ຣົດຂົນໄມ້ວຽດນາມ ຖືກເຜົາຢູ່ບ້ານປ່າສິງ

ແຫຼ່ງຂ່າວ ຈາກ ແຂວງ ສາຣະວັນ ເປີດເຜີຍວ່າ ໃນຄືນ ວັນທີ 6 ທັນວາ 2011, ຣົຖຂົນສົ່ງ ໄມ້ທ່ອນ ຂອງ ວຽດນາມ 4 ຄັນ ຖືກ ລັກຈູດ ຢູ່ ບ້ານ ປ່າສິງ ເມືອງຕາໂອ້ຍ ແຂວງ ສາຣະວັນ. ມີ 2 ຄັນ ບັນທຸກ ໄມ້ແຄນ ເຕັມອັດຕຣາ ແລະ ອີກ 2 ຄັນ ທີ່ ຍັງເປົ່າຢູ່.
ໂພໄຊສວັດ
2011.12.08
F-tree-cut-down ປ່າໄມ້ ທີ່ຖືກຕັດລົງ ໃນແຂວງ ເຊກອງ ແລ້ວຂົນໄປ ວຽດນາມ
EIA: Screen captured from EIA video

ກົດຟັງສຽງ

ໃນເບື້ອງຕົ້ນ ເຊື່ອວ່າ ເປັນການ ກະທໍາ ຂອງ ຊາວບ້ານ ໃນທ້ອງຖິ່ນ, ເພາະວ່າ ເມື່ອເກີດເຫດ ໄຟໄໝ້ ບໍ່ມີ ຊາວບ້ານ ອອກມາ ຊ່ວຍມອດໄຟ ເລີຍ. ຕໍ່ມາ ກໍມີຊາວບ້ານ ອອກມາ ສະແດງ ຄວາມບໍ່ດີໃຈ ທີ່ ບໍຣິສັດ ຄ້າໄມ້ ວຽດນາມ ເຂົ້າມາ ຕັດໄມ້ ທໍາລາຍປ່າ ໃນເຂດນັ້ນ ຢ່າງ ບໍມີ ຄວາມເກງໃຈ ເລີຍ.

ແຫລ່ງຂ່າວ ດຽວກັນນີ້ ເຄີຍໄດ້ ລາຍງານ ເມື່ອທ້າຍເດືອນ ຕຸລາ ຜ່ານມາ ກ່ຽວກັບ ການ ວີລະເບີດ ໃສ່ ແຄ້ມບ່ອນຢູ່ ຄົນງານ ຊາວ ວຽດນາມ ທີ່ເຂົ້າມາ ເຮັດວຽກ ໃນລາວ ເຮັດໃຫ້ມີຜູ້ ໄດ້ຮັບບາດເຈັບ ແລະ ເສັຍ ຊີວິດ ຈໍານວນ ນຶ່ງ, ເຫດການ ດັ່ງກ່າວ ໄດ້ເກີດຂຶ້ນ ໃນມື້ ວັນທີ 28 ຕຸລາ 2011 ຢູ່ ລະຫວ່າງ ບ້ານ ໜອງກະໝານ ແລະ ບ້ານໜອງແຂ້ ເມືອງ ເລົ່າງາມ ແຂວງ ສາຣະວັນ. ໃນຂນະທີ່ ຄົນງານ ຊາວ ວຽດນາມ ກໍາລັງ ຫຼັບນອນຢູ່.

ໃນໂຮງງານ ບໍຣິສັດ ປູກພືດ ສາລີ ແລະ ມັນຕົ້ນ ໄດ້ມີຄົນ ວີລະເບີດ ໃສ່ ແຄ້ມບ່ອນຢູ່ ເຮັດໃຫ້ມີ ຜູ້ເສັຍ ຊີວິດ 5 ຄົນ ແລະ ບາດເຈັບ 10 ກວ່າ ຄົນ. ຕໍ່ມາໃນວັນທີ 30 ຕຸລາ 2011 ຢູ່ ບ້ານນາໄຊ ເມືອງ ແລະ ແຂວງ ສາຣະວັນ ໃນ ຕອນແລງ ເວລາ ປະມານ 5-6 ໂມງ ໄດ້ມີການ ລອບຍິງ ພໍ່ຄ້າໄມ້ ຊາວ ວຽດນາມ ທີ່ ມາຕິດຕໍ່ ຊື້ຂາຍໄມ້ ຂະຍູງ ໃນເຫດການ ຄັ໊ງນັ໊ນ ມີຜູ້ເສັຍ ຊີວິດ 2 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 08, 2011 09:59 PM

Good job villagers! you are masters in your own country. Do not let any body stealing or destoying your forests.

Anonymous
Dec 09, 2011 07:12 AM

ຄົນລາວເຮົາທີ່ກ້າຫານຊານໄຊມາຕັ້ງແຕ່ບັນພະບຸຣຸດ ແລະຈະບໍ່ໃຫ້
ຊາດອື່ນໃດເຂົ້າມາກົດຂີ່ແລະຂົ້ມເຫັງຢ່າງເດັດຂາດ ຕໍ່ສູ້ຕໍ່ໄປ
ພີ່ນ້ອງລາວ.