ໂຮງຮຽນວິຊາຊີພ ຂາດຄວາມສົນໃຈ
2011.08.18
ກົດຟັງສຽງ
ຫົວຫນ້າ ສູນພັທນາ ສີມື ແຮງງານ ໂພນພະເນົາ ຍອມຮັບ ວ່າ ສີມື ແຮງງານ ຄົນລາວ ຍັງຕ່ຳຢູ່ ໃນ ປັດຈຸບັນ ຖ້າທຽບໃສ່ ປະເທດ ໄທ ແລະ ວຽດນາມ. ທ່ານວ່າ ບັນຫາ ສ່ວນໃຫຍ່ ຍ້ອນຂາດ ງົບປະມານ ແລະ ນາຍຄຣູ ຜູ້ທີ່ມີ ຄວາມຮູຸ້ ຄວາມ ຊຳນານ ໃນວິິຊາ ສະເພາະ ທີ່ຈະສິດສອນ ນັກຮຽນ.
ໃນວັນທີ 15 ສິງຫາ ທ່ານ ຈັນສຸກ ຄຳພັນ ຫົວຫນ້າ ສູນ ກໍເວົ້າວ່າ ສີມື ແຮງງານ ລາວ ຍັງຕ່ຳ ຫລາຍ ຖ້າທຽບໃສ່ ປະເທດ ໃກ້ຄຽງ ແຕ່ກໍ ບໍ່ໄດ້ ຫມາຍຄວາມ ວ່າ ຈະບໍ່ ສາມາດ ຝຶກຝົລໄດ້. ເຫດຜົລ ທີ່ ສີມື ແຮງງານ ລາວ ຕ່ຳ ກໍຍ້ອນວ່າ ງົບປະມານ ມີຂອບເຂດ ຈຳກັດ ບໍ່ພຽງພໍ ໃນການຊື້ ອຸປກອນ ທີ່ ທັນສມັຍ ທີ່ຈະໃຊ້ ປະກອບ ໃນການຮຽນ ການສອນ ແລະ ອຸປກອນ ທີ່ມີຢູ່ ໃນ ປັດຈຸບັນ ກໍຍັງ ບໍ່ພຽງພໍ ກັບຄວາມ ຕ້ອງການ. ທ່ານວ່າ ບັນຫາ ອີກອັນນຶ່ງ ກໍ່ຄື ຄວາມຈູງໃຈ ຂອງ ນັກຮຽນ ກໍບໍ່ສູງ ເພື່ອໃຫ້ ເຂົ້າຝຶກ ອົບຮົມ, ມີຫລາຍຄົນ ເຂົ້າໄປແລ້ວ ກໍບໍ່ເອົາ ໃຈໃສ່, ບາງຄົນ ກໍຂາດ ໂຮງຮຽນ ຫລາຍມື້ ຫລາຍ ຊົ່ວໂມງ.
ສູນພັທນາ ສີມື ແຮງງານ ໂພນພະເນົາ ຕັ້ງຂຶ້ນ ໃນປີ 1998 ໂດຍມີ ເປົ້າຫມາຍ ເພຶ່ອ ຮັບເອົາ ນັກຮຽນ ທີ່ຈົບ ຂັ້ນ ມັທຍົມ ແຕ່ບໍ່ມີ ໂອກາດ ໄດ້ຮຽນຕໍ່ ມະຫາ ວິທຍາລັຍ. ເມຶ່ອຮຽນຈົບ ຫລັກສູດ ວິຊາຊີພ ແລ້ວ ຈະສາມາດ ລ້ຽງ ຕົນເອງ ໄດ້.