ວຽຕນາມນັກລົງທຶນ ລາຍໃຫຍ່ໃນລາວ

ວຽຕນາມ ເປັນ ປະເທສ ທີ່ມີ ກາຣລົງທຶນ ຢູ່ໃນລາວ ຫລາຍກວ່າ ປະເທສ ອື່ນໆ ໃນ ປັຈຈຸບັນ.
ຫວາດ ສີມູນ
2011.06.03
F-VN-GOLF ພື້ນທີ່ກໍາລັງ ພັທນາໃຫ້ເປັນສນາມຕີກ໊ອຟ ວຽດນາມລົງທຶນ ໃນເຂດນະຄອນ ຫລວງວຽງຈັນ
RFA

ກົດຟັງສຽງ

ທາງກະຊວງ ວາງແຜນ ແລະ ກາຣລົງທຶນ ຂອງລາວ ວ່າ ໃນ ປັຈຈຸບັນ ວຽຕນາມ ໄດ້ກາຍເປັນ ປະເທສ ທີ່ມີ ກາຣລົງທຶນ ຢູ່ ເມືອງລາວ ຫລາຍທີ່ສຸດ ແທນທີ່ ຈະແມ່ນໄທຽ ຫລືຈີນ ໂດຽກາຣ ລົງທຶນ ຕາມໂຄງກາຣ ຕ່າງໆ ຂອງວຽຕນາມ ແຕ່ປີ 2000-2010 ມີ ທັງໝົດ 252 ໂຄງກາຣ ຮວມມູລຄ່າ ທັງໝົດ 2,770 ລ້ານ ດອລລາຣ໌ ສະຫະຣັຖ, ສ່ວນ ສປຈີນ ມີກາຣ ລົງທຶນ ຢູ່ລາວ ໃນຣະຍະ ດຽວກັນ 397 ໂຄງກາຣ ແລະ ມີມູລຄ່າ ຮວມ 2,710 ລ້ານ ດອລລາຣ໌ ຊຶ່ງເປັນ ກາຣລົງທຶນ ອັນດັບ 2 ແລະ ຕໍ່ມາ ຈຶ່ງແມ່ນໄທຽ ທີ່ມີ ກາຣລົງທຶນ ໃນລາວ ທັງໝົດ 276 ໂຄງກາຣ ທີ່ມີມູລຄ່າ ຮວມ 2,680 ລ້ານ ດອລລາຣ໌.

ທ່ານ ມະໂນທອງ ວົງໄຊ ຮອງ ຜູ້ອຳນວຍກາຣ ກົມກາຣ ລົງທຶນ ຂອງລາວ ວ່າ ນັບແຕ່ ຕົ້ນປີ 2011 ນີ້ມາ ວຽຕນາມ ມີກາຣເພີ່ມ ກາຣລົງທຶນ ຢ່າງຫລວງຫລາຍ ຕື່ມອີກ ຢູ່ເມືອງລາວ ໂດຽສະເພາະ ຕາມໂຄງກາຣ ເຂື່ອນໄຟຟ້າ ແລະ ໂຄງກາຣ ພັທນາ ກາຣຂຸດຄົ້ນ ບໍ່ແຮ່ທາຕ ຕ່າງໆ ພ້ອມກັບ ໂຄງກາຣ ພັທນາ ສນາມກອລ໌ຟ ມູລຄ່າ ບໍ່ຕໍ່າກວ່າ ໜຶ່ງຕື້ ດອລລາຣ໌ ຢູ່ ນະຄອນຫລວງ ວຽງຈັນ.

ສາເຫຕ ສຳຄັນທີ່ ວຽຕນາມ ມີກາຣ ລົງທຶນ ຢູ່ເມືອງລາວ ຫລາຍກວ່າ ບັນດາ ປະເທສ ເພື່ອນບ້ານ ອື່ນໆນັ້ນ ນອກຈາກ ທີ່ວ່າ ທາງກາຣລາວ ໄດ້ປັບປຸງ ກົດໝາຍ ໃໝ່ ທີ່ເປັນ ກາຣສ້າງ ຄວາມສະດວກ ໃຫ້ບໍຣິສັທ ຕ່າງ ປະເທສ ແລ້ວນັ້ນ ທາງກາຣລາວ ແລະ ວຽຕນາມ ຍັງມີກາຣ ຕົກລົງກັນ ເປັນພິເສດ ເພື່ອສົ່ງເສີມ ກາຣລົງທຶນ ໃຫ້ເຕີບໂຕ ຫລາຍກວ່າເກົ່າ ເຖິງ 5,000 ລ້ານ ດອລລາຣ໌ ພາຍໃນປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.