ເຂື່ອນໄຊຍະບູຣີ ຕ້ອງຢຸດສ້າງຢ່າງແທ້ຈິງ

ເຄືອຂ່າຍ ແມ່ນໍ້າ ສາກົລ ວ່າ ການກໍ່ສ້າງ ເຂື່ອນ ຢ່າງ ຜິດ ກົດໝາຍ ໃສ່ ແມ່ນໍ້າຂອງ ໃນແຂວງ ໄຊຍະບູຣີ ຈະຕ້ອງ ຢຸດເຊົາ.
ມະນີຈັນ
2011.08.29
F-xayaburi-dam ເສັ້ນທາງເຂົ້າຫາເຂື່ອນ ໄຊຍະບູຣີ ທີ່ໄດ້ລົງມືໄປແດ່ແລ້ວ
AFP

ກົດຟັງສຽງ

ການເດີນທາງ ໄປເຂດ ທີ່ຕັ້ງ ຂອງເຂື່ອນ ໄຊຍະບູຣີ ທີ່ຈະສ້າງ ໃສ່ ແມ່ນໍ້າຂອງ ຂອງລາວ ໃນ ວັນທີ 23 ກໍຣະກະດາ ເພື່ອໃຫ້ ຮູ້ວ່າ ການ ກໍ່ສ້າງເຂື່ອນ ທີ່ພວມ ດໍາເນີນໄປ ຢູ່ໃນ ເວລານີ້, ເຖິງແມ່ນວ່າ ຣັຖບານ ສປປ ລາວ ໄດ້ໃຫ້ ຄໍາໝັ້ນວ່າ ຈະໂຈະ ໂຄງການ ນັ້ນແລ້ວ. ຕາມຣາຍງານ ຂອງ ທ່ານ Pianporn Deetes ແລະ ທ່ານ Ame Trandem ເຄືອຂ່າຍ ແມ່ນໍ້າ ສາກົລ ປະຈໍາ ບາງກອກ ຜ່ານ ໜັງສືພິມ The Nation.

ໃນສະຖານທີ່ ພັກ ເຮັດວຽກ ຂອງ ຄົນງານ ໃກ້ເຂດບ້ານ ທ່າລານ ມີຄົນງານ ປະມານ 2-3 ຮ້ອຍ ຄົນ ປະຈໍາຢູ່, ຖນົນເຂົ້າສູ່ ເຂື່ອນ ກໍາລັງ ກໍ່ສ້າງ ມີການ ບຸກເບີກ ທີ່ດິນ ສ່ວນນຶ່ງ ໂດຍທີ່ບໍ່ມີ ການຈ່າຍຄ່າ ທົດແທນ ໃຫ້ຜູ້ເປັນ ເຈົ້າຂອງ. ປາກົດວ່າ ຣັຖບານ ສປປ ລາວ ດໍາເນີນ ໂຄງການ ເຂື່ອນ ໄຊຍະບູລີ ແຕ່ຝ່າຍດຽວ ຊຶ່ງເປັນການ ຣະເມີດ ກົດໝາຍ ນາໆຊາດ ແລະ ພັນທະ ຂອງລາວ ໃນການ ປະຕິບັດ ຂໍ້ຕົກລົງ ວ່າດ້ວຍ ແມ່ນໍ້າຂອງ ສະບັບ ປີ 1995 ແລະວ່າ ການສ້າງ ເຂື່ອນ ໄຊຍະບູຣີ ຖືວ່າ ສປປ ລາວ ບໍ່ໃຫ້ຄວາມ ສໍາຄັນ ໃນພັນທະ ຂອງຕົນ ທີ່ມີຕໍ່ ພາກພື້ນ ແລະ ທັງເປັນການ ປຸູ້ນຣະດົມ ອະນາຄົດ ຂອງ ປະຊາຊົນ ຫລາຍລ້ານຄົນ ທີ່ອາສັຍ ແມ່ນໍ້າຂອງ ປະຄອງ ຊີວິດ ປະຈໍາວັນ ແລະ ຄວາມໝັ້ນຄົງ ຂອງເຂົ້າປາ ອາຫານ.

ຜູ້ຕາງໜ້າ ຈາກ 4 ປະເທດ ລຸ່ມ ແມ່ນໍ້າຂອງ ລາວ ວຽດນາມ ກັມພູຊາ ແລະ ໄທ ເບື້ອງຕົ້ນ ມີກໍານົດ ພົບປະ ຫາຣືກັນ ທີ່ກຸງ ພະນົມເປັນ ກ່ຽວກັບ ບາດກ້າວ ຕໍ່ໄປ ຕາມຂໍ້ ຕົກລົງ PNPCA ເພື່ອຕັດສິນ ເລື້ອງ ເຂື່ອນ ໄຊຍະບູຣີ ແຕ່ກ້ນ ປະຊຸມ ຖືກເລື່ອນໄປ ຢ່າງບໍ່ມີ ກໍານົດ ບໍ່ມີຄໍາ ອະທິບາຍ ໃດໆ. ເຄືອຂ່າຍ ແມ່ນໍ້າ ສາກົລ ສລຸບວ່າ ການຍຸຕິ ຂັ້ນຕອນ ຂໍ້ຕົກລົງ PNPCA ແຕ່ຝ່າຍດຽວ ຂອງ ສປປ ລາວ ໂດຍບໍ່ ອະນຸຍາດ ໃຫ້ປະເທດ ເພື່ອນບ້ານ ສລຸບນໍາ ຢ່າງເໝາະສົມ ນັ້ນ ເປັນການ ຣະເມີດ ຂໍ້ຕົກລົງ ກ່ຽວກັບ ແມ່ນໍ້າຂອງ ແລະ ກົດໝາຍ ຣະຫວ່າງ ປະເທດ. ຖ້າ ຣັຖບານ ສປປ ລາວ ຫາກ ປະຕິບັດ ພັນທະ ຮ່ວມມືກັບ ປະເທດ ເພື່ອນບ້ານ ໃນໂຄງການ ເຂື່ອນ ໄຊຍະບູຣີ ຣັຖບານ ສປປລາວ ກໍຄວນ ຍຸຕິການ ກໍ່ສ້າງຕ່າງໆ ໃນເຂດ ໂຄງການ ເຂື່ອນນັ້ນ ແລະ ເລີ້ມແກ້ໄຂ ບັນຫາ ຢ່າງຈິງໃຈ.

ເຂື່ຶອນ ໄຊຍະບູລີ ເປັນພັຍຂົມຂູ່ ຢ່າງໃຫຍ່ຫຼວງ ສໍາລັບ ແມ່ນໍ້າຂອງ ແລະ ປະຊາຊົນ ຂົງເຂດ, ຈະເຮັດໃຫ້ ມີການ ໂຍກຍ້າຍ ຊາວບ້ານ ຫລາຍກວ່າ 2100 ຄົນ, ແລະ ຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ຫລາຍກວ່າ 2 ແສນ ຄົນ ແລະ ຈະເຮັດ ໃຫ້ປາ 40 ກວ່າ ປະເພດ ສູນພັນ ໄປຈາກ ແມ່ນໍ້າຂອງ ຮວມທັງ ປ່າບຶກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 04, 2011 08:14 PM

ການພັດທະນາປະເທດຄືສີງທີ່ຈຳເປັນແຕ່ກໍ່ຕ້ອງຄຳນຳເຖີງຜົນເສຍຫາຍນຳວ່າສົມຄວນແລະຄຸ່ມຄ່າກັບຜົນໄດ້ຮັບບໍ່

Anonymous
Sep 07, 2011 07:07 AM

Lao doesn't Mekong Dam. It won't benefit Lao people. Thai will get electricity and water for their rice fields.