ການສັມປະທານທີ່ດິນ ເມືອງນາຊາຍທອງ
2011.04.12
ກົດຟັງສຽງ
ການເກັບຄ່າເຊົ່າສັມປະທານທີ່ດິນໃນເຂດເມືອງນາຊາຍທອງຍັງມີບັນຫາຍຸ້ງຍາກ ຫລາຍຢ່າງຍ້ອນວ່າທັງພະນັກງານແລະປະຊາຊົນຍັງບໍ່ເຂົ້າໃຈກ່ຽວດ້ານກົດໝາຍ ທີ່ດິນ. ຍ້ອນບັນຫາດັ່ງກ່າວເຮັດໃຫ້ມີການຈົ່ມວ່າຈາກກຸ່ມນັກລົງທຶນບາງຈຳພວກຕໍ່ການ ປະຕິບັດໜ້າທີ່ຂອງພະນັກງານແລະຄ່າເຊົ່າສັມປະທານທີ່ດິນທີ່ຍັງບໍ່ມີລາຍລະອຽດ. ທ່ານສົມພອນຂຸນພິຣົມຮອງຫົວໜ້າອົງການຄຸ້ມຄອງທີ່ດິນແຫ່ງຊາດນະຄອນ ຫລວງວຽງຈັນໄດ້ເວົ້າກ່ຽວກັບເຣື້ອງນີ້ວ່າ:
"ວ່າດ້ວຍການເອົາທີ່ດິນຂອງຣັຖມາເຊົ່າຫລືສຳປະທານຢູ່ໃນຕົວນີ້ການປະຕິບັດໃຫ້ ເຊົ່າສັມປະທານນີ້ເຣື້ອງການເກັບພັນທະຄ່າເຊົ່າສັມປະທານມີບັນຫາຍຸ້ງຍາກ".
ທ່ານສົມພອນເວົ້າຕໍ່ໄປວ່າຍ້ອນວ່າບັນຫາທີ່ດິນເປັນບັນຫາທີ່ມີຄວາມຫຍຸ້ງຍາກຢູ່ ແລ້ວເມື່ອນໍາເອົາກົດໝາຍມາອີງໃສ່ໃນການເກັບຄ່າເຊົ່າສັມປະທານຈະເປັນວຽກ ງານທີ່ງ່າຍຂຶ້ນກວ່າເກົ່າແຕ່ຍ້ອນວ່າທີ່ຜ່ານມາພະນັກງານຈໍານວນນຶ່ງຍັງບໍ່ທັນມີ ຄວາມຮູ້ກ່ຽວກັບເຣື້ອງກົດໝາຍດໍາຣັດຫລືນະໂຍບາຍຕ່າງໆກ່ຽວກັບທີ່ດິນເລີຍເຮັດ ໃຫ້ເກີດບັນຫາຫຍຸ້ງຍາກຊຶ່ງຕ້ອງໄດ້ແກ້ໄຂ.
ທາງການລາວໄດ້ດັດແປງແກ້ໄຂຄ່າເຊົ່າສັມປະທານທີ່ດິນຍ້ອນວ່າທີ່ຜ່ານມາທາງ ການໄດ້ເກັບຄ່າສັມປະທານທີ່ດິນຕໍ່າເກີນໄປຄື1ໂດລາສະຫະຣັຖຕໍ່1ເຮັກຕາເທົ່າ ນັ້ນຊຶ່ງຫາກມີການສັມປະທານລະຍະ25ຫາ30ປີລາວກໍເສັຍປໂຍດຢ່າງໃຫຍ່ ຫລວງໃນລະຍະຍາວນອກຈາກນັ້ນທີ່ຜ່ານມາການເກັບຄ່າເຊົ່າສັມປະທານຈາກຜູ້ລົງ ທຶນກໍບໍ່ກົງກັບມູນຄ່າແທ້ຈິງຂອງພື້ນທີ່ດິນ.
ກົດໝາຍວ່າດ້ວຍທີ່ດິນສບັບປັບປຸງໃໝ່ໄດ້ໃຫ້ອົງການຄຸ້ມຄອງທີ່ດິນແຫ່ງຊາດມີ ອໍານາດໃນການພິຈາຣະນາຈັດສັນທີ່ດິນທີ່ມີຢູ່ຈໍາກັດເພື່ອໃຊ້ປໂຍດໃນດ້ານຕ່າງໆ ຮວມທັງຈັດເກັບພາສີ,ຄ່າທໍານຽມກ່ຽວກັບທີ່ດິນ,ຄ່າສັມປະທານແລະຄ່າເຊົ່າ.