ສະຫະຣັຖຊ່ວຍ ອະນຸຮັກສັດປ່າ

ສະຖານທູດ ສະຫະຣັຖ ປະຈໍາລາວ ຊ່ອຍສນັບສນູນ ການອະນຸຮັກ ສັດປ່າ ໃນລາວ.
ສິດນີ
2011.04.01
F-tiger ປ້າຍປະກາດຄໍາຂວັນໃຫ້ອະນຸຮັກສັດປ່າແລະເສືອໂຄ່ງປ່າສງວນ ນໍ້າແອ້ດ-ພູເລີຍ
RFA

ກົດຟັງສຽງ

ຍານາງ Karen Steward ເອກອັຄຣາຊທູດ ສະຫະຣັຖ ປະຈຳລາວ ໄດ້ຮ່ວມເປິດ ພິທີເປີດ ສະຖານີ ປົກປັກຮັກສາ ປ່າໄມ້ແລະສັດປ່າ ໃນເຂດນ້ຳແອດ-ພູເລີຍ ປ່າສງວນ ແຫ່ງຊາດ ທີ່ແຂວງຫົວພັນ ໃນວັນທີ 28 ມີນາຜ່ານມາ.

ໃນພິທີ ຮ່ວມດ້ວຍເຈົ້າແຂວງໆ ຫົວພັນ ທ່ານ ຄຳຫຸ່ງ ເລືອງວົງສີ ຫົວຫນ້າຫ້ອງການ ກິຈການຢູໂຣບ ແລະ ອະເມຣິກາເຫນືອ ກະຊວງຕ່າງປະເທດ ສປປລາວ ທ່ານ ພົມມາ ຄຳມະນີຈັນ ພ້ອມທັງຫົວຫນ້າບ້ານ ໃນເຂດ 20 ຫມູ່ບ້ານ ທີ່ບັນຈຸຢູ່ໃນເຂດ ປົກປັກຮັກສາສັດປ່າ ນ້ຳແອດ-ພູເລີຍ ພິທີດັ່ງກ່າວ ໄດ້ຈັດຂື້ນທີ່ ໂຮງຮຽນປະຖົມ       ສົມບູນເກສອນ ໃກ້ກັບສະຖານີ ການອະນຸຮັກ ສັດປ່າ.

ຍານາງ ສຈວດ ກ່າວວ່າ ສະຫະຣັຖ ໄດ້ເອົາໃຈໃສ່ ໃນການຊ່ອຍເຫລືອ ຣັຖບານລາວ ເຣື້ອງອະນຸຮັກ ທັມມະຊາດ ຣະບົບນິເວດ ແລະ ບ່ອນຢູ່ອາສັຍ ຂອງສັດປ່າ ໃຫ້ຄົງເດີມ. ຍານາງວ່າ ສະຖານີ ປົກປ້ອງສັດປ່າ ທີ່ສ້າງຂື້ນດ້ວຍ ເງີນຊ່ອຍເຫລືອ ຂອງສະຫະຣັຖ ເປັນການບົ່ງບອກ ເຖີງຄວາມມຸ້ງຫມັ້ນ ຂອງ ຣັຖບານສະຫະຣັຖ ເພື່ອອະນຸຮັກ ທັມມະຊາດ ແລະ ສັດປ່ານານາຊນິດ ໃນຂົງເຂດແຫ່ງນີ້.

ເລີ້ມແຕ່ປີ 2002 ເປັນຕົ້ນມາ ຣັຖບານສະຫະຣັຖ ໄດ້ມອບເງີນ ໃຫ້ຣັຖບານລາວ ປະມານ 5 ແສນໂດລາ ໃນການສນັບສນູນ ອະນຸຮັກ ທັມມະຊາດ ຣະບົບນິເວດ ແລະ ສັດປ່າ ດ້ວຍການສ້າງສະຖານີ ປົກປັກຮັກສາ ສັດປ່າ ຂື້ນໃນເຂດ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.