ວຽດນາມຈະກ່ຽວຂ້ອງໃນ ໂຄງການສ້າງເຂື່ອນຫຼືບໍ່
2010.11.22
ກົດຟັງສຽງ
ຕາມລາຍງານ ຂ່າວ ວຽດນາມເນັດ. ລາຍງານ ທີ່ອ້າງຕາມ ຄໍາແນະນໍາ ຂອງທ່ານ Jeremy ວ່າ ວຽດນາມ ຕ້ອງເປັນ ຜູ້ທໍາອິດ ທີ່ຄວນຖແລງ ຄວາມເຫັນ ແລະ ຈຸດຢືນ ຂອງຕົນ ເພື່ອວ່າສະພາ ແຫ່ງຊາດ ຈະເປັນຜູ້ ຕັດສີນໃຈ. ໃນເວລານັ້ນ ບໍຣິສັດ ວຽດນາມ ບໍ່ຄວນລົງທືນ ໃນໂຄງການ ດັ່ງກ່າວ.
ທ່ານ Jeremy ວ່າ ຖ້າຫາກວ່າ ວຽດນາມ ບໍ່ສະແດງ ທ່າທີ ອັນເດັດຂາດ ຂອງຕົນ ແລະ ໃນການມີ ສ່ວນຮ່ວມ ໃນໂຄງການນີ້ ຢ່າງເດັດຂາດ ມັນຈະເປັນ ການຍາກທີ່ ວຽດນາມ ຈະຍົກເອົາ ບັນຫານີ້ຂື້ນມາ ປົກປ້ອງ ຜົນປໂຍດ ຂອງຕົນເອງ ໃນອານາຄົດ.
ທ່ານໄດ້ກ່າວ ຕໍ່ໄປວ່າ ວຽດນາມ ເປັນຝ່າຍໄດ້ປຽບ ເພາະວ່າ ວຽດນາມ ແລະ ປະເທດໄທ ເປັນຝ່າຍທີ່ຊື້ ໄຟຟ້າ ລາຍໃຫ່ຽ ໃນອາຊຽນ. ຖ້າຫາກວ່າ ສອງປະເທດນີ້ ບໍ່ຊື້ໄຟຟ້າ ຈາກໂຄງການ ນີ້ແລ້ວ ສປປ ລາວ ກໍຈະບໍ່ ສາມາດ ສ້າງເຂື່ອນໄດ້. ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ເປັນບັນຫາ ທີ່ຫລາຍຝ່າຍ ມີຄວາມເປັນຫ່ວງ ເວັ້ນສຽງ ຈາກ ພະມ້າ ແລະຈີນ ຊື່ງບໍ່ເຂົ້າຮ່ວມ ຢູ່ໃນ ກັມມາທິການ ແມ່ນໍ້າຂອງ MRC ອັນມີ ສປປ ລາວ ກໍາພູຊາ ວຽດນາມ ແລະ ປະເທດໄທ. ດຣ. Tran ເວົ້າວ່າ 4 ປະເທດນີ້ ກໍຄືກັນກັບວ່າ ຢູ່ໃນເຮືອ ລໍາດຽວກັນ ໃຊ້ນໍ້າຂອງ ສາຍດຽວກັນ ແຕ່ວ່າມີຈຸດ ທີ່ໝາຍຕ່າງກັນ, ແຕ່ລະປະເທດ ກໍຖືເອົາຜົນ ປໂຍດຂອງຕົນ ເໜືອຜົນປໂຍດ ສ່ວນຮວມ.
ໃນກອງປະຊຸມ workshop ນັ້ນ ນັກຊ່ຽວຊານ ໄດ້ແນະນໍາ ວຽດນາມ ໃຫ້ຮຽກປະເທດ ອື່ນມາ ປະຊຸມກັນ ເພື່ອຮ່ວມມືກັນ ໃນການ ພັທນາ ແມ່ນໍ້າຂອງ ແລະ ໃຫ້ທຸກຝ່າຍ ໄດ້ຮັບຜົນ ປໂຍດ.
ນອກນັ້ນ ຍັງແນະນໍາ ໃຫ້ວຽດນາມ ຊອກຫາວິທີ ທາງ ໃຫ້ ອາຊຽນ ແລະ ພາຄີອື່ນໆ ເຂົ້າມາກ່ຽວຂ້ອງ ນໍາເພື່ອສົ່ງເສີມ ການຮ່ວມມື ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ຂອງ ວຽດນາມ.