ອະນາມັຍໂລກ ໃຫ້ເບິ່ງແຍງຜູ້ຊະຣາ

ວັນ ອະນາມັຍ ໂລກ ສະຫະປະຊາຊາດ ຮຽກຮ້ອງ ໃຫ້ເພີ້ມ ການຮັກສາ ສຸຂພາບ ໃຫ້ຜູ້ ອະວຸໂສ ຢ່າງ ພຽງພໍ.
ໂພໄຊສວັດ
2012.04.09
F-world-health-day ໃນວັນ ອະນາມັຍ ໂລກ ປີ 2012 ອົງການ ສະຫະປະຊາຊາຕ ໄດ້ກວດກາ ເບີ່ງຂໍ້ມູນ ຂອງຈໍານວນ ຄົນຊະຣາ ໃນທົ່ວໂລກ ແລະຄວາມ ຕ້ອງການ ຂອງຄົນ ໃນວັຍນີ້ ຈື່ງມີການ ຮຽກຮ້ອງໃຫ້ ທັງ ພາກຣັຖບານ ແລະ ພາກປະຊາຄົມ ໃນໂລກ ຈົ່ງເອົາໃຈໃສ່ ເບີ່ງແຍງ ຜູ້ທີ່ຢູ່ໃນ ວັຍຊະຣາ ໃຫ້ຫຼາຍຂື້ນ.
who.int/Antonio Olmos

ກົດຟັງສຽງ

ສະຫະປະຊາຊາດ ໄດ້ຢໍ້າເຖິງ ຄວາມສໍາຄັນ ໃນການ ເພີ້ມການ ຮັກສາ ສຸຂພາບ ໃຫ້ຜູ້ ອະວຸໂສ ຢ່າງພຽງພໍ ແລະ ຮຽກຮ້ອງ ໃຫ້ທຸກໆ ປະເທດ ຈັດ ງົບປະມານ ຊ່ວຍເຫລືອ ຜູ້ສູງອາຍຸ ໃຫ້ມີ ສຸຂພາບ ເຂັ້ມແຂງ ແລະ ໃຫ້ມີ ຊີວິດ ການເປັນຢູ່ ທີ່ດີ.

ທ່ານ ບານກີມູນ ເລຂາທິການ ສະຫະປະຊາຊາດ ກ່າວໃນມື້ ອະນາໄມໂລກ  ວັນທີ 7 ເມສາ ວ່າທ່ານຂໍ ຮຽກຮ້ອງ ໃຫ້ຣັຖບານ ພົລເຮືອນ ແລະ ເອກກະຊົນ ຮ່ວມແຮງ ຮ່ວມໃຈກັນ ເພີ້ມໂອກາດ ໃຫ້ພົລເມືອງ ມີຊີວິດ ທີ່ຍືນຍາວ ແລະ ມີສຸຂພາຍດີ.

ໃນວັນທີ 7 ເມສາ ເປັນ ມື້ສ້າງຕັ້ງ ອົງການ ອະນາໄມ ໂລກ ຈຶ່ງຈັດໃຫ້ ເປັນມື້ ອະນາໄມ ໂລກ ແລະທຸກໆປີ ຈະເນັ້ນໃສ່ ຫົວຂໍ້ສໍາຄັນ ໃນການ ຮັກສາ ສຸຂພາບ. ສໍາລັຍປີນີ້ ຫົວຂໍ້ກໍແມ່ນ “ສຸຂພາບດີ ຊີວິດຍືນຍາວ ໄປອີກຫລາຍປີ”. ຊຶ່ງເນັ້ນໃສ່ ສົ່ງເສີມ ໃຫ້ທຸກຄົນ ທົ່ວໄປ ຮັກສາ ສຸຂພາບ ເພື່ອໃຫ້ ສາມາດ ມີໂອກາດ ມີສຸຂພາບດີ ເພື່ອໃຫ້ມີ ຄຸນພາບ ໃນຊີວິດ ຫລາຍໆປີ.

ອີງຕາມ ອົງການ ອະນາໄມ ໂລກ ເມື່ອເຖິງເຄິ່ງ ສັຕວັດ ຜ່ານມາ ມີ ປະຊາກອນໂລກ 14 ລ້ານຄົນ ທີ່ມີອາຍຸ 80 ປີ ຂຶ້ນໄປ. ແຕ່ເມື່ອຮອດ ປີ 2050 ຜູ້ທີ່ຢູ່ ໃນກຸ່ມທີ່ມີ ອາຍຸຂະນາດ ນີ້ ຈະມີຮອດ 400 ລ້ານຄົນ ຊຶ່ງ 100 ລ້ານຄົນ ຈະຢູ່ໃນ ປະເທດຈີນ ພຽງ ປະເທດດຽວ.

ພາຍໃນເວລາ 5 ປີ ຕໍ່ໄປນີ້ ຈະເປັນເທື່ອ ທໍາອິດ ໃນປວັດສາດ ທີ່ຈໍານວນ ຜູ້ມີອາຍຸ ແຕ່ 65 ປີ ຂຶ້ນໄປ ຈະມີຫລາຍກວ່າ ເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາ. ທ່ານ ບານ ກ່າວວ່າ ຍ້ອນເຫດນີ້ ຈຶ່ງຈໍາເປັນ ທີ່ຈະຕ້ອງ ໄດ້ຊ່ວຍກັນ ເລີ້ມກະຕຽມ ຮັກສາ ສຸຂພາບ ຂອງຜູ້ອະວຸໂສ ຕັ້ງແຕ່ ດຽວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 09, 2012 06:17 PM

ຖ້າປະຕິບັດເປັນປະເພນີໄດ້ ມັນກໍ່ເປັນການດີຫລາຍ ເພາະຜູ້ທຸກຂ໌ ກໍ່ທຸກຂ໌ເຫລືອລົ້ນຜູ້ຈົນກໍ່ຈົນເຫລືອຫລາຍ.