ການທ່ຽວຊົມທາງນໍ້າ ເມືອງວັງວຽງເຂັ້ມງວດຂຶ້ນ
2011.01.12

ກົດຟັງສຽງ
ຍ້ອນເຫັນວ່າ ຮ້ານຄ້າ ຕາມແຄມນໍ້າ ທີ່ຂາຍເຫລົ້າ, ຍາເມົາ ຫລາຍເກີນຂອບເຂດ, ຊຶ່ງເປັນສ່ວນນຶ່ງ ທີ່ຈະເຮັດໃຫ້ ວັດຖຸປະສົງ ການທ່ອງທ່ຽວ ທາງທັມມະຊາດ ຂອງເມືອງວັງວຽງ ປ່ຽນແປງໄປ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈາກຫ້ອງການ ທ່ອງທ່ຽວ ແຂວງວຽງຈັນ ກ່າວວ່າ:
“ຫ້ອງການທ່ອງທ່ຽວ ປະຈໍາເມືອງ ຂະເຈົ້າ ກໍໄດ້ຄຸ້ມຄອງ ກ່ຽວກັບ ການບໍຣິການ ຕາມນໍ້າຊອງນັ້ນ ພວກເຮົາ ກໍເຮັດໄປຕາມ ຣະບຽບ ຂອງກົດໝາຍ ຂອງການ ທ່ອງທ່ຽວຮັ໋ນ ກ່ຽວກັບ ການດໍາເນີນ ທຸຣະກິດ.”
ທ່ານ ກ່າວຕື່ມວ່າ ບັນຫາ ຂອງຮ້ານກິນດື່ມ ຕາມແຄມນໍ້າຊອງ ທີ່ໃຫ້ບໍຣິການ ນັກທ່ອງທ່ຽວ ຕ່າງຊາດນັ້ນ, ຕ້ອງຍອມຮັບວ່າ ເປັນຈຸດດຶງດູດ ສໍາຄັນ ອັນດັບສອງ ຮອງຈາກ ມາທ່ອງທ່ຽວ ຊົມຄວາມສວຍງາມ ຕາມທັມມະຊາດ. ຮ້ານກິນດື່ມ ເຫລົ່ານັ້ນ ມັກຈະລະເມີດ ຂໍ້ກໍານົດ ດ້ານການໃຫ້ ບໍຣິການ ດ້ານການທ່ອງທ່ຽວ ຫລາຍຢ່າງ, ທັງເປີດເພງ ຂອງຕ່າງປະເທດ ສຽງດັງເກີນກໍານົດ, ສ້າງເຄື່ອງຫລິ້ນ ທີ່ບໍ່ໄດ້ ມາຕຖານ ທາງດ້ານ ຄວາມປອດພັຍ, ບໍ່ມີເຈົ້າໜ້າທີ່ ດ້ານການຮັກສາ ຄວາມປອດພັຍ ເພື່ອຄອຍເບິ່ງແຍງ ເອົາໃຈໃສ່ ນັກທ່ອງທ່ຽວ ຢ່ງຈິງຈັງ.
ບັນຫາ ດັ່ງກ່າວນີ້ ເປັນເຣື້ອງທີ່ແກ່ຍາວ ມາໄດ້ຫລາປີແລ້ວ, ແຕ່ໃນປັດຈຸບັນ ຄວາມຈະເຣີນ ເຣີ້ມເຂົ້າມາ ຫລາຍຂຶ້ນ, ນັກທ່ອງທ່ຽວ ກໍມີຫລາຍຂຶ້ນ, ຊຶ່ງອາດສົ່ງຜົນສະທ້ອນ ຕໍ່ສັງຄົມ ວັທນະທັມ ໃຫ້ປ່ຽນແປງ ໄປໄດ້ ແລະ ຍັງບໍ່ມີໜ່ວຍ ງານໃດ ເຂົ້າໄປແກ້ໄຂ ກ່ຽວກັບບັນຫາ ນີ້ເທື່ອ.