ພົບສານເຄມີທີ່ເປັນ ອັນຕະລາຍໃນຜັກສົດ
2011.01.31
ກົດຟັງສຽງ
ທ່ານ ພອນໄຊ ແສງສຸຣິວັນ ພະນັກງານ ໂຄງການສົ່ງເສີມ ກະສີກັມອິນຊິ ແລະ ການຕລາດ ກົມປູກຝັງ ນະຄອນຫລວງວຽງຈັນ ກ່າວວ່າ ທາງຫ້ອງການ ໄດ້ກວດພົບ ສານເຄມີ ທີ່ເປັນອັນຕະລາຍ ໃນຜັກສົດ ຂາຍຕາມຕະລາດ ນະຄອນຫລວງວຽງຈັນ ເປັນຈຳນວນ ຫລວງຫລາຍ. ຊາວກະສີກອນ ໃຊ້ສານເຄມີ ສີດໃສ່ ເພື່ອກຳຈັດ ສັດຕຣູພືດ ແລະ ໃຫ້ຜັກເບີ່ງສວຍງາມ ໃນການຕລາດ. ສານເຄມີ ດ່ັງກ່າວ ຈະເຮັດໃຫ້ເກີດ ໂຣຄກະເພາະ ອາຫານອັກເສບ ແລະ ໂຣຄມະເລັງ ທັງຜູ້ບໍຣິໂພກ ແລະ ຜູ້ສີດຢາ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ປະເພດພືດຜັກກີນໃບ ພວກຜັກກາດ ຜັກກະລ່ຳປີ່ ຜັກກາດຂາວ ມັນຈະປົນເປື້ອນ ຢາຂ້າຫຍ້າ ກັບຢາຂ້າແມງໄມ້ ຫລາຍລຽບ ຢູ່ຕາມແຄມ ແມ່ນ້ຳຂອງ ສະເພາະທີ່ ນະຄອນຫລວງວຽງຈັນ ແລະ ຕາມແຄມງື່ມ".
ທ່ານກ່າວເພີ້ມ ອີກວ່າ ທາງການຫ້ອງການ ກະສີກັມ ຈະທຳການ ວິເຄາະວ່າ ຜັກດັ່ງກ່າວ ທີ່ຖືກປະສົມ ສານເຄມີ ນັ້ນ ເປັນອັນຕະຣາຍ ຢ່າງໃດແດ່ ຕໍ່ສຸຂພາບ. ຜັກທີ່ປົນດ້ວຍ ສານເຄມີ ຈະສັງເກດໄດ້ ຢ່າງງ່າຍດາຍເຊັ່ນ ຖ້າເອົາໃວ້ໃນ ຕູ້ເຢັນ ພຽງຊົ່ວຣະຍະນື່ງ ຜັກຈະຫ່ຽວ ກວ່າປົກກະຕິ.
ທ່ານໄດ້ຮຽກຮ້ອງ ໃຫ້ຣັຖບານ ໃຫ້ການສນັບສນູນ ຊາວກະສີກອນ ຫັນມາປູກພືດ ປາສຈາກສານເຄມີ ເພາະການປູກພືດ ທີ່ປອດສານພິດ ຈະເປັນປໂຍດ ຕໍ່ສຸຂພາບ ຂອງຜູ້ອຸປໂພກ ແລະ ຊາວກະສີກອນ ນຳອີກ.