ສຸຂອະນາມັຍ ໃນລາວດີຂື້ນ

ຜູ້ຕາງໜ້າ ຫ້ອງການ ອົງການ ອະນາມັຍ ໂລກ ປະຈໍາລາວ ທ່ານ Asmus Hammerich ເຫັນວ່າ ສາທາຣະນະສຸຂ ໃນລາວ ມີການ ປັບປຸງ ດີຂື້ນ ກວ່າແຕ່ກ່ອນ.
ສົມເນ
2012.04.10
F-who-VT ອົງການ ອະນາມັຍ ໂລກ ປະຈໍາລາວ ສີດຢາ ໃຫ້ເດັກນ້ອຍ ໃນແຂວງ ວຽງຈັນ
WHO

ກົດຟັງສຽງ

ທ່ານ ໄດ້ກ່າວ ເຣື້ອງນີ້ ເນື່ອງໃນ ໂອກາດ ສລອງວັນ ອະນາມັຍ ໂລກ ໃນວັນເສົາ ຜ່ານມາ ຢູ່ທີ່ ນະຄອນຫລວງ ວຽງຈັນ. ຕາມລາຍງານ ຂອງອົງການ ຂ່າວ ຊິນຫົວ.

ທ່ານ Hammerich ວ່າ ລາວມີ ເຈຕນາ ຈະເພີ້ມການ ປະກອບສ່ວນ ຂື້ນຕື່ມ 2 ຕໍ່ ໃນວຽກງານ ອະນາມັຍ ພາຍໃນ 2 ປີ ຂ້າງໜ້າ ຫລາຍປີ ຜ່ານມານີ້ ລາວ ສາມາດຄວບຄຸມ ການແພ່ຣະບາດ ຂອງ ເຊື້ອໂຣຄ HIV/AIDS ແລະ ພຍາດໄຂ້ ມາລາເຣັຽ ໄດ້ດີສົມຄວນ ໃນຖານະ ເປັນປະເທດ ທີ່ພັທນາ ນ້ອຍທີ່ສຸດ. ທ່ານວ່າ ວຽກງານ ທໍາອິດ ຂອງຫ້ອງການ ອະນາມັຍ ໂລກ ແມ່ນຢາກ ເຮັດໃຫ້ ປະຊາຊົນ ທົ່ວໄປ ເຂົ້າເຖິງ ການ ບໍຣິການ ສຸຂພາບ ຂັ້ນຕົ້ນ ແລະ ຫລຸດຜ່ອນ ຄວາມບໍ່ ສະເໝີພາບ ໃນດ້ານນີ້. ການສລອງວັນ ອະນາມັຍ ໂລກ ປີນີ້ ແມ່ນສຸມໃສ່ ສຸຂອະນາມັຍ ຄົນສູງອາຍຸ.

ຢູ່ໃນລາວ ອັດຕຣາຄົນ ອາຍຸກາຍ 60 ປີ ຂື້ນໄປ ມີຕໍ່າກ່ວາ ອັດຕຣາ ສະເລັ່ຽຂອງໂລກ ແຕ່ວ່າ ອັຕຣາ ດັ່ງກ່າວ ຈະເພີ້ມຂື້ນ ໃນເມື່ອຫາກ ການພັທນາ ໃນລາວ ມີຄວາມ ກ້າວໜ້າຂື້ນ. ວຽກງານ ສຸຂອະນາມັຍ ຂອງ ແມ່ ແລະ ການຫລຸດຜ່ອນ ການຕາຍ ຂອງເດັກນ້ອຍ ແມ່ນນື່ງໃນ 9 ເປົ້າໝາຍ ສະຫັດສວັດ ທີ່ຣັຖບານລາວ ຕ້ອງບັນລຸ ຄວາມສໍາເຣັດ ພາຍໃນ ປີ 2015 ນີ້ ຖ້າຫາກວ່າ ການໃຫ້ທືນ ເພີ້ມຂື້ນ ໂດຍສະເພາະ ເພີ້ມ ທືນ ຊ່ວຍເຫລືອ ຢູ່ໃນເຂດ ພູເຂົາ ສອກຫລີກ ຫ່າງໄກ ໃນເຂດເໜືອ ແລະ ບາງແຫ່ງ ໃນເຂດໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 11, 2012 09:17 AM

ພາກທິສດີແມ່ນເຫັນພ້ອມແຕ່ ພາກຕົວຈິງແມ່ນຍັງໄກ ກວ່າຈະລວດຂຶ້ນໄປຫາເດືອນອີກ,ການຊ່ວຽເຫລືອເປັນເງິນ ໃຫ້ພັກ-ລັດ ນັ້ນກໍ່ຄືຖອກນ້ຳໄສ່ດິນຊາຍອີກແລ້ວ, ເພາະທິສດີ ນ້ຳເຕົ້າເປົ່າດັງໄກຍັງມີປະສິດທິພາບດີເລີດ ປະເສີດຫລາຍຢູ່,ຂໍສເນີທຸກໆອົງການທີ່ໃຈບຸນໄດ້ໂປຣດ ຊາບຕາມຄວາມປາຖນາດີຂອງລາວແທ້ໆດ້ວຽ.

Anonymous
Apr 16, 2012 04:24 AM

ສຸຂອານາໄມຍ໌ ດີຂຶ້ນ,ຢາຝີ່ນກໍ່ປູກທະວີຂຶ້ນເປັນລ້ອຍກ່ວາເທົ່າ ອັນໄດກໍ່ຫລາຍ ຂື້ນກ່ວາເກົ່າທຸກຢ່າງດີເລີດປະເສີດສຸດ ຢູ່ລາວແມ່ນ ດີຢ່າງຮອບດ້ານ ຕາມຂັ້ນຄອງ ຂອງລະບອບ ຄອມມູຍນິຕສ໌ລາວແດງ ທຸກຢ່າງ ດີ..ດີ..ດີໆ.