ຂໍ້ມູນໂຄງການເຂື່ອນ ໄຊຍະບູຣີຄວນເປີດເຜີຍ
2011.02.18
ກົດຟັງສຽງ
ທ່ານຫານນະຣົງ ເຍົາວະເລິດ ອະນຸຄນະກັມມະການ ຊັພຍາກອນນໍ້າ ແລະສີ່ງແວດລ້ອມ ວຸດທິສະພາໄທ, ໄດ້ກ່າວເຖິງ ຄວາມຄຶບຫນ້າ ໃນການຄັດຄ້ານ ໂຄງການ ສ້າງເຂື່ອນໄຟຟ້າ ໄຊຍະບູຣີ ວ່າ: ປະຊາຊົນ ໄທ ຮຽກຮ້ອງ ໃຫ້ທາງການລາວ ເປີດເຜີຍຂໍ້ມູນ ການສຳຣວດອອກແບບ ໂຄງການ ດັ່ງກ່າວ ໃຫ້ແກ່ປະຊາຊົນ ລຸ່ມແມ່ນໍ້າຂອງ ໄດ້ຮູ້ ຫາກວ່າຣັຖບານ ລາວ ຍັງບໍ່ເປີດເຜີຍ ກຸ່ມດ່ັງກ່າວ ກໍ່ຈະເລີ້ມ ດໍາເນີນການ ກົດດັນ ໃນໂອກາດອັນໃກ້ໆ ນີ້. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ຂື້ນມາເວົ້າ 3-4 ຄັ້ງ ເລື້ອງການ ຖ້າມີຫຍັງແລ້ວ ລາວຍັງບໍ່ຟັງ ໃນການທີ່ຈະເດີນຫນ້າ ໂຄງການ ກໍ່ຈະໄປຍື່ນຫນັງສື ທີ່ສtຖານທູດລາວ".
ທ່ານກ່າວຕໍ່ໄປວ່າ ໃນກອງປະຊຸມ ເພື່ອຊີ້ແຈງ ລາຍລະອຽດກ່ຽວກັບ ການສ້າງເຂື່ອນ ໄຊຍະບູຣີ ທີ່ແຂວງ ນະຄອນພນົມ ທີ່ຜ່ານມາ ປະຊາຊົນ ທີ່ເຂົ້າຮ່ວມປະຊຸມ ໄດ້ອອກຄວາມຄິດ ຄວາມເຫັນ ດ້ວຍການ ຮຽກຮ້ອງ ໃຫ້ຕົວແທນຂອງ ຄນະກັມມະທິການ ແມ່ນໍ້າຂອງ ໄປຜັກດັນໃຫ້ ຣັຖບານລາວ ເປີດເຜີຍຂໍ້ມູນ ການສ້າງເຂື່ອນ. ກຸ່ມດ່ັງກ່າວບອກ ວ່າ ຖ້າຂໍ້ຂ້ອງໃຈ ຂອງພວກຂະເຈົ້າ ຍັງບໍ່ຖືກ ພິຈາຣະນາ ທຸກພາກສ່ວນ ຈະຮ່ວມກໍາລັງ ຕ້ານການສ້າງເຂື່ອນ ໄຊຍະບູຣີ ໃນລາວ.
ໂຄງການ ເຂື່ອນໄຊຍະບູຣີ ສາມາດຜລີດ ກະແສໄຟຟ້າ ໄດ້ປະມານ 1,220 ເມກາວັດ ເປັນເຂື່ອນທຳອິດ ທີ່ສ້າງກັ້ນນ້ຳຂອງ ໃນສປປລາວ ຫາກການສຳຣວດ ກ່ຽວກັບ ສະພາບແວດລ້ອມ ຜ່ານການເຫັນພ້ອມ ຂອງຣັຖບານ ລາວ ໂຄງການດ່ັງກ່າວ ກໍ່ຈະເລີ້ມສ້າງ ໄດ້ໃນກາງປີ 2011 ໂດຍບໍຣິິສັດ ຊໍ ການຊ່າງ ຂອງໄທ ຈະເປັນຜູ້ກໍ່ສ້າງ.
ໂຄງການສ້າງເຂື່ອນ ໄຟຟ້າໃນລາວ ເປັນການສ້າງລາຍໄດ້ ຕໍ່ແຜນການພັທນາ ເສຖກິດແລະສັງຄົມ ໃນລາວ ຣັຖບານສປປລາວ ມີແຜນການຈະສ້າງ ເຂື່ອນໄຟຟ້າ ເຖິງ 70 ກວ່າແຫ່ງ ໃນທົ່ວປະເທດ ໃນຈຸດປະສົງ ທີ່ຢາກໃຫ້ລາວ ເປັນຫມໍ້ໄຟ ສຳລັບອາຊຽນ ໃນອານາຄົດ.