ຫໍຫລັກເມືອງວຽງຈັນ ຂາດງົບປະມານ
2010.12.14
ກົດຟັງສຽງ
ກົມມໍຣະດົກ ຂອງລາວ ກ່າວວ່າ ຍັງຂາດ ງົປມານ ຢູ່ອີກຫລາຍ ສໍາລັບ ໂຄງການກໍ່ສ້າງ ຫໍຫລັກເມືອງ ວຽງຈັນ ແລະ ເຖິງແມ່ນວ່າ ຍັງຂາດເຂີນ ງົປມານ ແຕ່ກໍສາມາດ ດໍາເນີນວຽກງານ ໄປໄດ້ຕາມ ແຜນການ ທີ່ໄດ້ວາງອອກ. ທ່ານ ວຽງແກ້ວ ສຸກສວັດດີ ຮອງຫົວໜ້າ ກົມມໍຣະດົກ ກະຊວງຖແລງ ຂ່າວ ແລະ ວັທນະທັມ ກ່າວກ່ຽວກັບ ເລື້ອງນີ້ວ່າ:
"ທາງຣັຖບານ ເພິ່ນກໍໄດ້ ສົມທົບແລ້ວ ຈໍານວນນຶ່ງ ແລະ ພວກເຮົາກໍ ສືບຕໍ່ ຣະດົມແຮງ ສັດທາ ຈາກທົ່ວສັງຄົມ ເພື່ອປະກອບ ສ່ວນນໍາກັນ ໃນການສ້າງບູນ ສ້າງກຸສົລ ທຶນພວກເຮົາ ກໍຍັງມີຄວາມ ຕ້ອງການອີກ ຈໍານວນ ຫລວງຫລາຍ ສົມຄວນ".
ພ້ອມດຽວກັນນັ້ນ ທ່ານ ວຽງແກ້ວ ຍັງກ່າວອີກວ່າ ເຖິງແມ່ນວ່າ ຈະມີບັນຫາ ເລື້ອງງົປມານ ແຕ່ການກໍ່ສ້າງ ຫໍຫລັກເມືອງ ວຽງຈັນ ກໍດໍາເນີນ ຢູ່ຕໍ່ໄປ ແລະ ໄດ້ແກ້ໄຂ ບັນຫາ ຕ່າງໆທີ່ເຮັດ ໃຫ້ເກີດຄວາມ ຫຍູ້ງຍາກ ໂດຍໄດ້ ໃຫ້ບໍຣິສັດ ທີ່ມີ ບັນຫາ ກັບວຽກນຶ່ງ ໄປເຮັດ ວຽກອື່ນແທນ ເພື່ອບໍ່ໃຫ້ ວຽກງານ ທີ່ເຮັດຢູ່ນັ້ນ ຫລ້າຊ້າ:
"ວຽກກໍ່ສ້າງ ຖືວ່າ ດໍາເນີນໄປ ຢ່າງປົກກະຕິ ຕາມແຜນການ ຖືວ່າບໍ່ໄດ້ ຊັກຊ້າ ບາງວຽກ ທີ່ປະສົບກັບ ຄວາມຫຍູ້ງຍາກ ທາງບໍຣິສັດ ກໍໄດ້ຫັນ ໄປເຮັດວຽກອື່ນ ທີ່ມີເງື່ອນໄຂ ຄວາມສະດວກກວ່າ ເພື່ອບໍ່ໃຫ້ ວຽກນັ້ນ ມັນຊັກຊ້າ ແລະແກ່ຍາວ".
ການກໍ່ສ້າງ ຫໍຫັລກເມືອງ ວຽງຈັນ ຊຶ່ງມີມູນຄ່າ ກໍ່ສ້າງ ປະມານ 15 ຕື້ ກີບນັ້ນ ມາຮອດຂນະນີ້ ດໍາເນີນໄປ ແລ້ວ 60 ເປີເຊັນ ໂດຍບໍຣິສັດ ຫັຕຖະພາບ ກໍ່ສ້າງ ເປັນ ຜູ້ຮັບເໝົາ ແລະ ຄາດວ່າ ຈະໃຫ້ສໍາເຣັດ ໃນກາງ ປີ 2011 ນີ້.