ນໍ້າຈະຖ້ວມຫຼວງພຣະບາງ ຫາກສ້າງເຂື່ອນ

ໂຄງກາຣ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນແຂວງ ໄຊຍະບູຣີ ຈະເຮັດໃຫ້ ເກີດບັນຫາ ນໍ້າຖ້ວມ ບາງສ່ວນ ໃນແຂວງ ຫລວງພຣະບາງ ແລະ ຈະສ້າງຜົລ ກະທົບ ຕໍ່ປະຊາຊົນ ບໍ່ຕໍ່າ ກວ່າ 2,000 ຄອບຄົວ.
ຫວາດ ສີມູນ
2012.05.10
F-LP-Sunset ທັມມະຊາດ ນໍ້າຂອງຍາມແລງ ທີ່ແຂວງຫຼວງພຣະບາງ
Marcel

ກົດຟັງສຽງ

ທ່ານ ຫານນະຣົງ ເຍົາວະເລີດ ນັກວິຊາກາຣ ດ້ານນໍ້າ ຈາກມູລນິທິ ເພື່ອກາຣ ບໍຣິຫາຣ ຈັດກາຣນໍ້າ ຂອງໄທຽ ກວ່າວ່າ:

"ໃນເມື່ອຫາກ ມີກາຣສ້າງເຂື່ອນ ສຳເຣັຈແລ້ວ ນັ້ນ ນໍ້າໃນໜ້າເຂື່ອນ ຈະຖ້ວມໄປເຖີງ ຫລວງພຣະບາງ ປະຊາຊົນ ຕາມໝູ່ບ້ານ ແຄມແມ່ນໍ້າຂອງ ປະມານ 2 ພັນ ກວ່າຄອບຄົສ ກໍຈະຕ້ອງໄດ້ ໂຍກຍ້າຍ ໄປຢູ່ໃນ ເຂຕທີ່ປອດພັຍ ແລະ ຕາມກາຣຕົກລົງ ຂອງຄນະກັມມະກາຣ ແມ່ນໍ້າຂອງ ນັ້ນກໍວ່າ ຖ້າຫາກເປັນ ຜົລກະທົບ ຂ້າມເຂຕແດນ ໄປຍັງປະເທສ ອື່ນນັ້ນ ຈະຕ້ອງໃຫ້ ປະເທສເພື່ອນ ບ້ານນັ້ນໆ ໄດ້ອອກ ຄວາມເຫັນນໍາ ແຕ່ກໍບໍ່ແນ່ໃຈວ່າ ທາງກາຣຝ່າຍລາວ ຈະນໍາເອົາໄປ ພິຈາຣະນາ ຄືນໃໝ່ຫລືບໍ?".

ແລະທ່ານກໍວ່າ ນອກຈາກ ຜົລກະທົບ ຢູ່ພາຍໃນ ປະເທສລາວ ແລ້ວ ກາຣສ້າງເຂື່ອນ ໄຊຍະບູຣີ ຍັງຈະສ້າງຜົລ ກະທົບຂ້າມແດນ ໄປເຖີງ ປະຊາຊົນ ຊາວໄທຽ ກັມພູຊາ ແລະ ວຽຕນາມ ນຳດ້ວຍ ແລະໃນເມື່ອ ຫາກເກີດມີບັນຫາ ດັ່ງກ່າວນີ້ແລ້ວ ຈະແມ່ນປະເທສໃດ ຫລືອົງກາຣໃດ ຈະເປັນຜູ້ ຮັບຜິດຊອບ?

ທ່ານຫານນະຣົງ ໄດ້ກ່າວຢໍ້າວ່າ ສີ່ງທີ່ປະເທສ ເພື່ອນບ້ານ ຈະເຮັດໄດ້ໃນ ປັຈຈຸບັນນີ້ ກໍມີແຕ່ ສເນີຂໍ້ມູລ ຜົລກະທົບຕ່າງໆ ເທົ່ານັ້ນ ເພື່ອໃຫ້ ທາງກາຣລາວ ນຳເອົາໄປ ພິຈາຣະນາ ຮ່ວມກັບ ຄນະກັມມາທິກາຣ ແມ່ນໍ້າຂອງ ຫລື MRC ໃນຂັ້ນຕໍ່ໆໄປ ກ່ອນທີ່ຈະມີ ກາຣຕົກລົງ ສ້າງຕື່ມ ຕໍ່ໄປຫລືບໍ?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.