ຂ.ວຽງຈັນຈະສ້າງ ເທສບານໃໝ່
2011.01.31
ກົດຟັງສຽງ
ແຂວງວຽງຈັນ ຈະໃຊ້ງົບ ຫລາຍກວ່າ 1 ຕື້ໆກີບ ຫລື ປະມານ 150 ລ້ານໂດລາ ສະຫະຣັຖ ເພື່ອສ້າງ ເທສບານໃໝ່, ແລະ 1.1 ຕື້ກີບ ຈະໃຊ້ໃນການ ກໍ່ສ້າງ ໂຄງຮ່າງພື້ນຖານ ໃນຂັ້ນທຳອິດ ແລະ ສຳສັບ ແຜນພັທນາ ໂຄງການດັ່ງກ່າວ, ຊຶ່ງຄາດວ່າຈະ ສຳເຣັດພາຍໃນ ປີ 2020. ທ່ານ ອຸດົງ ພົງໄພປະດິດ ຫົວໜ້າຜແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ອະທິບາຍວ່າ:
"ແຂວງວຽງຈັນ ແຍກຕົວ ອອກຈາກ ນະຄອນຫລວງ ໃນປີ 1982 ແລະ ມາເຖິງປັດຈຸບັນນີ້ ການພັທນາ ຕົວເມືອງໂດຍ ສະເພາະເທສບານນີ້ ກໍຍັງບໍ່ທັນ ເປັນຮູບເປັນຮ່າງ ສະນັ້ນທາງແຂວງເຮົາ ສເນີຕໍ່ຣັຖບານ ເພື່ອໄດ້ຊ່ວຍ ທາງດ້ານ ງົບປະມານ ຊ່ວຍໃນການສ້າງ ເທສບານນີ້".
ທ່ານ ອຸດົງ ເວົ້າຕໍ່ໄປວ່າ ທາງແຂວງວຽງຈັນ ສເນີຂໍງົບປະມານ ຈາກຣັຖບານ ເພື່ອສ້າງເທສບານ ໃນພື້ນທີ່ ເມືອງວຽງຄຳ ທີ່ຈະກວມ ພື້ນທີ່ປະມານ 10,400 ເຮັກຕາ. ການກໍ່ສ້າງ ຈະແບ່ງອອກເປັນ ສອງລະຍະເວລາ ຄືລະຍະທີນຶ່ງ ເລີ້ມແຕ່ປີ 2011 ຫາ 2015 ແລະ ລະຍະທີສອງ ຕັ້ງແຕ່ປີ 2016 ຫາ 2020.
ເຂດເທສບານໃໝ່ ຈະຕັ້ງຢູ່ຫ່າງຈາກ ນະຄອນຫລວງ ວຽງຈັນ ປະມານ 80 ກິໂລແມັດ. ແຜນການກໍ່ສ້າງ ເທສບານ ຈະເລີ້ມຈາກການສ້າງ ໂຄງຮ່າງຖນົນຫົນທາງ ອ້ອມຮອບກ່ອນ ແລະ ຖນົນສາຍຫລັກ ທີ່ຈະເຊື່ອມຕໍ່ ຖນົນເລກທີ 13 ໄປຈົນເຖິງຖນົນ ເລກທີ 10. ຫລັງຈາກນັ້ນ ກໍຈະແມ່ນລະບົບ ສາທາຣະນະປໂຍດ ທີ່ມີມາຕຖານ ເຊັ່ນ ລະບົບນ້ຳປະປາ, ລະບົບໄຟຟ້າ ລະບົບ ໂທຣະຄົມ ມະນາຄົມ ຊຶ່ງຈະໃຫ້ຢູ່ ໃຈກາງເທສບານ, ຫລັງຈາກນັ້ນ ຈຶ່ງຈະສ້າງ ສນາມກິລາ ແລະ ສວນສາທາຣະນະອື່ນໆ.
ທ່ານ ອຸດົງ ເວົ້າມ້ວນທ້າຍວ່າ ປັດຈຸບັນນີ້ ໂຄງການກຳລັງ ຢູ່ໃນຂັ້ນຕອນ ການສຳຣວດ ວາງແຜນການ ແລະ ຈັດຫາ ງົບປະມານ ໂດຍຄາດວ່າ ຈະເລີ້ມສ້າງ ພາຍໃນກາງປີ 2011 ນີ້.