ວຽດນາມເພີ້ມປູກ ຢາງພາຣາໃນລາວ

ວຽດນາມ ຈະຂຍາຍ ການປູກ ຢາງພາຣາ ຕື່ມ ຢູ່ພາກໃຕ້ ຂອງລາວ.
ອະວາຣີ
2010.12.30

ກົດຟັງສຽງ

ບໍຣິສັດ ຮ່ວງອັ່ນເຈັຍລ່າຍ ຊຶ່ງເປັນ ບໍຣິສັດ ໃຫຍ່ທີ່ສຸດ ຂອງວຽດນາມ ປະກາດຂາຍ ພັນທະບັດ ທີ່ມີມູນຄ່າ ທັງໝົດເຖິງ 200 ລ້ານ ດອນລ່າ ສະຫະຣັຖ ແລະ ຈະໃຊ້ເງິນ ທີ່ໄດ້ມາ 100 ລ້ານ ດອນລ່າ ເພື່ອຂຍາຍການ ປູກຢາງພາຣາ ຢູ່ສປປລ ກຳພູຊາ ແລະ ວຽດນາມ. ໃນລາວ ບໍຣິສັດ ຮ່ວງອັ່ນເຈັ່ຍລ່າຍ ຈະປູກຢາງພາຣາ ຢູ່ພາກໃຕ້ ຕື່ມອີກ 25,000 ເຮັກຕາຣ໌, ຢູ່ກຳພູຊາ ຕື່ມອີກ 15,000 ເຮັກຕາຣ໌ ແລະ ຢູ່ວຽດນາມເອງ 11,000 ເຮັກຕາຣ໌. ຢູ່ລາວ ນອກຈາກ ຈະຂຍາຍການ ປູກຢາງພາຣາ ແລ້ວ ບໍຣິສັດ ຮ່ວງອັ່ນເຈັຍລ່າຍ ຍັງຈະລົງທຶນ ສ້າງເຂື່ອນໄຟຟ້າ ຕື່ມອີກສອງແຫ່ງ; ອົງການຂ່າວສານ ທາງການຂອງ ວຽດນາມ ບໍ່ໄດ້ແຈ້ງ ຣາຍລະອຽດວ່າ ເຂື່ອນໄຟຟ້າ ສອງແຫ່ງ ຢູ່ລາວນັ້ນ ຈະແມ່ນເຂື່ອນຢູ່ໃສ ໃນແຂວງໃດ; ແຕ່ຜ່ານມາ ກໍພໍຮູ້ວ່າ ວຽດນາມ ມີໂຄງການ ສ້າງເຂື່ອນໄຟຟ້າ ຫລາຍໆແຫ່ງ ຢູ່ພາກໃຕ້ ຂອງລາວ.

ບໍຣິສັດ ຮ່ວງອັ່ນເຈັ່ຍລ່າຍ ມີແຜນຈະຂຍາຍ ການປູກ ຢາງພາຣາ ຢູ່ໃນສາມ ປະເທດອິນດູຈີນ ໃຫ້ໄດ້ຕື່ມອີກ ຢ່າງໜ້ອຍ 51,000 ເຮັກຕາຣ໌ ພາຍໃນປີ 2012. ສ່ວນອີກ 100 ລ້ານ ດອນລ່າ ບໍຣິສັດ ຮ່ວງອັ່ນເຈັ່ຍລ່າຍ ຈະນຳໄປ ໃຊ້ໜີ້ສິນຄືນ ໃຫ້ແກ່ ສະຖາບັນ ການເງິນຕ່າງໆ ໂດຍສະເພາະ ຈະໃຊ້ໜີ້ ທີ່ມີດອກເບັ້ຍສູງ ນັ້ນກ່ອນ.

ທ່ານ ດ່ວງຫງ່ຽນດຸກ ປະທານ ບໍຣິສັດ ຮ່ວງອັ່ນເຈັ່ຍລ່າຍ ກ່າວວ່າ ທາງບໍຣິສັດ ຈະວາງຂາຍ ພັນທະບັດ ຂອງຕົນ ໃນຕລາດຮຸ້ນ ທີ່ປະເທດ ສິງກະໂປ. ບໍຣິສັດ ຮ່ວງອັ່ນເຈັ່ຍລ່າຍ ເປັນບໍຣິສັດ ໃຫຍ່ ຢູ່ວຽດນາມ ສ່ວນຫລາຍມັກ ລົງທຶນໃນດ້ານ ການຂຸດຄົ້ນ ບໍ່ແຮ່ ການປູກ ຢາງພາຣາ ການສ້າງເຂື່ອນ ໄຟຟ້າ ແລະ ການປຸກສ້າງ ຕຶກອາຄານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.