Wikileaks ເປີດເຜີຍກ່ຽວກັບ ສະມາຊິກອາຊຽນ

ໃນຂນະທີ່ ສິງກະໂປ ກໍາລັງ ແກ້ໄຂບັນຫາ ກັບ ມາເລເຊັຍ ກ່ຽວກັບ ຄໍາເວົ້າ ຂອງທ່ານ ລີກວນຍິວ (Lee Kuan Yew) ອະດີດ ນາຍົກ ຣັຖມົນຕຣີ ສິງກະໂປ ແລະ ຣັຖບຸຣຸດ ກໍ່ຕັ້ງອາຊຽນ ທີ່ເວົ້າເຖິງ ການທໍາລາຍ ຄ່ານິຍົມຂອງກຸ່ມ ທີ່ຮັບເອົາ ສປປລາວ ກໍາພູຊາ ພະມ້າ ແລະວຽດນາມ ເຂົ້າເປັນ ສະມາຊິກ ທັ້ງໆທີ່ມີ ຄວາມແຕກຕ່າງກັນ ຢ່າງຫລວງຫລາຍ ກັບສະມາຊິກ ເກົ່າທັງ 6 ປະເທດ.
ຈໍາປາທອງ
2010.12.20
F-Assenge ຜູ້ໃຫ້ກໍາເໜີດ ຂອງ WikiLeaks 'Julian Assange' ເວົ້າກັບນັກຂ່າວ ໃນຕອນທີ່ຂີ່ຣົດ ກັບຈາກ ສະຖານີຕໍາຣວດ ບ່ອນທີ່ໄປ ລົງທະບຽນ ກ່ຽວກັບເຣື້ອງ ການປະກັນຕົວ ໃນວັນທີ 18 ທັນວາ 2010.
AFP PHOTO/CARL COURT

ກົດຟັງສຽງ

ທ່ານ George Yeow ຣັຖມົນຕຣີ ຕ່າງປະເທດ ສິງກະໂປ ໄດ້ພຍາຍາມ ແກ້ຂ່າວວ່າ Wikileaks ໃຫ້ຂໍ້ມູນ ບໍ່ຄົບຖ້ວນ ແລະວ່າ ເຣື້ອງເຊັ່ນນີ້ ເປັນຄືກັນກັບ “ ຂ່າວຊຸບຊິບ ໃນງານລ້ຽງ ຄ໊ອກເທລ “ ຫລື “ ຂ່າວຊຸບຊິບ ໃນອິນເທິເນັດ “. Website ນັ້ນວ່າ ທ່ານ ລີກວນຍິວ ກ່າວວ່າ ສະມາຊິກເກົ່າ ຂອງອາຊຽນ ມີຄ່ານິຍົມ ຮ່ວມກັນ ແລະຮ່ວມກັນ ຕໍ່ຕ້ານຣະບອບ ຄອມມິວນິສ. ແຕ່ຄ່ານິຍົມ ເລົ່ານັ້ນ ຖືກເຮັດ ໃຫ້ຂຸ່ນມົວ ໂດຍປະເທດ ສະມາຊິກໃໝ່. ບັນຫາ ເສຖກິດ ແລະ ສັງຄົມ ຂອງປະເທດ ເລົ່ານັ້ນ ໄດ້ເຮັດໃຫ້ ເປັນໜ້າສົງໄສ ວ່າພວກເຂົາ ຈະສາມາດ ປະຕິບັດ ໄດ້ຄືກັນກັບ ປະເທດ ສະມາຊິກເກົ່າ ຫລືບໍ່.

ໃນຣະຫວ່າງ ການພົບປະ ເມື່ອປີ 2007 ທ່ານ ລີກວນຍິວ ໄດ້ບອກໃຫ້ ເຈົ້າໜ້າທີ່ ສະຫະຣັດ ຮູ້ວ່າ “ ອາຊຽນ ບໍ່ຄວນຍອມຮັບ ເອົາ ພະມ້າ, ກຳພູຊາ, ສປປລາວ ແລະວຽດນາມ ເຂົ້າເປັນ ສະມາຊິກ ໃນຊ່ວງ ທົສວັດ ທີ 1990.

Website New Temasek Review ໄດ້ເຜີຍແພ່ ໃນວັນພຣະຫັດ ຜ່ານມາວ່າ ທ່ານ ລີກວນຍິວ ເວົ້າສິ່ງດັ່ງກ່າວ ໃນຣະຫວ່າງ ການສົນທະນາ ແບບ “ເປັນຄວາມລັບ“ ກັບ ຍານາງ ແພຕຣິເຊັຍ ແອລ ເຮິໂບລ (Patricia L Herbold) ເອກອັຄຣາຊທູດ ສະຫະຣັດ ປະຈຳ ສິງກະໂປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.