ຈະມີສັນຍາກໍ່ສ້າງ ເຂື່ອນໄຊຍະບຸຣີ

ບໍຣິສັດ ຊໍ ການຊ່າງ ຂອງໄທ ຄາດວ່າຈະໄດ້ ລົງນາມ ສັນຍາ ກໍ່ສ້າງ ໂຄງການ ເຂື່ອນໄຟຟ້າ ໄຊຍະບຸຣີ ໃນໄວໆນີ້.
ສົມເນ
2010.12.06

ກົດຟັງສຽງ

ບໍຣິສັດ ຮັບເໝົາ ກໍ່ສ້າງ ຊໍ ການຊ່າງ ຂອງໄທ ເປີດເຜີຽວ່າ ໂຄງການ ທີ່ລໍຖ້າ ລົງນາມ ສັນຍາກັນ ນັ້ນ ຮ່ວມທັງ ໂຄງການ ເຂື່ອນໄຟຟ້າ ແມ່ນໍ້າຂອງ ໄຊຍະບຸຣີ ຊື່ງມີ ມູນຄ່າ 76,000 ລ້ານບາດ. ຄາດວ່າການ ລົງນາມ ສັນຍາສ້າງ ຈະມີຂື້ນ ພາຍໃນເດືອນ ມິນາ ທີ່ຈະມາເຖິງນີ້. ຕາມລາຍງານ ຂອງ ໜັງສືພິມ the nation.

ທ່ານ ປຣະເສີດ ມາຣິດຕະນາພອນ ຫົວໜ້າຜູ້ ອໍານວຍການ ແລະ ຮອງປະທານ ບໍຣິຫານ ດ້ານການເງິນ ຂອງ ບໍຣິສັດ ຊໍ ການຊ່າງ ເວົ້າວ່າ ໃນປີໜ້ານີ້ ທາງ ບໍຣິສັດ
ມີແຜນລົງທືນ 1,000 ລ້ານບາດ ແລະໃນປີ 2012 ລົງທືນ 1,200 ລ້ານບາດ. ໂດຍມາກແມ່ນ ເພື່ອເປັນທືນ ສ້າງໂຄງການ ເຂື່ອນໄຟຟ້າ ໄຊຍະບຸຣີ. ພາຍໃນ ທ້າຍເດືອນນີ້ ບໍຣິສັດ ຊໍ ການຊ່າງ ຄາດວ່າຈະໄດ້ ລົງນາມ ສັນຍາ ກັບຄູ່ພາຄີ ການລົງທືນ ໂຄງການ ພະລັງງານ ໄຊຍະບຸຣີ. 

ທ່ານວ່າ ທາງ ບໍຣິສັດ ຈະຖືຫຸ້ນ ໃນໂຄງການ ນີ້ ບໍ່ຕໍ່າກ່ວາ 30%  ຫລຸດລົງ ຈາກເມື່ອກ່ອນ 95%, ຣັຖບານ ລາວ 20% ອີແກັດ ອິນເຕີ ແນເຊັນນານ 5% ແລະ ສ່ວນເຫລືອແມ່ນ ບໍຣິສັດ ເອກກະຊົນ ອື່ນໆ.

ບໍຣິສັດ ຊໍ ການຊ່າງ ຊື່ງເປັນ ບໍຣິສັດ ຮັບເໝົາ ລະດັບນໍາໜ້າ ຂອງໄທ ເປີດເຜີຽວ່າ ລາຍໄດ້ຂອງ ບໍຣິສັດ ສໍາລັບປີ 2010 ນີ້ຈະຕໍ່າກ່ວາ 10,000 ລ້ານບາດ
ຫລຸດຈາກ ເປົ້າໝາຍ ທີ່ຄາດໄວ້ 13,000 ລ້ານບາດ ຍ້ອນວ່າ ໂຄງການໃໝ່ ທີ່ໄດ້ຮັບ ເຂົ້າມາ ມີນ້ອຍກວ່າ ທີ່ຄາດເອົາໄວ້.

ບໍຣິສັດ ຊໍ ການຊ່າງ ໄດ້ຮັບເໝົາ ສ້າງລະບົບ ຂົນສົ່ງທາງ ຣົຖໄຟ ສາທາຣະນະຊົນ ໃນບາງກອກ ຫລື MRT ສາຍສີອິດ ລະຫ່ວາງ ບາງຊື່ກັບ ຂົວພຣະນາງເກົ້າ ແລະ ຄາດວ່າຈະໄດ້ ລົງນາມສັນຍາ ສ້າງລະບົບ ທາງຣົຖໄຟ MRT ສາຍສີຟ້າ ໃນໄວໆນີ້ ອັນຈະເຮັດ ໃຫ້ມູນຄ່າລາຍ ໄດ້ໃນປີໜ້າ ນີ້ເພີ້ມເປັນ 100,000 ລ້ານບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.