ຂ.ຊຽງຂວາງຮັບເອົາຄົນງານ ໄປຕ່າງປະເທດ
2012.10.04
ເຈົ້າຫນ້າທີ່ ແຮງງານ ທີ່ແຂວງ ຊຽງຂວາງ ທ່ານນື່ງ ກ່າວໃນມື້ວັນ ພຣະຫັດ ນີ້ວ່າ ຫລັງຈາກທີ່ ຣັຖບານ ໄດ້ອອກປະກາດ ຫ້າມບໍ່ໃຫ້ ຊົນເຜົ່າ ຖາງປ່າເຮັດໄຮ່ ໃຫ້ປະກອບ ອາຊີພອື່ນ ແຕ່ກໍໄປບໍ່ລອດ. ປັດຈຸບັນ ທາງແຂວງ ກໍໄດ້ເປີດ ໂອກາດ ໃຫ້ຂະເຈົ້າ ມາລົງຊື່ສມັກ ໄປເຮັດວຽກ ຢູ່ຕ່າງປະເທດ ແບບຖືກຕ້ອງ ຕາມກົດຫມາຍ ແທນການຖາງປ່າ ເຮັດໄຮ່. ທ່ານກ່າວວ່າ:
"ເມື່ອກ່ອນເຂົາຢູ່ ພູດອຍ ແລ້ວບາດນີ້ ຂະເຈົ້າລົງພູດອຍ ມາສ້າງສາພັທນາ ຢູ່ພູພຽງ ເມື່ອກ່ອນຂະເຈົ້າ ຕັດໄມ້ ທຳລາຍປ່າ ບາດນີ້ແຜນການ ຂອງຣັຖບານ ໃຫ້ໂຈະການ ຖາງປ່າເຮັດໄຮ່ ເອົາແຮງງານ ຈຳນວນນື່ງ ຢູ່ທົ່ງພຽງ ທີ່ຍັງວ່າງງານ ຢູ່ຫລາຍ ຕ້ອງການ ໄປໃຫ້ຫມົດ".
ທ່ານກ່າວອີກວ່າ ກຸ່ມແຮງງານ ບັນດາເຜົ່າ ກໍໄດ້ພາກັນ ມາສມັກ ເປັນຈຳນວນ ຫລວງຫລາຍ ແຕ່ການ ຄັດເລືອກນັ້ນ ຈະເປັນໜ້າທີ່ຂອງ ບໍຣິສັດ ຫາງານຈາກ ຕ່າງປະເທດ ມາສຳພາດເອງ ທາງການແຂວງ ຍັງຈະກວດສອບ ບໍຣິສັດນັ້ນຢູ່ ເພື່ອປ້ອງກັນ ການຂູດຮີດ ຄ່າຈ້າງແຮງງານ ເພາະທີ່ຜ່ານມາ ມີຊາວເຜົ່າ ຫລາຍຄົນ ທີ່ເຄີຍ ໄປເຮັດວຽກ ຢູ່ຕ່າງປະເທດ ພາກັນກັບຄືນບ້ານ ຍ້ອນຖືກຂູດຮີດ ແຮງງານ ຈາກນາຍຈ້າງ.
ເຖິງແມ່ນວ່າ ຈະມີບັນດາ ຊາວເຜົ່າ ເປັນຈຳນວນ ຫລວງຫລາຍ ມາສມັກກໍຕາມ ແຕ່ເມື່ອເວົ້າເຖີງ ຝີມືການ ເຮັດວຽກແລ້ວ ບັນດາຊົນເຜົ່າ ຍັງຂາດຝີມື ຖ້າທຽບໃສ່ກັບ ແຮງງານ ທົ່ວໄປ ຈື່ງບໍ່ສາມາດ ເວົ້າໄດ້ວ່າ ກຸ່ມຊົນເຜົ່າ ຈະຖືກນາຍຈ້າງ ຮັບໄປເຮັດວຽກ ຫລືບໍ?
ຊາວເຜົ່າໃນລາວ ສ່ວນໃຫຍ່ ຈະບໍ່ໄດ້ຮັບ ການສຶກສາ ຫລືອ່ານຫນັງສື ບໍ່ອອກຂຽນບໍ່ໄດ້ ຈື່ງເປັນການຍາກ ໃນການຖືກຮັບຈ້າງ ຈາກບໍຣິສັດ ຕ່າງປະເທດ.