ວັນສິ່ງແວດລ້ອມ ສາກົນ

ໃນມື້ ສິ່ງແວດລ້ອມ ໂລກ ເຈົ້າໜ້າທີ່ ສະຫະປະຊາຊາດ ຊີ້ໃຫ້ເຫັນ ຄວາມສໍາຄັນ ຂອງ ການອະນຸຮັກ ຊັພຍາກອນ ທັມມະຊາດ ໃຫ້ຍືນຍົງ

ເພື່ອ​ສລອງວັນ ສິ່ງ​ແວດ​ລ້ອມ​ໂລກ ເຈົ້າ​ໜ້າ​ທີ່ ​ສະຫະ​ປະຊາ​ຊາດ ​ໄດ້ຊີ້​ໃຫ້​ເຫັນ ​​ເຖິງຄວາມ​ຈໍາ​ເປັນ ​ໃນ​ການ​ປ່ຽນ​ແປງ​ ຄວາມ​ຄິດ ​ແລະ ​ການ​ກະທໍາ​ຕ່າງໆ ທີ່​ຈະ​ເຮັດ​ໃຫ້​ ຊັພຍາກ​ອນ ​ທັມມະ​ຊາດ ຢູ່​ໄປ​ໄດ້​ຢ່າງ​ຍືນ​ຍົງ ​ໃນ​ຂະນະ ​ທີ່ຈໍານວນ ປະຊາກອນ ​ຂອງ​ໂລກ​ກໍາລັງ ຂຍາຍ​ໂຕ.

​ເລຂາທິການ ​ສະຫະ​ປະຊາ​ຊາດ ​ທ່ານ ບານ​ກີ​ມູນ ກ່າວ​ວ່າ “ຫາກ​ຈະ​ໃຫ້ ຊັພຍາກ​ອນ ​ທັມມະ​ຊາດ ​ເຫລືອຢູ່​​ໄດ້ ​ຢ່າງ​ຍືນ​ຍົງ ຕ້ອງ​ມີ​ ຄວາມ​ສົມ​ດຸນ ​ລະຫວ່າງ ການພັທນາ ​ເສ​ຖກິດ​ສັງຄົມ ​ແລະ ​ການ​ທໍາລາຍ ​ສິ່ງ​ແວດ​ລ້ອມ”. ທ່ານ​ກ່າວ ​ຕໍ່​ໄປ​ວ່າ "ພວກ​ເຮົາ​ຕ້ອງ​ໄດ້​ປ່ຽນ ​ຄວາມຄິດ ດັ້ງ​ເດີມ​ທີ່​ວ່າ ຫາກ​ຈະ​ສ້າງສາ ​ພັທນາ ກໍ​ຕ້ອງ​ໄດ້ ​ເສັຍ​ສລະ ​ຊັພຍາກ​ອນ ທັມມະ​ຊາດ”.

ຂໍ້​ຖ​ແລງ ​ປະ​ຈໍາ​ມື້ ​ສໍາຄັນ​ຂອງ ​ທ່ານ ບານ​ກີ​ມູນ ກໍ​ແມ່ນ “ຫາກ​ມີ ​ນະ​ໂຍບາຍ ​ທີ່​ສລາດ ​ແລະ ມີ​ການ​ລົງທຶນ ​ທີ່ຖືກຕ້ອງ ຫລາຍ​ປະ​ເທດ ​ຈະ​ສາມາດ ​ປົກ​ປ້ອງ​ ສິ່ງ​ແວດ​ລ້ອມ ​ໃນ​ເວລາ​ດຽວ​ກັນ ​ກໍ​ຈະ​ສາມາດ ຂຍາຍ​ເສ​ຖກິດ ສ້າງ​ວຽກ​ງານ ​ແລະ ສົ່ງ​ເສີມ ​ພັທນາ​ສັງຄົມ​ໄດ້”.

ການ​ເລີ້ມ ​ລະ​ລຶກ​ເຖິງ​ມື້ ສິ່ງ​ແວດ​ລ້ອມ​ໂລກ ມີ​ມາ​ແຕ່​ປີ 1972 ​ເປັນ​ວິທີ ສ້າງ​ຈິດ​ສໍານຶກ ​ໃຫ້​ສິ່ງ​ແວດ​ລ້ອມ ​ແລະ ​ສົ່ງ​ເສີມ​ ໃຫ້​ຝ່າຍ​ການ​ເມືອງ ມີ​ຄວາມ​ສົນ​ໃຈ ​ແລະ ​ເອົາ​ມາຕການ ​ປົກ​ປ້ອງ ​ສິ່ງແວດລ້ອມ.

ເລຂາທິການ ​ສະຫະ​ປະຊາ​ຊາດ​ ເນັ້ນ​ຢໍ້າວ່າ ພົລ​ເມືອງ​ຂອງ​ໂລກ ​ນັບ​ມື້​ນັບ ​ມີ​ຫລາຍ​ເພີ້​ມ​ຂຶ້ນ ນັບ​ມື້​ຈະ​ສ້າງ ​ຄວາມ​ກົດ​ດັນ​ໃຫ້ ຊັພຍາກ​ອນ ທັມມະ​ຊາດ ​ເຊັ່ນ​ອາຫານ ​ການ​ກິນ ນໍ້າ ​ແລະ ພະລັງງານ ​ແລະ ​ທຸກໆ​ປະ​ເທດ ​ໃນ​ໂລກ​ຕ້ອງ ​ໄດ້​ປ່ຽນ​ວິທີ ​ໃນ​ການພັທນາ ​ເພື່ອ​ແກ້​ໄຂ ​ເຮັດ​ໃຫ້ ພົລ​ເມືອງ​ຂອງ​ຕົນ ມີຊັພຍາກ​ອນ ​ທັມມະ​ຊາດ ​ເຫລືອຢູ່​​ໄດ້ ​ຢ່າງ​ຍືນ​ຍົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org