ອົງການອາຫານໂລກ ຈັດອົບຮົມເຣື່ອງອາຫານ

ອົງການ ອາຫານໂລກ ຈັດ ອົບຮົມ ກ່ຽວກັບ ການກິນ ອາຫານ ທີ່ມີ ຄຸນນະພາບ ແລະ ຖືກຫລັກ ອະນາມັຍ ໃນລາວ.

0:00 / 0:00

ກົດຟັງສຽງ

ແຜນການ ຕ້ານບັນຫາ ຂາດແຄນ ສານອາຫານ ໃນລາວ ຖືກຍົກ ຣະດັບ ໃຫ້ເປັນ ບັນຫາ ທີ່ສຳຄັນ ດ້ວຍການຈັດ ສັມມະນາ ຝຶກອົບຮົບ ນັກວິຊາການ ລາວ ໃຫ້ມີ ຄວາມຮູ້ ແລະ ຄວາມເຂົ້າໃຈ ໃນບັນຫາ ດັ່ງກ່າວ ຈາກອົງການ ອາຫານໂລກ ປະຈຳລາວ.

ອິງຕາມ ບົດລາຍງານ ຈາກອົງການ ອາຫານໂລກ ປະຈຳລາວ ນັກວິຊາການ ລາວ ທັງຜູ້ຍີງ ແລະ ຜູ້ຊາຍ ຈາກແຂວງຕ່າງໆ ແລະ ພນັກງານ ຈາກອົງການ ທີ່ບໍ່ຂື້ນ ກັບຣັຖບານ ຈຳນວນ 49 ຄົນ ໄດ້ສຳເຣັດ ການ ຝຶກອົບຮົບ ວີິຊາຄວາມຮູ້ ທາງດ້ານ ອາຫານ ທີ່ຈະນຳໄປ ສິດສອນ ປະຊາຊົນ ທ້ອງຖີ່ນ ໃນອະນາຄົດ ຢ່າງເປັນ ທາງການ ໃນອາທີດ ນີ້.

ທ່ານ Paul Howe ຮອງ ຜູ້ຈັດການ ອົງການ ອາຫານໂລກ ປະຈຳລາວ ກ່າວວ່າ ການຝືກອົບຮົມ ແມ່ນເພື່ອຊ່ອຍ ສປປລາວ ໃຫ້ຫລຸດພົ້ນ ຈາກການຂາດ ສານອາຫານ ຍົກຣະດັບ ຄວາມຮູ້ ທາງດ້ານ ອາຫານ ແລະ ແລກປ່ຽນ ຄວາມຮູ້ທີ່ ສຳຄັນ ທາງດ້ານ ໂພຊນາການ ທີ່ລາວຍັງຂາດ ຫລາຍຢູ່.

ທ່ານວ່າ ການເຮັດວຽກ ຮ່ວມກັບ ນັກວິຊາການ ລາວ ໃນເຂດທ້ອງຖີ່ນ ແລະ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ຈະສາມາດ ເຮັດໃຫ້ ການເຂົ້າເຖິງ ປະຊາຊົນ ລາວ ໃນເຂດ ຊົນນະບົດ ໄດ້ຫລາຍຂື້ນ. ປະຊາຊົນ ລາວ ໃນເຂດ ຊົນນະບົດ ຍັງຂາດຄວາມຮູ້ ທາງດ້ານ ອາຫານ ການກີນ ຫລາຍຢູ່ ແລະ ກໍເປັນບ່ອນ ທີ່ຕ້ອງການ ການປັບປຸງ ກ່ຽວກັບ ເລື້ອງນີ້ ຫລາຍໃນ ປັດຈຸບັນ.