ງານສລອງຄົບຮອບ 450 ປີເລີ້ມແລ້ວ

ງານສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ເລີ້ມຂຶ້ນແລ້ວ.
ຈໍາປາທອງ
2010.11.17

ກົດຟັງສຽງ

ງານສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ໄດ້ເລີ້ມຂຶ້ນ ໃນວັນ ທີ 15 ພຶສຈິກາ 2010. ມີການສະແດງ ສິລປະ ວັນນະຄະດີ ຂອງ ແຂວງຕ່າງໆ ໃນທົ່ວ ປະເທດ, ມີປະຊາຊົນ ໄປຊົມດ້ວຍ ຄວາມມ່ວນຊື່ນ ເປັນຈຳນວນ ຫຼາຍພໍສົມຄວນ ແລະ ມີການຮັກສາ ຄວາມສງົບ ຢ່າງເຂັ້ມງວດ ດັ່ງທ່ານ ຄຳແປງ ໄຊບຸນຄອງ ປະຊາຊົນ ເມືອງ ໄຊທານີ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ໃຫ້ອຸທິດ ສິ່ງທີ່ດີ ສຳລັບວັນຊາດ ວັນທີ່ສຳຄັນ ວັນປວັດສາດ ນີ້ໃຫ້ມີ ການ ຣະມັດຣະວັງ ໃນຣະຍະ ເວລານີ້ ບໍ່ໃຫ້ມີ ຜົນກະທົບ ໃສ່ຄົນອື່ນ ຫລືວ່າໃຫ້ ເບີ່ງສິ່ງທີ່ ບໍ່ດີສຳລັບ ວັນພິເສດ ຂອງຊາດເຮົາ".

ທ່່ານກ່າວ ຕໍ່ໄປວ່າ ໃນຖານະເປັນ ປະຊາຊົນ ລາວ ຜູ້ນຶ່ງ ຕົນຮູ້ສຶກ ຍິນດີທີ່ ລາວເຮົາ ໄດ້ຈັດກິຈກັມ ສເລີມສລອງ ການສ້າງຕັ້ງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ແລະຖືວ່າເປັນ ຄັ້ງທຳອິດ ໃນປວັດສາດ ຂອງລາວ.

ໃນງານໄດ້ ເຫັນການສະແດງ ສິລປະ ວັທນະທັມ ທີ່ຊ່ອງແສງເຖິງ ວິຖີຊີວິດ ຂອງປະຊາຊົນ ລາວ ແລະ ເຖິງການສ້າງຕັ້ງ ປະເທດລາວ. ການສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ຈັດຂຶ້ນແຕ່ ວັນທີ 15 ເຖິງວັນທີ 21 ພຶສຈິກາ 2010, ໄດ້ມີການ ຈັດສະຖານທີ່ ສວຍງາມ ແລະ ໃຫ້ຄວາມສະດວກ ຊຶ່ງທາງການ ລາວ ຄາດວ່າຈະມີ ແຂກຕ່າງປະເທດ ຮວມທັງນັກ ທ່ອງທ່ຽວ ເຂົ້າມາທ່ຽວຊົມ ເປັນຈຳນວນຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.