ການລັກຄ້າສັດປ່າ ຍັງມີຢູ່ລາວ

ເຈົ້າໜ້າທີ່ ບໍ່ສາມາດ ຄວບຄຸມ ການຄ້າ ສັດປ່າໄດ້ ຍ້ອນ ເຈົ້າໜ້າທີ່ ເອງ ບໍ່ມີຄວາມ ຮັບຜິດຊອບ ບໍ່ປະຕິບັດ ຕາມໜ້າທີ່ ຢ່າງເຂັ້ມງວດ ແລະ ອີກສາເຫດນຶ່ງ ເປັນເພາະ ເຈົ້າໜ້າທີ່ ບໍ່ມີພຽງພໍ.
ອະວາຣີ
2012.01.19
F-Wild-animal-trade ປ້າຍຕັກເຕືອນ ຫ້າມຄ້າສັດປ່າ ທີ່ສນາມບິນ ໃນລາວ
AFP

ກົດຟັງສຽງ

ປັດຈຸບັນ ການລັກ ຂາຍສັດປ່າ ອອກຈາກລາວ ມີຫລາຍ ຢູ່ຕາມເຂດ ຊາຍແດນ ປະເທດ ເພື່ອນບ້ານ. ເຈົ້າໜ້າທີ່ ຮັກສາ ສັດປ່າ ໄດ້ກ່າວ ກ່ຽວກັບ ເຣື່ອງວ່າ:

“ຂ້ອຍຊິຢືນຢັນ ໄດ້ວ່າ ທີ່ເຮົາບໍ່ມີ ການລັກລອບນີ່ ເປັນໄປບໍ່ໄດ້ ຍັງມີບາງຍ່ານ ຂອງຊາຍແດນ ຄືຍົກຕົວຢ່າງ ຕາມສາຍ ແມ່ນ້ຳຂອງ ກໍມີ ດິນຕໍ່ ແຜ່ນດິນກໍມີ ທາງເບື້ອງ ກຳພູເຈັຍ ນີ່ກໍມີ ເພາະວ່າ ປ່າສງວນຕິດກັບ ປ່າສງວນ.”

ນອກຈາກ ຈະມີການ ລັກຂາຍ ສັດປ່າ ອອກຈາກລາວ ແລ້ວ ພວກຄ້າສັດ ຍັງມັກລັກ ນຳເອົາ ສັດປ່າ ຈາກປະເທດ ເພື່ອນບ້ານ ເຂົ້າລາວ ແລ້ວສົ່ງຕໍ່ ອອກໄປວຽດນາມ ຫລືຈີນ. ເຈົ້າໜ້າທີ່ໄທ ຈັບພວກຄ້າ ຫລິ່ນ ໄດ້ ເລື້ອຍໆ ຊຶ່ງຈັບໄດ້ ໃນເວລາ ພວກຄ້າສັດປ່າ ກຳລັງ ລັກຂົນສົ່ງ ຫລິ່ນ ຂ້າມແມ່ນ້ຳຂອງ ໄປຝັ່ງລາວ ໃນແຂວງ ຄຳມ່ວນ ແລະ ແຂວງ ບໍຣິຄຳໄຊ ແຕ່ຢູ່ລາວ ປະກົດວ່າ ບໍ່ມີການ ຈັບກຸມ ຈັກເທື່ອ. ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ ແຂວງຄຳມ່ວນ ທ່ານນຶ່ງ ເວົ້າວ່າ:

“ໄດ້ຍິນຢູ່ ຫາກທາງເຮົາ ບໍ່ໄດ້ບໍ່ມີ ການຈັບໄດ້ ຈັກເທື່ອ ສ່ວນຫລາຍ ກໍມີແຕ່ ຂ້າເຈົ້າເອົາ ຂ້າມໄປ ທາງແຂວງ ບໍຣິຄຳໄຊ ເຂົາກໍສົ່ງຕໍ່ ໄປທາງ ວຽດນາມ ມັນສິບໍ່ໄດ້ ເຂົ້າມາຫາເຮົາ ສະເພາະ ມັນມາແລ້ວ ມັນສິ ໄປເລີຍ.”

ແຕ່ກ່ອນ ລາວ ເປັນປະເທດ ທີ່ອຸດົມ ສົມບຸນ ໄປດ້ວຍປ່າໄມ້ ຕົ້ນໄມ້ ແລະ ສັດປ່າ ແຕ່ມາ ປັດຈຸບັນ ດັບໝົດແລ້ວ ພໍ່ຄ້າສັດປ່າ ໄປເລາະຊື້ ສັດປ່າ ເກືອບທຸກຊນິດ ຢູ່ຕາມບ້ານຕ່າງໆ ແລະ ຊາວບ້ານ ຫລັງຈາກ ເຮັດນາແລ້ວ ກໍພາກັນ ຊອກຫາຈັບ ສັດປ່າ ເພື່ອຂາຍ ຫາຣາຍໄດ້ ຕື່ມເປັນ ອາຊີພເສີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.