແປຮູບ, ພື້ນທີ່ ການກະເສດ ແລະ ອື່ນໆ ທີ່ ເມືອງຕົ້ນເຜິ້ງ, ບໍຣິເວນ ສາມຫລ່ຽມຄໍາ.

ຫລັງຈາກ ຢ້ຽມຢາມ ກຸ່ມດອກງິ້ວຄໍາ ແລ້ວ, ຄນະ ເຈົ້າໜ້າທີ່ ຂອງຈີນ ມີກໍານົດ ເດີນທາງ ຕໍ່ໄປຍັງ ເມືອງຊຽງແສນ ຂອງໄທ ເພື່ອ ປະຊຸມຮ່ວມ ກັບເຈົ້າໜ້າທີ່ ແຂວງ ຊຽງຮາຍ ກ່ຽວກັບ ການ ພັທນາຕ່າງໆ, ໂດຍສະເພາະ, ຄວາມຄືບໜ້າ ກ່ຽວກັບ ໂຄງການ ສ້າງທ່າເຮືອ ແມ່ນໍ້າຂອງ ຊຽງແສນ ແຫ່ງທີ 2 ເພື່ອໃຊ້ ທົດແທນ ແຫ່ງທໍາອິດ ທີ່ຄັບແຄບ ແລະ ຢູ່ໃນກາງເມືອງ ຊຽງແສນ.

ໃນຕອນແລງ ທາງຄນະຂອງ ຝ່າຍຈີນ ໄດ້ແຈ້ງ ຈະຂ້າມໄປ ຍັງຝັ່ງໄທ ແຕ່ ປະກົດວ່າ ດ່ານສາກົນ ທີ່ ສາມຫລ່ຽມຄໍາ ຂອງລາວ ແລະ ຈຸດຜ່ານແດນ ຖາວອນ ເມືອງຊຽງແສນ ບໍ່ໄດ້ມີ ຂໍ້ຕົກລົງ ໃນການ ຂ້າມແດນ ຢ່າງເປັນ ທາງການ, ດັ່ງນັ້ນ ຈຶ່ງເຮັດໃຫ້ ຄນະທັງໝົດ ຕ້ອງເດີນາງ ກັບໄປເມືອງ ຫ້ວຍຊາຍ ຊຶ່ງຫ່າງ ອອກໄປອີກ ປະມານ 58 ກິໂລແມັດ ອີກຄັ້ງນຶ່ງ. ດັ່ງນັ້ນ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ ຂອງໄທ ໄດ້ເລື່ອນ ເວລາ ການປະຊຸມ ອອກໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.