ການຄ້າສັດປ່າ ມີຢູ່ທົ່ວໄປໃນລາວ
2011.08.19

ກົດຟັງສຽງ
ສັດປ່າ ທີ່ເອົາ ມາຂາຍ ຈະເປັນ ສັດ ຫາງ່າຍ ສັດນ້ອຍ ເພື່ອສະດວກ ໃນການ ຊຸກເຊື່ອງ ຈາກການ ສິ້ງຊອມ ຂອງ ເຈົ້າໜ້າທີ່. ການຊື້ຂາຍ ຈະເປັນໄປ ແບບລັບໆ ສະເພາະ ຄົນຄຸ້ນໜ້າ. ສັດປ່າ ທີ່ຖືກນໍາ ມາຂາຍ ສ່ວນຫລາຍ ຈະເປັນ ສັດປ່າ ຄຸ້ມຄອງ ປະເພດ 3 ເຊັ່ນ ງູ, ກະຮອກ, ກະແຕ. ສໍາລັບ ຣາຄາ ຈະຂຶ້ນ ກັບຄວາມສົດ ຂອງສັດ ທີ່ ເອົາມາຂາຍ.
ຕາມກົດໝາຍ ສັດປ່າ ປະເພດ ນີ້ ສາມາດ ລ້າ ມາເປັນ ອາຫານ ໃນຄອບຄົວ ໄດ້ ແຕ່ຈະລ້າ ເພື່ອ ຊື້ຂາຍ ບໍ່ໄດ້ ເພື່ອປ້ອງກັນ ບໍ່ໃຫ້ມີ ການລ້າ ແລະ ຂ້າ ຢ່າງ ຟູມເຟືອຍ. ກົດໝາຍ ອະນຸຍາດ ໃຫ້ຊາວ ຊົນນະບົດ ລ້າສັດປ່າ ປະເພດ 3 ມາລ້ຽງ ຄອບຄົວ ໄດ້ ຍ້ອນວ່າ ປະຊາຊົນ ເຫລົ່ານັ້ນ ຕ້ອງອາສັຍ ທັມມະຊາດ ເພື່ອການ ຄອງຊີບ, ແຕ່ຫ້າມລ້າ ໃນຍາມ ເຂົ້າພັນສາ ເພາະ ເປັນຍາມ ທີ່ສັດປ່າ ປະສົມພັນ ເພື່ອຊ່ວຍ ໃຫ້ສັດ ໄດ້ອອກແມ່ ແພ່ລູກ.
ເຖິງວ່າ ຈະມີ ກົດໝາຍ ແລະ ນະໂຍບາຍ ຄຸ້ມຄອງ ສັດປ່າ ຕ່າງໆ ແຕ່ໃນ ປັດຈຸບັນ ການຄ້າ ສັດປ່າ ຄຸ້ມຄອງ ຍັງມີຢູ່ ເລື້ອຍມາ ແມ່ນແຕ່ ເຈົ້າໜ້າທີ່ ກົມປ່າໄມ້ ເອງ ກໍຍັງບໍ່ ສາມາດ ຄວບຄຸມ ປາມປາມ ໃຫ້ໝົດໄປ ໄດ້. ຊຶ່ງເປັນ ບັນຫາ ຂອງ ຣັຖບານ ທີ່ບໍ່ ສາມາດ ແກ້ໄຂ ໄດ້ເທື່ອ.
ອົງການ ກອງທຶນ ເພື່ອສັດປ່າ ຫລື WWF ເປີດເຜີຍວ່າ ສັດປ່າ ໄດ້ຖືກລ້າ, ຂ້າ, ກິນ ເປັນອາຫານ ແລະ ຊິ້ນສ່ວນ ຖືກນຳມາ ປະດິດ ເປັນ ຂອງໃຊ້, ເຄື່ອງເອ້ ຫລື ມາປຸງແຕ່ງ ເປັນຢາ ແຜນໂບຮານ ແລະ ບ່ອນຢູ່ ອາສັຍ ຂອງມັນ ຖືກທໍາລາຍ ຍ້ອນໂຄງ ການພັທນາ ໂຄງການ ໃຫຍ່ໆ ຈຶ່ງເຮັດໃຫ້ ຈໍານວນ ສັດປ່າ ມີຫລຸດ ໜ້ອຍລົງ ຢ່າງ ໜ້າວິຕົກ ພາຍໃນ ບໍ່ເທົ່າໃດ ປີ ຜ່ານມາ.