ວຽດນາມບໍ່ເຫັນດີນໍາ ເຂື່ອນໄຊຍະບູຣີ
2011.03.04
ກົດຟັງສຽງ
ວຽດນາມ ກ່າວຕິຕຽນວ່າ ໂຄງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຂອງລາວນັ້ນ ຈະເປັນໄພພິບັດ ຕໍ່ສິ່ງແວດລ້ອມ. ແຕ່ສໍາລັບ ສປປລາວ ຊື່ງເປັນປະເທດ ທີ່ທຸກຍາກກ່ວາໝູ່ ຢູ່ໃນເອເຊັຽ ຕະເວັນອອກສ່ຽງໃຕ້ ແລະ ບໍ່ມີທາງເລືອກ ຄືກັບປະເທດອື່ນໆ ເຫັນວ່າ ການສ້າງເຂື່ອນ ມີຄວາມຈໍາເປັນ ເພື່ອເປັນລາຍໄດ້ ເຂົ້າປະເທດ ຂອງຕົນ.
ໜັງສືພິມ Tuoi tre ຊື່ງພິມຈໍາໜ່າຍ ໂດຍອົງການຊາວຫນຸ່ມ ຄອມມູຍນິສ ວຽດນາມ ໃນນະຄອນໂຮ່ຈີມິນ ລົງຂ່າວວ່າ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທີ່ວ່ານີ້ຈະເຮັດໃຫ້ ນໍ້າຢູ່ທາງລຸ່ມເຂື່ອນ ລົດຫນ້ອຍລົງ ແລະຈະເຮັດໃຫ້ ອຸດສະຫະກັມ ການປະໂມງ ໃນລຸ່ມແມ່ນໍ້າຂອງ ໄດ້ຮັບຄວາມ ເສັຽຫາຍ. ໃນທໍານອງ ດຽວກັນ ໜັງສືພິມ Saigon Times ຊີ້ໃຫ້ເຫັນວ່າ ເຂື່ອນໄຊຍະບຸຣີ ຈະນາບຂູ່ອູ່ເຂົ້າ ແລະ ການລ້ຽງປາ ໃນເຂດສາມຫລ່ຽມ ແມ່ນໍ້າຂອງ ໃນວຽດນາມ.
ຍັງບໍ່ເທົ່ານັ້ນ ເຈົ້າໜ້າທີ່ທາງການ ວຽດນາມ ທ່ານ Nguyen Thai Lai ຮອງຣັຖມົນຕຣີ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ໄດ້ຍົກເອົາຄວາມ ເປັນຫ່ວງຂອງຕົນ ຂື້ນມາເວົ້າຢູ່ ກອງປະຊຸມ ຂອງ
ຄນະຊ່ຽວຊານ ກັມມາທິການ ແມ່ນໍ້າຂອງ MRC ວ່າຖ້າຫາກວ່າ ເຂື່ອນໄຊຍະບູຣີ ຖືກສ້າງຂື້ນ ມັນຈະ ກະທົບກະເທືອນ ຕໍ່ການກະສິກັມ ແລະ ການຫາປາ ຂອງວຽດນາມ. ການກ່າວຕິຕຽນ ແບບນີ້ແມ່ນຕ້ານ ກັບຈິດໃຈ ສົນທິສັນຍາມິຕພາບ ແລະ ການຮ່ວມມືປີ 1977 ທີ່ເຮັດໃຫ້ລາວ ກັບວຽດນາມ ມີຄວາມສໍາພັນ ກັນແບບພິເສດ.
ນີ້ຄືບົດລາຍງານຂ່າວ ຂອງອົງການຂ່າວ IPS ຈາກບາງກອກ.
ນັກຊ່ຽວຊານ ຂອງວຽດນາມວ່າ ໂຄງການສ້າງເຂື່ອນ ໄຊຍະບູຣີ ຕ້ອງຖືກຍຸຕິ. ອັນນີ້ບອກເຖິງວ່າ ທ່າທີ ຂອງວຽດນາມ ທີ່ບໍ່ເຄີຽ ຕິຕຽນເຣື້ອງນີ້ ມາກ່ອນ, ພໍມາເຖິງເວລາ ທີ່ລາວຕົກລົງໃຈ ຈະສ້າງເຂື່ອນ ແລ້ວ, ວຽດນາມ ກໍອອກມາຕໍ່ຕ້ານ. ໃນສ່ວນຂອງ ສປປລາວ ນັ້ນ ຈັ່ງໃດກໍຍັງ ເຫັນວ່າໂຄງການນີ້ ມີຄວາມຈໍາເປັນ ສໍາລັບລາວ. ເຈົ້າໜ້າທີ່ ທາງການລາວ ມີຄວາມເຊື່ອໝັ້ນ ວ່າ ເຂື່ອນໄຊຍະບູຣີ ຈະບໍ່ມີຜົນ ສະທ້ອນ ອັນໃຫ່ຽຫລວງ ໃສ່ສິ່ງແວດລ້ອມ ໃນແມ່ນໍ້າຂອງ.