ທົ່ງໄຫຫີນຈະເປັນເຂດ ເສຖກິດພິເສດ

ແຂວງຊຽງຂວາງ ມີແຜນການ ທີ່ຈະສ້າງ ເຂຕ ເສຖກິຈ ພິເສດ ຢູ່ໃກ້ເຂດ ບໍຣິເວນ ທົ່ງໄຫຫີນ.
ຫວາດ ສີມູນ
2012.02.07
F-Plain-of-jars ເຂດທົ່ງໄຫຫີນ ເປັນທີ່ ຂື້ນຊື່ລືຊາ ມາແຕ່ດົນນານ
RFA

ກົດຟັງສຽງ

ທາງກາຣ ແຂວງຊຽງຂວາງ ກໍາລັງວາງແຜນ ສ້າງເຂຕ ເສຖກິຈ ພິເສດ ຢູ່ໃນ ບໍຣິເວນ ເຂຕ ທົ່ງໄຫຫີນ ເພື່ອຈູງໃຈ ນັກລົງທຶນ ຈາກ ຕ່າງປະເທສ ພ້ອມກັບເປັນ ກາຣພັທນາ ກາຣທ່ອງທ່ຽວ ພາຍໃນແຂວງ ໃຫ້ ຫລາຍຂຶ້ນ ດັ່ງທ່ານ ຄຳພັນເພັດ ພົມມະດວງໄກສອນ ຫົວໜ້າຜແນກ ທ່ອງທ່ຽວ ແຂວງຊຽງຂວາງ ໄດ້ກ່າວວ່າ:

"ຈະສ້າງ ເຂຕເຖກິຈ ໃໝ່ ຢູ່ໃກ້ ທົ່ງໄຫຫີນ ເພື່ອຈະເປັນ ກາຣດຶງທຶນ ຈາກ ຕ່າງປະເທສ ແລ້ວກໍຈະ ພັທນາ ແຂວງຊຽງຂວາງ ໃຫ້ກາຍເປັນ ແຫ່ງທ່ອງທ່ຽວ ຢູ່ໃນ ອະນຸພາຄພື້ນ".

ພ້ອມດຽວກັນນີ້ ທ່ານກໍວ່າ ແຜນກາຣສ້າງ ເຂຕເສຖກິຈ ແຫ່ງໃໝ່ ດັ່ງກ່່າວ ຊຶ່ງທາງຣັຖບາລ ກຳລັງ ພິຈາຣະນາ ເບີ່ງຄວາມ ເປັນໄປໄດ້ ນັ້ນຄາດວ່າ ຈະຢູ່ທາງ ທິດເໜືອ ແລະ ທິດຕາເວັນຕົກ ຂອງ ທົ່ງໄຫຫີນ ທີ່ມີ ເນື້ອທີ່ ຄວາມຍາວທັງໝົດ 15 ກິໂລແມ໊ຕ ຊຶ່ງກໍເປັນ ສະຖານທີ່ ມີນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະ ໄປທ່ຽວຊົມ ຢ່າງຫລວງຫລາຍ ໃນແຕ່ລະປີ ພ້ອມຍັງເປັນ ພື້ນທີ່ ທີ່ທາງກາຣ ລາວ ໄດ້ນຳສເນີ ຕໍ່ທາງກາຣ ກ່ຽວຂ້ອງ ເພື່ອຈັດເຂົ້າໃຫ້ ເປັນເມືອງ ມໍຣະດົກໂລກ ນຳດ້ວຍນັ້ນ.

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເນັ້ນວ່າ ບໍຣິເວນ ທົ່ງໄຫຫີນ ຖືວ່າເປັນເຂຕ ທີີ່ມີຄວາມ ປອດພັຍດີ ເພາະລູກຣະເບີດ ທີ່ເຫລືອຄ້າງ ຈາກສົງຄາມ ໄດ້ຖືກເກັບກູ້ ແລະ ທຳລາຍ ໝົດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.