ວຽດນາມສົນໃຈລົງທຶນ ຢູ່ເຂດດ່ານພູເກືອ

ພາຍຫລັງທີ່ ແຂວງ ອັຕຕະປື ໄດ້ສເນີ ແຜນສ້າງ ເຂດດ່ານ ພູເກືອ ເມືອງພູວົງ ໃຫ້ເປັນເຂດ ການຄ້າ ຊາຍແດນ ກັບ ວຽດນາມ ໄປຍັງ ຣັຖບານ ແລ້ວນັ້ນ ກໍມີນັກ ລົງທຶນ ວຽດນາມ ສົນໃຈ ທີ່ຈະ ມາລົງທຶນ.
ມະນີຈັນ
2012.03.20
F-Attapeu-farmers ຊາວນາລາວ ໃນແຂວງ ອັດຕະປື
khaosanroad.com

ກົດຟັງສຽງ

ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ:

"ສ່ວນຫລາຍ ວຽດນາມ ນັກລົງທຶນ ຂອງ ວຽດນາມ ສເນີຈໍານົງ ຫລາຍຫມ້ອງ ຢູ່ພູເກືອ ເຂົາສິເຮັດ ເປັນເຂດ ເສຖກິດ ເປັນເຂດ ສາມຫລ່ຽມ ເຂດຂຍາຍ ເສຖກິດ ຄົບວົງຈອນ ຢູ່ຫັ້ນເລີຍ".

ທາງຜແນກ ແຜນການ ແລະ ການລົງທຶນ ແຂວງ ອັຕຕະປື ກໍຢືນຢັນວ່າ ມີນັກລົງທຶນ ຈາກ ບໍຣິສັດ ໃຫຍ່ ຂອງວຽດນາມ ຫລາຍ ບໍຣິສັດ ໃຫ້ຄວາມສົນໃຈ ເຂົ້າມາລົງທຶນ ຢູ່ໂຄງການ ເຂດດ່ານ ພູເກືອ ຖ້າຫາກເປັນ ແນວນັ້ນແທ້ ກໍເປັນໄປໄດ້ວ່າ ທາງການລາວ ຈະໃຫ້ ນັກລົງທຶນ ວຽດນາມ ເປັນຜູ້ໄດ້ຮັບ ສັມປະທານ ໂຄງການນັ້ນ ໃນ ອະນາຄົດ. ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ທ່ານນຶ່ງ ກ່າວວ່າ:

"ປະເທດວຽດນາມ ຂະເຈົ້າຈັດເປັນ ບຸລິມະສິດ ພິເສດ ສໍາລັບ ປະເທດລາວເຮົາ ຜູ້ໃດມາ ລົງທຶນ ແລ້ວຜູ້ນັ້ນແຫລະ ຈະມີສິດ ສັມປະທານ".

ແຜນການ ສ້າງເຂດ ດ່ານພູເກືອ ກໍາລັງ ຢູ່ໃນຂັ້ນຕອນ ພິຈາຣະນາ ຂອງ ຣັຖບານລາວ ແລະ ຍັງບໍ່ໄດ້ຮັບ ອະນຸມັດ ໃຫ້ສ້າງເທື່ອ ແຕ່ກໍມີ ນັກລົງທຶນ ວຽດນາມ ທີ່ໃຫ້ຄວາມ ສົນໃຈ ເດີນທາງເຂົ້າ ມາເບິ່ງ ສະຖານທີ່ ບໍ່ໄດ້ຂາດ ແລະ ດຽວນີ້ ການເດີນທາງ ກໍສະດວກ ບໍ່ໃຊ້ເວລາດົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 20, 2012 06:07 AM

ສົນໃຈບໍ່ສົນໃຈ ພີ່ນ້ອງເພື່ອນມິດສາກົນກັມມະຊີບກໍ່ເຕັມຢູ່ແລ້ວ ເຖິງອະນຸຍາດກໍ່ຈະລົງທຶນ,ບໍ່ອະນຸຍາດ ກໍ່ຈະສ້າງສາໃຫ້ ພີ່ນ້ອງລາວ ມັນກໍ່ດີໄປທັງເກົ້າສິບອົງສາ ຢູ່ນັ້ນລະ!