ຄ່າແຮງຄົນງານໃນລາວ

ເຈົ້າຂອງ ກິຈການ ຕັດຫຍິບ ແຫ່ງນື່ງ ເວົ້າວ່າ ບໍ່ທັນຂື້ນ ຄ່າແຮງງານ ກໍບໍ່ມີ ບັນຫາ ຫາກເບິ່ງແຍງ ລູກຈ້າງ ໄດ້ດີ.
ສົມເນ
2012.02.16

ກົດຟັງສຽງ

ຕັ້ງແຕ່ຕົ້ນ ປີ ມານີ້ ຣັຖບານລາວ ໄດ້ປະກາດ ໃຫ້ທຸກພາກສ່ວນ ທຸຣະກິດ ໃນທົ່ວ ປະເທດ ປັບຄ່າແຮງງານ ຕໍ່າສຸດ ຂື້ນເພື່ອໃຫ້ ທັນກັບ ຄ່າຄອງຊີພ ທີ່ແພງຂື້ນ ເລື້ອຍໆ. ຫລາຍໂຮງງານ ຍັງບໍ່ສາມາດ ປະຕິບັດ ໄດ້ຍ້ອນ ເຫດຜົນທີ່ ແຕກຕ່າງກັນ. ຄົນງານ ບາງໂຮງງານ ເລີ້ມບໍ່ພໍໃຈ ແຕ່ປາກົດວ່າ ບໍ່ຄ່ອຍມີ ຂ່າວວ່າ ລູກຈ້າງ ຖືກເອົາປຽບ ຫລືຖືກຂູດຮີດ ແຮງງານ ຫລືອອກມາ ປະທ້ວງ ຮຽກຮ້ອງ ຂໍຄວາມເປັນທັມ ແຕ່ຢ່າງ ໃດ. ຕໍ່ບັນຫາ ດັ່ງກ່າວນີ້ ວິທຍຸ ເອເຊັຽເສຣີ ຈື່ງຖາມຄໍາເຫັນ ຂອງນາຍຈ້າງ ໂຮງງານ ຕັດຫຍິບ ແຫ່ງນື່ງ ທ່ານກໍໃຫ້ ຄໍາຕອບວ່າ ມັນຂື້ນຢູ່ກັບ ຄວາມສັມພັນ ລະຫ່ວາງ ນາຍຈ້າງ ກັບລູກຈ້າງ. ທ່ານເວົ້າວ່າ:

"ມັນປະຕິບັດ ບໍ່ໄດ້ເນື່ອງຈາກ ມັນມີຜົນ ປໂຍດເຂົ້າມາ ກ່ຽວຂ້ອງ ຂື້ນຢູ່ກັບ ນະໂຍບາຍ ຂອງ ບໍຣິສັດ ດອກ ຖ້າບໍຣິສັດ ເອີ້ນວ່າມີ relation ດີລະຫ່ວາງ ນາຍຈ້າງ ກັບລູກຈ້າງ ບັນຫານີ້ ບໍ່ມີ".

ທ່ານອະທິບາຍ ວ່າ ການທີ່ ບໍ່ສາມາດ ຂື້ນຄ່າແຮງງານ ໃຫ້ຄົນງານ ຕາມກໍານົດ ຂອງຣັຖບານນັ້ນ ຍ້ອນວ່າ ຍັງມີບັນຫາ ຫລາຍດ້ານຄື ເອກກະສານ ດ້ານການຈັດການ ງົບປະມານ ແລະອື່ນໆ. ສໍາລັບ ບໍຣິສັດ ທີ່ບໍ່ທັນຂື້ນ ຄ່າແຮງງານ ນັ້ນ ກໍຈະບໍ່ໄດ້ ມີບັນຫາຫຍັງ ຫາກວ່າ ບໍຣິສັດ ເບິ່ງແຍງ ພະນັກງານ ໃຫ້ດີ ໃຊ້ວຽກງານ ເຂົາເຈົ້າຢ່າງ ເໝາະສົມ ບໍ່ເອົາປຽບ ຄ່າແຮງງານ ມີຄ່າລ່ວງ ເວລາໃຫ້ ມີສວັດດີການ ໃຫ້ ແຕ່ກໍ
ມີຄວາມສ່ຽງ ຄືກັນ ລູກຈ້າງອາດ ຈະຍ້າຍໄປ ເຮັດວຽກ ໃຫ້ ບໍຣິສັດ ອື່ນ ທີ່ມີຄ່າຈ້າງ ແພງກ່ວາ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 23, 2012 12:18 PM

ຍ້ອນໝາຍກົດຂອງທາງການມີຄວາມເປັນທຳ ຕາມທິດທາງຂອງພັກ-ລັດໂພດ ພວກຊາຍຫນຸ່ມຍິງສາວຜູ້ຫາເຊົ້າກິນຄ່ຳ ຈຶ່ງຂໍຫລີກຄວາມຝັນຕົວເອງວ່າ ນອນລັບຈະໄດ້ເງິນໝື່ນ ນອນຕື່ນຈະໄດ້ລັບໃບແສນ ແບນມືມາພ້ອມອ້າປາກເວົ້າຈະໄດ້ຕົກຢູ່ ໃນກູ່ມພວກຄົນບໍ່ດີຈຶ່ງພາກັນຕັດສີນໃຈ ໄປຂາຍແຮງງານຢູ່ຕ່າງປະເທດ ເພື່ອເຊີດຫນ້າຊູຕາພັກແລະລັດ ແບບຄວາມຮັ່ງມີດີໄດ້ລວມສູນຢ່າງສະໃຈ.

Anonymous
Feb 17, 2012 07:48 AM

NE SADENG VA KOD MAI HENG NGANE BOR ME PASITTIPHON.
THIS MEANS THAT LAO LABOR LAW IS NOT EFFECTIVE

Anonymous
Feb 17, 2012 11:13 PM

ເຫດຜົນນຶ່ງທ່ີນັກລົງທຶນຕ່າງປະເທດພາກັນມາລົງທຶນຢູ່ໃນປະເທດລາວເຮົາແມ່ນຍ້ອນໄດ້ຈ່າຍຄ່າແຮງງານຕຳ່ແລະສາມາດຂຸດຮິດແຮງງານໄດ້ ເພາະຄົນລາວເປັນຄົນມັກງ່າຍບໍ່ມັກຕໍ່ສູ້ເອົາສິດຂອງຕົນເອງ. ການນຳໃຊ້ກົດໝາຍກໍ່ບໍ່ທັນເຂັ້ມງວດ. ເຊັ່ນກໍລະນີນຳໃຊ້ຄ່າແຮງງານຂັ້ນຕຳ່ນີ້ລະ, ປະກາດໃຊ້ແລ້ວ ແຕ່ຍັງມີຫລາຍບໍລິສັດເສີຍເມີຍ ບໍ່ປະຕິບັດ ແນວນີ້ຈະປົກຄອງກັນໄດ້ບໍ່ ?