ສັດປ່າ ຍັງເປັນອາຫານນິຍົມ
2011.07.14

ກົດຟັງສຽງ
ສັດປ່າ ຢູ່ລາວ ມີຈຳນວນ ຫລຸດໜ້ອຍ ຖອຍລົງ ຫລາຍ ໃນຣະຍະ ຊາວກວ່າປີ ຜ່ານມາ, ສັດປ່າ ທີ່ຫາຍາກ ເຊັ່ນເສືອ ຫລິ່ນ ແລະ ແລນ ຖືວ່າ ໃກ້ຈະສູນພັນ ໄປແລ້ວ. ປັດຈຸບັນ ພວກຄ້າຂາຍ ມັກລັກ ສັດປ່າ ທີ່ບໍ່ ຫາຍາກ ປານໃດ ມາຂາຍ ຕາມຕລາດ. ດັ່ງເຈົ້າ ໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ເວົ້າວ່າ:
“ເຂົາຈະມີ ການລັກລອບ ຄ້າຂາຍ ເຖື່ອນ ຢູ່ຕລາດ ດົງມາກຄາຍ ນະຄອນຫລວງ ແຕ່ວ່າເຂົາ ຈະຢູ່ທີ່ ໃຕ້ໂຕະ ເຂົາບໍ່ເອົາ ຂື້ນມາ ບົນໂຕະ ສັດປ່າ ຢູ່ທີ່ລາວ ກໍຈະແພງ ກວ່າຄົນ ຢູ່ໃນເມືອງ ນິຍົມ ກິນ ຣາຄາມັນ ຈະສຸງ ກໍແລ້ວ ແຕ່ລະ ຊນິດ.”
ເຈົ້າໜ້າທີ່ ອະທິບາຍ ວ່າ ສັດປ່າ ທີ່ຖືກ ລັກລອບ ມາຂາຍ ຢູ່ຕລາດ ໃນປັດຈຸບັນ ເປັນສັດປ່າ ຄຸ້ມຄອງ ປະເພດສາມ ທີ່ບໍ່ ຫາຍາກ ປານໃດ ເຊັ່ນງູສິງ ກະຮອກ ກະແຕ. ປະເທດລາວ ມີກົດໝາຍ ຫ້າມຄ້າຂາຍ ສັດປ່າ. ຕາມກົດໝາຍ ດັ່ງກ່າວ ປະຊາຊົນ ໃນເຂດ ຊົນນະບົດ ຫ່າງໄກ ມີສິດ ລ້າສັດປ່າ ຊນິດນີ້ ເພື່ອນຳ ມາກິນ ເປັນອາຫານ ຢູ່ພາຍ ໃນຄອບຄົວ ໄດ້ ແຕ່ຫ້າມ ຄ້າຂາຍ. ແຕ່ ປະຊາຊົນ ຍັງລັກລອບ ສັດປ່າ ເຫລົ່ານີ້ ໄປຂາຍ ຕາມຕລາດ ຫລາຍຢູ່. ບໍ່ພຽງແຕ່ ສັດປ່າ ປະເພດ ທີ່ສາມ ສັດປ່າ ປະເພດ ທີ່ນຶ່ງ ແລະ ສອງ ເຊັ່ນ: ເສືອ ກວາງ ແລະ ຟານ ກໍຍັງ ຖືກລ້າ ຢູ່ ຕລອດມາ.
ເຈົ້າໜ້າທີ່ ຈັບ ແລະ ຍຶດ ສັດປ່າ ເຫລົ່ານັ້ນ ໄດ້ເລື້ອຍໆ ຕາມດ່ານ ຊາຍແດນລາວ ກັບປະເທດ ເພື່ອນບ້ານ. ຢູ່ພາຍໃນ ປະເທດ ຕາມຕລາດ ແລະ ຮ້ານອາຫານ ໃນສະຖານທີ່ ທ່ອງທ່ຽວ ເຊັ່ນຢູ່ຮ້ານ ອາຫານ ທີ່ຕາດຟານ ແລະ ຕາດເຍືອງ ໃນແຂວງ ຈຳປາສັກ ພາກໃຕ້ ຂອງລາວ ມີ ຊິ້ນກວາງ ຫ້ອຍຂາຍ ຢູ່ເຕັມ ຢ່າງ ເປີດແປນ ນັກທ່ອງທ່ຽວ ສາມາດ ຊື້ ແລະ ຜູ້ຂາຍ ຈະຈີ່ ຫລືປີ້ງ ຢູ່ກັບທີ່ ໃຫ້ໄດ້ ພ້ອມທັງມີ ເຂົ້າໜຽວ ຂາຍພ້ອມ.