ທະນາຄາຣໂລກເພີ້ມທຶນ ຊ່ວຍເຫຼືອລາວ
2011.06.10

ກົດຟັງສຽງ
ຄນະກັມມະກາຣ ບໍຣິຫາຣ ທະນາຄາຣ ໂລກ ໄດ້ຕົກລົງ ອະນຸມັຕ ໃຫ້ເງິນທຶນ ແກ່ ສປປລາວ 10 ລ້ານ ດອລລາຣ໌ ໃນມື້ວັນ ພຣະຫັດ ຜ່ານມານີ້ ສຳລັບ ໂຄງກາຣ ພັທນາ ດ້ານສຸຂພາບ ຂອງ ປະຊາຊົນ ຕາມເຂຕ ຊົນນະບົທ ຊຶ່ງກໍເປັນ ກາຣສືບຕໍ່ ຈາກໂຄງກາຣ ເກົ່າ ຂອງອົງກາຣ ພັທນາ ຣະຫວ່າງ ປະເທສ ຫລື IDA ທີ່ໄດ້ ໃຫ້ທຶນ ກາຣຊ່ວຍເຫລືອ ໄປແລ້ວ 15 ລ້ານ ດອລລາຣ໌ ໃນປີ 2006 ທີ່ ຜ່ານມາ.
ສຳລັບ ທຶນກາຣ ຊ່ວຍເຫລືອ ທີ່ທາງ ທະນາຄາຣ ໂລກ ໄດ້ຕົກລົງ ໃຫ້ໃນງວດໃໝ່ ນີ້ແມ່ນ ສຳລັບ ໃຫ້ມີກາຣ ສືບຕໍ່ ໂຄງການ ພັທນາ ແລະ ປັບປຸງ ທາງດ້ານ ບໍຣິກາຣ ສຸຂພາບ ໃຫ້ແກ່ ປະຊາຊົນ ຕາມເຂຕ ຊົນນະບົທ ໃຫ້ທົ່ວ ເຖິງກັນ ໂດຽສະເພາະ ດ້ານກາຣ ພັທນາ ຊັພຍາກອນ ມະນຸສ ເຊັ່ນ ກາຣຝຶກ ອົບຮົມ ເຈົ້າໜ້າທີ່ ກ່ຽວຂ້ອງ ໃຫ້ມີ ຄວາມຮູ້ ພື້ນຖານ ເພື່ອຊ່ວຍ ແນະນຳ ແລະ ໃຫ້ຄວາມ ເບິ່ງແຍງ ແລະ ປິ່ນປົວ ປະຊາຊົນ ຜູ້ເຈັບປ່ວຍ ຕາມເຂຕ ທີ່ຢູ່ຫ່າງໄກ ຊອກຫລີກ ໃນທົ່ວ ປະເທສ.
ຢ່າງໃດກໍຕາມ ເງິນທຶນ ກາຣຊ່ວຍເຫລືອ ງວດໃໝ່ ນີ້ນັ້ນ ສຳລັບ ໃຊ້ໃນ ໂຄງກາຣ ທີ່ສືບຕໍ່ ໂຄງກາຣ ເກົ່າ ເຣີ່ມແຕ່ ປີ 2011 ນີ້ ໄປຈົນຮອດ ປີ 2014 ເພື່ອປັບປຸງ ຣະບົບ ສຸຂອະນາມັຍ ຕລອດຮອດ ໂຄງກາຣ ຈັດກາຣ ຝຶກອົບຮົມ ເຈົ້າໜ້າທີ່ ໃນຈຳນວນ ຫລາຍຮ້ອຍຄົນ ເພື່ອຈັດເຂົ້າ ໃນຣະບົບ ການສົ່ງເສີມ ຮັກສາ ປິ່ນປົວ ຜູ້ປ່ວຍ ຕາມ ສຸຂສາລາ ໃນແຕ່ລະ ແຫ່ງໃນຂັ້ນ ຕໍ່ໄປນັ້ນ.