ທະນາຄານໂລກຊ່ວຍ ປັບປຸງແມ່ນໍ້າຂອງ

ທະນາຄານ ໂລກ ໃຫ້ເງິນ ຊ່ວຍເຫລືອ ຈໍານວນ 8 ລ້ານ ໂດລາ ສະຫະຣັດ ສໍາລັບ ປັບປຸງ ຊັພຍາກອນ ໃນແມ່ນໍ້າຂອງ.

ເຄື່ອງໝາຍຂອງ ທະນາຄານໂລກ wb

ກົດຟັງສຽງ

ທະນາຄານໂລກ ມອບເງິນ ຊ່ວຍເຫລືອລ້າ $8 ລ້ານ ໂດລາ ສະຫະຣັດ ແກ່ ກັມມາທິການ ແມ່ນໍ້າຂອງ MRC ເພື່ອສົ່ງເສີມ ການຄຸ້ມຄອງ ແຫລ່ງ ຊັພຍາກອນ ນໍ້າ ຕາມການ ເປີດເຜີຽ ຂອງ ເຈົ້າໜ້າທີ່ MRC ໃນ ນະຄອນຫລວງ ວຽງຈັນ.

ການລົງນາມ ສັນຍາ ການສນັບສນູນ ທາງການເງິນ ໄດ້ມີຂື້ນ ລະຫ່ວາງ ທ່ານ Hans Guttman ຫົວໜ້າ ບໍຣິຫານ MRC  ກັບ ມາດາມ Annette Dixon ຫົວໜ້າ ທະນາຄານໂລກ ພາກພື້ນເອເຊັຽ ແລະ ມົງໂກເລັຽ ຢູ່ທີ່ ນະຄອນຫລວງ ວຽງຈັນ ເມື່ອວັນພຸດ ນີ້.

ເງິນຈໍານວນ ດັ່ງກ່າວ ແມ່ນສໍາລັບ ການຊ່ວຍເຫລືອ ລະຍະ 5 ປີ ຈາກປີ 2012-2017 ແນໃສ່ ພາຣະກິຈ ການປືກສາ ຫາລືກັນ ແລະ ຈັດຕັ້ງ ປະຕິບັດ ໂຄງການໂຕຢ່າງ ກ່ຽວກັບ ການຄຸ້ມຄອງ ຊັພຍາກອນນໍ້າ ລະຫ່ວາງ ປະເທດລຸ່ມ ແມ່ນໍ້າຂອງ ລາວ ໄທ ກໍາພູຊາ ແລະວຽດນາມ ແລະ ຈະຊ່ວຍ ຕັ້ງກົນໄກ ເພື່ອ ປະສານງານ ກ່ຽວກັບ ຄວາມສ່ຽງຕໍ່ ຜົນກະທົບ ແລະ ການຄຸ້ມຄອງ ຄວາມສ່ຽງ ຕໍ່ພັຍພິບັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org