ວັນນໍ້າສາກົລ ໃນສປປລາວ

ທາງການລາວ ເປັນຫ່ວງນໍາ ພາວະ ຊັພຍາກອນນໍ້າ ໃນເຂດ ໂຕເມືອງໃຫຍ່.
ໂພໄຊສວັດ
2011.03.22
F-water-day ປະເທດອິນເດັຽ:ໃນເຂດທີ່ຂາດນໍ້າສະອາດໃຊ້ໄດ້ມີການບໍຣິຈາກນໍ້າ ຈາກທາງການໃນວັນນໍ້າສາກົນຂອງປີ 2010
AFP

ກົດຟັງສຽງ

ເນື່ອງໃນວັນ ຊັພຍາກອນນ້ຳ ຂອງໂລກ, ທີ 22 ມີນາ 2011 ຍານາງ ເຂັມແພງ ພົນເສນາ ຣັຖມົນຕຣີ ປະຈຳ ສຳນັກນາຍົກ ແລະຫົວໜ້າ ຊັພຍາກອນນ້ຳ ສປປລາວ ໄດ້ເວົ້າເຖິງຄວາມສຳຄັນ ຂອງ ຊັພຍາກອນນ້ຳ ໃນລາວ ດ້ວຍຄວາມເປັນຫ່ວງ. ໂດຍສະເພາະ ບັນຫານ້ຳ ທີ່ບໍ່ມີພຽງພໍ ສຳລັບໃຊ້ ໃນໂຕເມືອງໃຫຍ່, ຍານາງ ເວົ້າວ່າ:

"ໃນໂຕເມືອງໃຫຍ່ ເຊັ່ນນະຄອນຫລວງ ວຽງຈັນ ຍັງມີ ປະຊາຊົນ ທີ່ຍັງບໍ່ທັນ ສາມາດເຂົ້າເຖິງ ນ້ຳປະປາ ຫລາຍກວ່າ 30% ເມືອງໃຫຍ່ອັນດັບສອງ ກໍມີຄວາມ ຕ້ອງການ ຂຍາຍປະຣິມາດ ມາຕການກາຣຜລິດ ແລະ ຕານ່າງການ ບໍຣິການນ ນ້ຳປະປາ ໃນລະດັບເຖິງ ສອງເທົ່າ ຂອງລະບົບ ທີ່ມີຢູ່ໃນປັດຈຸບັນ ນອກຈາກນັ້ນ ບັນດາໂຕເມືອງເອກ ຂອງແຂວງ ກໍຜະເຊີນໜ້າ ກັບບັນຫາ ເຊັ່ນດຽວກັນ".

ຍານາງ ເວົ້າຕໍ່ໄປວ່າ ການປ່ຽນແປງຂອງ ສະພາບດິນຟ້າອາກາດ ໃນປັດຈຸບັນ ເຮັດໃຫ້ເກີດ ພັຍພິບັດ ທັມມະຊາດ ຮ້າຍແຮງ ແລະຖີ່ຂຶ້ນ ໂດຍສະເພາະ ພັຍນ້ຳຖ້ວມ ແລະ ພັຍແຫ້ງແລ້ງ ຊຶ່ງສົ່ງຜົນກະທົບ ໂດຍກົງຕໍ່ ຊັພຍາກອນນ້ຳ ທັງດ້ານ ປະຣິມານ ແລະ ຄຸນນະພາບ. ບາງກໍຣະນີ ສ້າງບັນຫາ ໃຫ້ຊາວບ້ານ ໃນຊົນນະບົດ ຈົນຕ້ອງໄດ້ ໂຍກຍ້າຍເຂົ້າມາ ໃນໂຕເມືອງໃຫຍ່ ກໍ່ໃຫ້ເກີດ ສະພາບແອອັດ.

ໃນເວລາດຽວກັນ ການຂຍາຍຕານ່າງ ຂອງນ້ຳປະປາ ກໍຍັງມີຈຳກັດ ແລະ ມີອຸປສັກຫລາຍຢ່າງ ເຮັດໃຫ້ບັນຫາ ດັ່ງກ່າວ ຫຍຸ້ງຍາກຂຶ້ນ ແລະ ການແກ້ໄຂ ກໍບໍ່ສຳເຣັດ ແລະ ແກ່ຍາວ ໂດຍບໍ່ສິ້ນສຸດ. ຍານາງເວົ້າວ່າ:

"ການຂຍາຍໂຕ ໃນໂຕຈິງແລ້ວ ອາດຈະສູງກ່າວນີ້ ຫລາຍເທົ່າ ໂດຍສະເພາະ ໃນກໍຣະນີເມືອງໃຫຍ່ ເມືອງເຫລົ່ານີ້ ໄດ້ມີການຮຽກຮ້ອງ ໃຫ້ມີການສນອງ ການບໍຣິການ ທີ່ຈຳເປັນ ເປັນຕົ້ນນ້ຳສະອາດ ແລະ ສຸຂພາບອະນາມັຍ ພວກເຮົາຍັງມີ ຂໍ້ຫຍຸ້ງຍາກ ແລະ ບັນຫາຄ້າງຄາ ຈຳນວນນຶ່ງ ທີ່ຕ້ອງແກ້ໄຂ ຢ່າງຂາດໂຕ".

ຍ້ອນວ່າ ໂຕເມືອງໃຫຍ່ ໃນລາວ ຈະເຣີນເຕີບໃຫຍ່ ຢ່າງວ່ອງໄວ ເຮັດໃຫ້ປະຊາຊົນ ໃນເຂດ ຊົນນະບົດ ໂຍກຍ້າຍ ເຂົ້າມາອາໄສ ຢູ່ເພີ້ມຂຶ້ນເຮັດໃຫ້ ການບໍຣິການ ນ້ຳປະປາ ບໍ່ພຽງພໍ ປະສົມກັບ ພັຍແຫ້ງແລ້ງ ທີ່ເຮັດໃຫ້ ຊັພຍາກອນນ້ຳ ຂາດເຂີນຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.