ນັກທ່ອງທ່ຽວເສັຍຊີວິດ ສາມຄົນໃນນື່ງເດືອນ
2012.02.09
ກົດຟັງສຽງ
ຊາວອອສເຕຣເລັຽ ຈາກເມືອງ Victoria ພ້ອມດ້ວຍ ແຟນສາວ ຈາກປະເທສ Holland ເສັຽຊີວີຕ ຢູ່ ຫລວງພຣະບາງ ໃນທ້າຍ ສັປດາ ຜ່ານມານີ້ ໂດຽທີ່ ບໍ່ໄດ້ຮູ້ ສາເຫຕຕົ້ນຕໍ ກາຣຕາຍ ຂອງ ນັກທ່ອງທ່ຽວ ທັງສອງຄົນ ດັ່ງກ່າວ ນີ້ເທື່ອ ແຕ່ຢ່າງໃດ ໃນ ປັຈຈຸບັນ.
ຕາມໜັງສືພີມ ຣາຍວັນ Herald Sun ຂອງ ອອສເຕຣເລັຽ ໄດ້ຣາຍງານ ໃນວັນພຸທ ນີ້ວ່າ ຊາວ ອອສເຕຣເລັຽ ຜູ້ເຄາະຮ້າຍ ດັ່ງກ່າວ ອາຍຸ 22 ປີ ພ້ອມແຟນສາວ ຕາຍຢູ່ຫ້ອງນອນ ໃນໂຮງແຮມ ແຫ່ງໜື່ງ ພ້ອມ ກັບ ແຟນສາວ ໃນວັນເສົາ ຜ່ານມານີ້ ທີ່ທາງກາຣ ສະຖານທູຕ ອອສເຕຣເລັຽ ປະຈຳລາວ ກໍກຳລັງ ມີກາຣຈັດຫາ ເພື່ອນຳເອົາສົພ ຂອງ ຜູ້ກ່ຽວ ກັບໄປ ປະເທສ ອອສເຕຣເລັຽ. ທາງເຈົ້າໜ້າທີ່ ຝ່າຍລາວ ກໍກຳລັງ ມີກາຣສືບສວນ ແລະສອບສວນ ຕາມມາຕກາຣ.
ກາຣເສັຽ ຊີວີຕ ຂອງ ນັກທ່ອງທ່ຽວ ເທື່ອນີ້ ເປັນຊາວ ອອສເຕຣເລັຽ ຜູ້ທີ່ 3 ໃນຣະຍະພຽງ ໜຶ່ງເດືອນ ຜ່ານມາ ຊຶ່ງກ່ອນໜ້ານີ້ ກໍມີ ທ້າວ Daniel Eimutis ອາຍຸ 19 ປີ ຈາກນະຄອນ Melbourne ທີ່ເສັຽຊີວີຕ ໃນຣະຫວ່າງ ທ່ຽວຫລິ້ນ ໃນນ້ຳຊອງ ໃນແຫລ່ງທ່ອງທ່ຽວ ຊື່ດັງ ທີ່ເມືອງວັງວຽງ ແຂວງວຽງຈັນ ໃນຣະຫວ່າງ ຕົ້ນເດືອນ ມົກຣາ ຜ່ານມາ ແລະຫລັງຈາກນັ້ນ ບໍ່ເທົ່າໃດມື້ ກໍມີ ທ້າວ Lee Mhdswell ອາຍຸ 26 ປີ ຈາກນະຄອນ ສິດນີ ກໍເສັຽຊີວີຕ ໃນຣະຫວ່າງ ທີ່ໄປຫລິ້ນ ນ້ຳຊອງ ທີ່ ເມືອງວັງວຽງ ເຊັ່ນກັນ.