ຊາວຊຽງຂວາງ ຕ້ອງການຄວາມຊ່ວຍເຫຼືອ

ແຂວງ ຊຽງຂວາງ ຕ້ອງການ ຄວາມຊ່ວຍເຫລືອ ດ່ວນ ຫລັງຈາຍ ພັຍນໍ້າຖ້ວມ
ໂພໄຊສວັດ
2011.07.06
F-flood-road ສະພາບ ຖນົນຫົນທາງ ຍາມນໍ້າຖ້ວມ ເມື່ອຄາວກ່ອນ ທີ່ເມືອງ ທຸຣະຄົມ ແຂວງວຽງຈັນ ປີ 2008
RFA

ກົດຟັງສຽງ

ຫ້ອງການ ປົກຄອງ ແຂວງ ຊຽງຂວາງ ເປີດເຜີຍວ່າ ເຈົ້າແຂວງ ໄດ້ຮ້ອງຂໍ ຄວາມຊ່ວຍເຫລືອ ຈາກ ໜ່ວຍງານ ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຫລັງຈາກ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກ ພະຍຸ ຝົນ ແລະ ນໍ້າຖ້ວມໜັກ ສອງເທື່ອ ຕິດຕໍ່ກັນ ເມື່ອ ສັປດາ ຜ່ານມາ. ບ້ານເຮືອນ ບ່ອນຢູ່ ອາສັຍ ແລະ ພື້ນທີ່ ການກະເສຕ ຂອງ ປະຊາຊົນ ເສັຍຫາຍໜັກ. ເຈົ້າໜ້າທີ່ ຈາກຫ້ອງການ ແຂວງ ຊຽງຂວາງ ໄດ້ເວົ້າວ່າ:

"ທ່ານເຈົ້າແຂວງ ແຂວງຊຽງຂວາງ ຮຽກຮ້ອງ ໃຫ້ທາງ ພາຍໃນ ແລະ ຕ່າງປະເທດ ຊ່ວຍເຫລືອ ອັນທີນຶ່ງ ນີ້ແມ່ນ ເຂົ້າກິນເນ໋າະ ເຄື່ອງນຸ່ງຫົ່ມ ແລ້ວ ກ໋າວັດຖຸ ທີ່ຈະມາ ຟື້ນຟູ ພື້ນຖານ ໂຄງຮ່າງ ນີ້ອັນ ຈໍາເປັນເນ໋າະ ແລ້ວກ໋າມີ ທາງທຶນຮອນ ທີ່ຈະຕ້ອງການ ແລ້ວ ກໍຢາປົວ ພຍາດ ຫລືວ່າອຸປກອນ ການຜລິດ ກະສິກັມ ຕ່າງໆເນ໋າະ".

ເຈົ້າໜ້າທີ່ ໄດ້ເວົ້າ ຕໍ່ໄປວ່າ ປັດຈຸບັນ ການຊ່ວຍເຫລືອ ຈາກທາງແຂວງ ຍັງບໍ່ພຽງພໍ ຍ້ອນວ່າ ເຫດພະຍຸ ແລະ ພັຍນໍ້າຖ້ວມ ເທື່ອນີ້ ຖືວ່າເປັນ ພັຍພິບັດ ຄັ້ງຮຸນແຮງ ທີ່ສຸດ ໃນຮອບ ຫລາຍປີ ຜ່ານມາ, ຊຶ່ງກໍ່ໃຫ້ ເກີດບັນຫາ ໃນຫລາຍໆດ້ານ ພ້ອມໆກັນ ທັງບ່ອນຢູ່ ອາສັຍ, ໂຄງສ້າງພື້ນຖານ, ອາຫານ, ຢາຮັກສາໂຣຄ ຮວມໄປເຖິງ ອຸປກອນ ແລະ ພື້ນທີ່ ທາງການ ກະເສຕ. ທ່ານເວົ້າ ຕື່ມວ່າ:

"ເສັຍຫາຍ ໜັກກວ່າໝູ່ ມີຢູ່ 3 ເມືອງ ມີເມືອງໝອກ ເມືອງທ່າໂທມ ແລະ ເມືອງໜອງແຮດ ໄດ້ສ້າງ ຄວາມເສັຍຫາຍ ໃຫ້ແກ່ 176 ບ້ານເນ໋າະ ເນື້ອທີ່ ການຜລິດ ຂອງ ປະຊາຊົນ 1,741 ເຮັກຕາ ເຮືອນຊານ ຂອງ ປະຊາຊົນ 313 ຫລັງ ແລະ ກ໋າຄອບຄົວ ຂາດເຂົ້າກິນ ນີ້ມີຢູ່ 131 ຄອບຄົວ".

ເຈົ້າໜ້າທີ່ ໄດ້ເວົ້າ ສລຸບວ່າ ປັດຈຸບັນ ທາງຫ້ອງການ ແຂວງ ໄດ້ໃຫ້ການ ຊ່ວຍເຫລືອ ຂັ້ນພື້ນຖານ ສຸກເສີນ ຊຶ່ງຍັງບໍ່ ພຽງພໍ. ເຮືອນຊານ ຂອງ ປະຊາຊົນ ຕ້ອງໄດ້ ສ້າງຂຶ້ນໃໝ່ ໃຫ້ແຂງແຮງ, ພື້ນທີ່ ການກະເສຕ ຕ້ອງໄດ້ ຟື້ນຟູ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.