ໂຮງງານໄມ້ ສົ່ງກິ່ນເໝັນ
2011.07.15

ກົດຟັງສຽງ
ບັນຫາ ເຣຶ້ອງ ຄວັນພິດ ຈາກ ໂຮງງານ ອຸູດສາຫະກັມ ໃນລາວ ເກິດຂຶ້ນ ເປັນປະຈຳ ເພາະຂາດ ການກວດກາ ແລະ ກຳຈັດ. ການກວດກາ ສ່ວນໃຫຍ່ ກໍ່ບໍ່ໄດ້ ຮັບຄວາມ ຮ່ວມມື ຈາກເຈົ້າຂອງ ໂຮງງານ, ບາງໂຮງງານ ກໍ່ບໍ່ ອະນຸຍາດ ໃຫ້ເຈົ້າ ຫນ້າທີ່ຣັຖ ເຂົ້າໄປ ກວດກາ ເລີຍ.
ໂຮງງານ ປຸງແຕ່ງໄມ້ ທີ່ ແຂວງ ຊຽງຂວາງ ປ່ອຍຄວັນພິດ ແລະ ກີ່ນເຫມັນ ອອກຈາກ ໂຮງງານ ທາງການແຂວງ ກໍບໍ່ສາມາດ ເຮັດຫຍັງໄດ້. ດ່ັງເຈົ້າ ຫນ້າທີ່ ກ່ຽວຂ້ອງ ນາງນຶ່ງ ເວົ້າວ່າ:
"ກໍ່ມີ ແຕ່ເຣື້ອງ ບັນດາ ໂຮງງານ ປຸງແຕ່ງໄມ້ ສຳເຣັດຮູບ ຕ່າງໆ ແລ້ວ ກໍ່ມີ ໂຮງງານ ເລື່ອຍໄມ້ ຂະເຈົ້າ ຈະປ່ອຍ ຄວັນ ອອກສູ່ ອາກາດ ແລະ ໃນແຖວ ບ້ານໃກ້ ເຮືອນຄຽງ ຂະເຈົ້າ ຈະເຮັດໃຫ້ ມີກີ່ນຂີວ ກີ່ນເຫມັນ".
ນາງເວົ້າຕໍ່ ໄປວ່າ ໂຮງງານ ບ່ອນທີ່ປອ່ຍ ກີ່ນເຫມັນ ຫລື ອາຍຄວັນນັ້ນ ສ່ວນໃຫຍ່ ຈະຕັ້ງຢູ່ ໃນເຂດ ຊຸມຊົນ ທີ່ເມືອງ ຊຽງຂວາງ ແລະ ເມືອງທ່າໂທມ. ບັນຫາ ດັ່ງກ່າວ ຍັງບໍ່ໄດ້ ຮັບການ ແກ້ໄຂ ເຖີງແມ່ນວ່າ ເຈົ້າຫນ້າ ທີ່ຈາກ ຫ້ອງການ ສີ່ງແວດລ້ອມ ປະຈຳແຂວງ ຈະລົງໄປ ກວດກາ ແລ້ວກໍ່ຕາມ. ປະຊາຊົນ ໃນເຂດ ອ້ອມແອ້ມ ໂຮງງານ ກໍ່ຍັງ ບໍ່ໄດ້ ເຂົ້າມາ ຮ້ອງຮຽນ ໃຫ້ມີ ການແກ້ໄຂ ບັນຫາ ດັ່ງກ່າວ ເທື່ອ ໃນເວລານີ້.
ບັນຫາ ສີ່ງແວດລ້ອມ ເປັນພິດ ຈາກ ໂຮງຈັກ ໂຮງງານ ເກີດຂື້ນ ຢ່າງຫລວງຫລາຍ ໃນລາວ ຍ້ອນຂາດ ການບັງຄັບ ໃຊ້ກົດຫມາຍ ວ່າດ້ວຍ ການປົກປ້ອງ ສີ່ງແວດລ້ອມ ຢ່າງເຄັ່ງຄັດ ຈາກ ຣັຖບານລາວ ບາງໂຮງງານ ກໍ່ປ່ອຍ ນ້ຳເສັຽ ລົງໃສ່ ແຫລ່ງນ້ຳ ຊຸມຊົນ ບາງໂຮງງານ ກໍ່ປ່ອຍ ມົລພິດ ຂື້ນ ທ້ອງຟ້າ ສົ່ງກີນເຫມັນ ໄປສູ່ບ້ານ ເຮືອນ ປະຊາຊົນ ທີ່ຢູ່ໃກ້ຄຽງ ແລະ ບາງໂຮງງານ ກໍ່ສົ່ງຝຸ່ນ ລະອອງ ຂື້ນທ້ອງຟ້າ.
ບັນຫາ ດັ່ງກ່າວນີ້ ທາງການລາວ ຄວນເອົາ ໃຈໃສ່ ເປັນພິເສດ ໃນການ ແກ້ໄຂ ເພື່ອປົກປ້ອງ ສຸຂພາບ ຂອງ ປະຊາຊົນ. ນັກວິຊາການ ເວົ້າວ່າ ບັນຫາ ສີ່ງແວດລ້ອມ ນອກຈາກ ຈະສົ່ງຜົລ ກະທົບ ຕໍ່ສຸຂພາບ ຂອງ ປະຊາຊົນ ແລ້ວ ຍັງສົ່ງ ຜົລກະທົບ ຕໍ່ ເສຖກິດ ຂອງຊາດ ນຳອີກ.