ນາຍົກລາວຖືກຮຽກຮ້ອງ ຈາກນັກລົງທຶນວຽດນາມ

ນັກ ທຸຣະກິຈ ແລະ ນັກລົງທຶນ ຈາກ ວຽດນາມ ຮຽກຮ້ອງ ໃຫ້ ນາຍົກ ຣັຖມົນຕຣີ ລາວ ສ້າງ ສະພາບ ຄວາມ ໂປ່ງໃສ ເຣື້ອງ ການ ລົງທຶນ ໃນ ສປປລາວ ແລະ ຝຶກ ອົບຮົມ ຄົນງານ ລາວ ໃຫ້ມີ ຄວາມ ຊໍານານ ແລະ ອົດທົນ.
ໂພໄຊສວັດ
2011.09.13
F-Dung-Thongsing ທ່ານ Nguyen tan Dung ຈາກວຽດນາມ ແລະ ທ່ານ ທອງສິງ ທັມມະວົງ ທັງສອງ ທ່ານ ນາຍົກ ຣັຖມົນຕຣີ ຮ່ວມເປັນ ປະທານ ກອງປະຊຸມ ນັກທຸຣະກິຈ ນັກລົງທຶນ ຈາກ ສປປລາວ ແລະ ວຽດນາມ ໃນວັນທີ 10 ກັນຍາ 2011
AFP

ກົດຟັງສຽງ

ນາຍົກ ຣັຖມົນຕຣີ ວຽດນາມ ທ່ານ Nguyen Tan Dung ກ່າວ ໃນກອງ ປະຊຸມ ການຮ່ວມ ລົງທຶນ ລາວ-ວຽດນາມ ຢູ່ ນະຄອນຫລວງ ວຽງຈັນ ມື້ວັນເສົາທີ 10 ກັນຍາ 2011 ນີ້ ວ່າ, ຣັຖບານ ລາວ ແລະ ວຽດນາມ ຕ້ອງໄດ້ ດັດແປງ ກົດໝາຍ ເພື່ອໃຫ້ ຄວາມ ສະດວກ ໃນການ ລົງທຶນ ການຄ້າ ຕ່າງໆ.

ກອງປະຊຸມ ທີ່ມີ ນັກ ທຸຣະກິຈ ການຄ້າ ແລະ ນັກລົງທຶນ ຫລາຍກວ່າ 300 ຄົນ ຈາກສອງ ປະເທດ ເຂົ້າຮ່ວມ ໂດຍມີ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ແລະທ່ານ Dung ເປັນ ປະທານ ກອງ ປະຊຸມ ຮ່ວມກັນ.

ໃນກອງ ປະຊຸມ ດັ່ງກ່າວ ນັກທຸຣະກິດ ນັກລົງທຶນ ວຽດນາມ ໄດ້ສເນີ ໃຫ້ ຣັຖບານ ລາວ ພັທນາ ນະໂຍບາຍ ການຝຶກ ອົບຮົມ ຄົນງານ ລາວ ຍ້ອນວ່າ ລາວ ຍັງຂາດ ຄົນງານ ທີ່ມີຄວາມ ຮູ້ຄວາມ ສາມາດ ແລະ ຍັງຂາດ ຄວາມດຸໝັ່ນ ແລະ ອົດທົນ. ພ້ອມດຽວ ກັນນັ້ນ ກໍໃຫ້ ທາງການ ລາວ ລົງທຶນ ໃນການ ກໍ່ສ້າງ ລະບົບ ຂົນສົ່ງ ຄົມມະນາຄົມ ແລະ ໂຄງຮ່າງ ພື້ນຖານ ການຕິດຕໍ່ ໂທຣະຄົມ ມະນາຄົມ ໃນພື້ນທີ່ ບ່ອນທີ່ມີ ການຮ່ວມມື ຂອງ ໂຄງການ ຂອງ ທັງສອງ ຝ່າຍ.

ໃນເວລາ ດຽວກັນ ນັກ ທຸຣະກິຈ ນັກລົງທຶນ ວຽດນາມ ຍັງໄດ້ ສເນີໃຫ້ ຣັຖບານ ລາວ ສ້າງ ບັນຍາກາດ ໃນການ ລົງທຶນ ໃຫ້ແຈ້ງຂາວ ໂປ່ງໃສ ປະຕິຮູບ ຂັ້ນຕອນ ແລະ ກົດລະບຽບ ຂອງການ ລົງທຶນ ເພື່ອໃຫ້ ຄວາມສະດວກ ແກ່ ນັກລົງທຶນ ຊາວ ວຽດນາມ ທີ່ມີ ຈຸດປະສົງ ຢາກມາ ລົງທຶນ ລະຍະຍາວ ໃນລາວ. 

ວຽດນາມ ມີການ ລົງທຶນ ໃນລາວ 203 ໂຄງການ ມູນຄ່າ 3 ຕື້ 300 ລ້ານ ໂດລາ ສະຫະຣັຖ. ໃນ 8 ເດືອນ ທໍາອິດ ຂອງປີນີ້ ບໍຣິສັດ ວຽດນາມ ໄດ້ລົງທຶນ 469 ລ້ານ ໂດລາ ສະຫະຣັຖ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.