ທະນາຄາຣໂລກສືບຕໍ່ ຊ່ວຍເຫຼືອລາວ
2011.07.18

ກົດຟັງສຽງ
ທາງກາຣ ສປປລາວ ໄດ້ ຮັບທຶນ ກາຣ ຊ່ວຍເຫລືອ ຈາກ ທາງ ທະນາຄາຣ ໂລກ ຕື່ມອີກ 50 ລ້ານ ດອລລາຣ໌ ສະຫະຣັຖ ສຳລັບ ໂຄງກາຣ ສົ່ງເສີມ ດ້ານຫລຸດຜ່ອນ ຄວາມຍາກຈົນ ຂອງ ປະຊາຊົນ ແບບ ຍືນຍົງ. ໂດຽມີພິທີ ກາຣລົງນາມ ໃນຂໍ້ ສັນຍາ ຣະຫວ່າງ ດຣ. ວຽງທອງ ສີພັນດອນ ຮອງ ຣັຖມົນຕຣີ ກະຊວງ ກາຣຄັງ ແລະ Ms Annette Dixon ຜູ້ອຳນວຍກາຣ ທະນາຄາຣ ໂລກ ປະຈຳລາວ ຊຶ່ງຈັດຂຶ້ນ ໃນມື້ ວັນພຣະຫັດ ທີ່ 14 ກໍຣະກະດາ ນີ້.
ທຶນກາຣ ຊ່ວຍເຫລືອ ດັ່ງກ່າວ ໄດ້ແບ່ງ ອອກເປັນ 3 ພາຄສ່ວນ ອັນ ປະກອບ ດ້ວຍ ໂຄງກາຣ ເພື່ອຫລຸດຜ່ອນ ຄວາມຍາກຈົນ ຂອງ ປະຊາຊົນ ຕາມແຜນ ປະຕິບັຕ ວຽກງານ 7 ຂໍ້ ຮວມເປັນ ມູລຄ່າ ທັງໝົດ 10 ລ້ານ ດອລລາຣ໌.
ໂຄງກາຣທີ່ 2 ມີມູລຄ່າ 25 ລ້ານ ດອລລາຣ໌ ສຳລັບ ແຜນກາຣ ຫລຸດຜ່ອນ ຄວາມຍາກຈົນ ຂອງ ປະຊາຊົນ ຕາມ ເຂຕ ຊົນນະບົທ ໃນບັນດາ 10 ແຂວງ ຮວມທັງ 38 ຕົວເມືອງ ໃນ ບໍ່ຕໍ່າກວ່າ 2,500 ໝູ່ ບ້ານ.
ສ່ວນໂຄງກາຣ ທີ່ 3 ແມ່ນ ໂຄງກາຣ ສົ່ງເສີມ ແລະ ປັບປຸງ ກາຣສຶກສາ ສຳຫລັບ ເດັກນ້ອຍ ທຸກໆຄົນ ຮວມເປັນ ມູລຄ່າ ກວ່າ 20 ລ້ານ ດອລລາຣ໌.
Ms Dixon ໄດ້ກ່າວເນັ້ນ ໃນຕອນ ນື່ງວ່າ ໂຄງກາຣ ຊ່ວຍເຫລືອ ທັງໝົດນີ້ ກໍເພື່ອ ເປັນກາຣ ສົ່ງເສີມ ຣັຖບາລ ໃນໂຄງກາຣ ພັທນາ ຊັພຍາກອນ ມະນຸສ ໂດຽມີ ເປົ້າໝາຍ ເພື່ອຫລຸດຜ່ອນ ບັນຫາ ຄວາມຍາກຈົນ ຂອງ ປະຊາຊົນ ໃນທົ່ວ ປະເທສ.