ພາກໃຕ້ຂອງລາວ ຈີນແລະວຽດນາມພັທນາ

ວຽດນາມ ແລະ ຈີນ ຂຍາຍ ການພັທນາ ໃນທາງ ພາກໃຕ້ ຂອງລາວ.
ສົມເນ
2011.05.04

ກົດຟັງສຽງ

ເມື່ອບໍ່ດົນ ມານີ້ ວຽດນາມ ແລະຈີນ ໄດ້ເລີ້ມ ຂຍາຍ ການພັທນາ ເລື້ອງ ກະສິກັມ ໃນແຂວງພາກໃຕ້ ຂອງລາວ ດ້ານການ ປູກຢາງ ພາຣາ ສໍາລັບ ສົງຂາຍອອກ ນອກປະເທດ ແລະ ສ້າງລະບົບ ຊົລປະທານ ເພື່ອໃຫ້ ປູກເຂົ້າໄດ້ ທຸກລະດູການ. ຕາມລາຍງານຂ່າວ ຈາກ ນະຄອນຫລວງ ວຽງຈັນ.

ລາຍງານ ແຈ້ງວ່າ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ ໄດ້ອະນຸມັດ ໃຫ້ບໍຣິສັດ ຫຸ້ນສ່ວນ ຢາງພາຣາ ວຽດ-ລາວ ໄດ້ຮັບ ສໍາປະທານ ທີ່ດິນ ຕື່ມອີກ ປະມານ 10,000 ha ຢູ່ເມືອງ ບາຈຽງ ແລະ ເມືອງ ຊະນະສົມບູນ ແຂວງ ຈໍາປາສັກ ເພື່ອປູກ ຢາງພາຣາ ແລະ ຕັ້ງໂຮງງານ ຜລິດຢາງ ເພື່ອສົ່ງອອກ. ບໍຣິສັດ ດັ່ງກ່າວ ຖືກຕັ້ງຂື້ນ ມາເມື່ອ ປີ 2005 ເພື່ອດໍາເນີນ ການປູກ ຢາງພາຣາ ໃນລາວ ດ້ວຍຕົ້ນທືນ 68 ລ້ານ ໂດລາ ສະຫະຣັດ. ທາງການລາວ ເຄີຽປະກາດ ໂຈະການ ອະນຸມັດ ການ ສໍາປະທານ ທີ່ດິນ ສໍາລັບໂຄງການໃຫ່ຽ ຈົນກວ່າ ການສໍາຣວດ ແລະ ຈັດສັນ ປະເພດທີ່ດິນ ເພື່ອການ ພັທນາ ຕ່າງໆ ສໍາເຣັດ, ແຕ່ສໍາລັບ ໂຄງການ ຂອງ ວຽດນາມ ແລ້ວ ປາກົດວ່າ ທາງການລາວ ມີນະໂຍບາຍ ພິເສດ.

ໃນລະຍະ ດຽວກັນ ກົມຊົລປະທານ ກະຊວງ ກະສິກັມ ແລະ ປ່າໄມ້ ໄດ້ລົງນາມ ໃນເອກກະສານ ບັນທືກ ຄວາມເຂົ້າໃຈ ກັບ ບໍຣິສັດ ກວາງຕຸງ ວິສວະກັມ ກໍ່ສ້າງ ໄຟຟ້າ ນໍ້າຕົກ ສປຈີນ ເພື່ອພັທນາ ໂຄງການ ຊົລປະທານ ກະເສດ ຫ້ວຍນໍ້າໃສ ສໍາລັບປ້ອນນໍ້າ ໃຫ້ເນື້ອທີ່ ປູກເຂົ້າ ປະມານ 14,000 ha ຢູ່ແຂວງ ສາຣະວັນ. ກົມຊົລປະທານ ເປີດເຜີຽ ວ່າ ໂຄງການ ດັ່ງກ່າວ ແມ່ນຈີນ ໃຫ້ການຊ່ວຍເຫລືອ ນັບແຕ່ການ ສໍາຣວດ ອອກແບບ ກໍ່ສ້າງ. ນອກນັ້ນ ຍັງຈະສ້າງ ອ່າງເກັບນໍ້າ ຂນາດໃຫ່ຽ ທີ່ມີ ເນື້ອທີ່ 10,000 ha ເພື່ອສນອງນໍ້າ ໃຫ້ ປະຊາຊົນ ປູກເຂົ້າໄດ້ ທັງລະດູແລ້ງ ແລະ ລະດູຝົນ, ສ້າງໂຮງງານ ສ້ອມແປງ ກົນຈັກ, ສາງເກັບມ້ຽນ
ຜລິຕພັນ ກະສິກັມ ຊື່ງຄາດວ່າ ຈະໃຫ້ສໍາເຣັດ ພາຍໃນ ປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.