ທະນາຄາຣໂລກຕ້ອງການ ທຶນຊ່ວຍປະເທສທຸກຂ໌ຍາກ
2010.12.16
ກົດຟັງສຽງ
ທາງທະນາຄາຣ ໂລກ ປະກາສແຈ້ງ ໃນມື້ວັນ ພຸທທີ່ 15 ທັນວາ ນີ້ວ່າ: ສຳລັບ ງົບປະມານ ດ້ານກາຣ ພັນທນາ ໃນສົກປີ 2011–2014 ນີ້ ຈະໃຫ້ສາມາດ ຫາເງິນທຶນ ໃຫ້ໄດ້ ບໍ່ຕໍ່າກວ່າ 49.3 ຕື້ ດອລລາຣ໌ ສະຫະຣັຖ ເພື່ອໃຫ້ເປັນ ທຶນກາຣກູ້ຢືມ ແກ່ບັນດາ ປະເທສ ທີ່ທຸກຂ໌ຍາກ ໂດຽທີ່ບໍ່ຕ້ອງ ເກັບຄ່າດອກເບັ້ຽ ນຳແຕ່ຢ່າງໃດ.
ກາຣປະກາສ ໂຄງກາຣ ກູ້ຢືມເງິນ ໂດຽທີ່ບໍ່ໄດ້ ເສັຽຄ່າດອກເບັ້ຽ ດັ່ງກ່າວ ມີຂຶ້ນ ຫລັງຈາກ ກອງປະຊຸມ ຂອງ ສະມາຄົມ ພັທນາສາກົລ ທີ່ໃຫ້ທຶນ ກາຣຊ່ວຍເຫລືອ ຣາຍໃຫຍ່ ຊຶ່ງຈັດຂຶ້ນ ຢູ່ກຸງ Brussels ປະເທສ Belgium ທຸກໆ 3 ປີ ເພື່ອທົບທວນ ເບິ່ງຄວາມຄືບໜ້າ ທາງດ້ານ ປະຕິບັຕ ວຽກງານວ່າ ມີກາຣ ປະຕິບັຕ ຕາມແຜນກາຣ ທີ່ໄດ້ຕົກລົງກັນ ນັ້ນຫລືບໍ?
ຢູ່ກອງ ປະຊຸມ ໃນປີ 2007 ຜ່ານມານັ້ນ ມີກາຣວາງ ເປົ້າໝາຍໄວ້ ທີ່ວ່າຈະໃຫ້ ສາມາດຫາເງິນ ທຶນໃຫ້ໄດ້ ເຖິງ 41.7 ຕື້ ດອລລາຣ໌ ສຳລັບ ງົບປະມານ ທີ່ຈະສິ້ນສຸດລົງ ໃນເດືອນ ມີຖຸນາ 2011 ທີ່ຈະມາເຖິງ ນີ້ນັ້ນ, ສະນັ້ນ ທາງກອງປະຊຸມ ຈຶ່ງມີກາຣ ຕົກລົງ ສຳລັບໂຄງກາຣ ໃຫ້ ຄວາມຊ່ວຍເຫລືອ ແກ່ບັນດາ ປະເທສທີ່ ປະຊາຊົນ ມີຖານະຍາກຈົນ ໃນທົ່ວໂລກ ດ້ວຍກາຣ ຫາເງິນທຶນ ເພື່ອເປັນກາຣ ຊ່ວຍເຫລືອແກ່ ແຕ່ລະປະເທສ ນັ້ນໆ ໂດຽທີ່ບໍ່ມີ ກາຣເກັບຄ່າ ດອກເບັ້ຽ ນຳແຕ່ ປະກາຣໃດ.