ໃຜຈະເປັນຜູ້ສ້າງເຂື່ອນ ຢູ່ຊຽງຂວາງ

ທັງ ວຽດນາມ ແລະ ຈີນ ແຂ່ງກັນ ຢາກສ້າງ ເຂື່ອນ ໄຟຟ້າ ທີ່ ແຂວງ ຊຽງຂວາງ.
ສິດນີ
2011.05.20
F-dam-map ປາທີ່ຫາຍາກໃນລາວ ຫລືຂົງເຂດເອເຊັຽ ເດືອດຮ້ອນຍ້ອນເຂື່ອນ
SEA/Giant Catfish Faces Dam Risk in Asia

ກົດຟັງສຽງ

ຫ້ອງການ ພລັງງານ ແລະ ບໍ່ແຮ່ ທີ່ ແຂວງ ຊຽງຂວາງ ລາຍງານວ່າ ໃນປີ 2011, ມີບໍຣິສັດ ຈາກ ວຽດນາມ ແລະ ຈີນ ຫລາຍ ບໍຣີສັດ ໄດ້ເຂົ້າມາ ສຳຣວດ ການສ້າງເຂື່ອນ ໄຟຟ້າ ຕາມລຳນ້ຳ ຕ່າງໆ ໃນແຂວງ. ດັ່ງເຈົ້າ ຫນ້າທີ່ ເວົ້າວ່າ:

"ຣັຖບານ ກໍເຊັນ ໃຫ້ ສຳຣວດ ແຕjຍັງ ບໍ່ທັນ ກໍສ້າງເທືjອ ມັນກໍ່ມີ ຫລາຍຈຸດ ມີນ້ຳງຽບ 2 ນ້ຳໂມ ນ້ຳແຈ ນ້ຳຊັນ 3 ກັບເຂື່ອນ ນ້ອຍໆ ຫລາຍ ເຂຶ່ອນ ຢູ່".

ທ່ານກ່າວ ຕໍ່ໄປວ່າ ໃນແຂວງ ຊຽງຂວາງ ມີນ້ຳຕົກຕາດ ແລະ ລໍານ້ຳ ຫລາຍສາຍ ທີ່ເຫມາະສົມ ໃນການ ສ້າງເຂື່ອນ ໄຟຟ້າ ພລັງນ້ຳ. ບໍຣິສັດ ວຽດນາມ ແລະ ຈີນ ສົນໃຈ ໃນການສ້າງ ເຂື່ອນ ໄຟຟ້າ ຫລາຍເຂື່ອນ ໃນແຂວງ ແລະ ໃນເວລານີ້ ກໍ່ໄດ້ ຄົ້ນຄວ້າ ໄປຫລາຍ ບ່ອນແລ້ວ. ເຂື່ອນໄຟຟ້າ ສ່ວນໃຫຍ່ ທີ່ຈະສ້າງ ເປັນເຂື່ອນ ຂນາດກາງ ແລະ ຂນາດນ້ອຍ, ຣັຖບານ ລາວ ອະນຸມັດ ໃຫ້ສ້າງ 3 ເຂື່ອນ ທີ່ແຂວງ ຊຽງຂວາງ ໃນຕົ້ນ ປີນີ້.

ໂຄງການ ເຂື່ອນໄຟຟ້າ ແມ່ນເຂື່ອນ ຂນາດ 50-200 ເມກາວັດ, ເຂື່ອນນ້ຳໂມ ຈະເລີ້ມ ສ້າງກ່ອນ ຊື່ງຈະຜລິດ ໄຟຟ້າໄດ້ 105 ເມກາວັດ ຫລັງຈາກນັ້ນ ກໍແມ່ນເຂື່ອນ ນ້ຳງຽບ 2 ຂນາດ 155 ເມກາວັດ ແລະ ຍັງມີ ເຂື່ອນ ຂນາດນ້ອຍ ອີກ 5 ເຂື່ອນ ທີ່ຈະສ້າງ ໃນແຂວງ ຊຽງຂວາງ ໄຟຟ້າ ທີ່ຜລີດ ຈາກເຂື່ອນ ດັ່ງກ່າວ ຈະສົ່ງໄປ ວຽດນາມ ຖ້າ ວຽດນາມ ສ້າງ ຫລື ສົ່ງໄປຈີນ ຖ້າແມ່ນ ຈີນ ສ້າງ.

ຍັງບໍ່ເປັນທີ່ ແນ່ນອນວ່າ ປະເທດ ໃດຈະສ້າງ ແລະສ້າງ ຈັກເຂື່ອນ, ທີ່ຜ່ານມາ ຈີນ ໄດ້ສຳຣວດ ການສ້າງເຂື່ອນ ທີ່ນ້ຳອູ ແລະ ວຽດນາມ ທີ່ ເຊກະໝານ ແລະ ເຊກອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.